ໃນວັນທີ 24 ພະຈິກ 2026, ທີ່ໂຮງຮຽນປະຖົມທົ່ງນາມີ, ເມືອງປາກກະດິງ, ແຂວງບໍລິຄຳໄຊ, ໄດ້ຈັດພິທີມອບ-ຮັບອາຄານຮຽນ ແລະ ຫ້ອງນ້ຳ ພ້ອມຈັດກິດຈະກຳກວດສຸຂະພາບໃຫ້ແກ່ນັກຮຽນ. ໂດຍມີ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີທ່ານ ປອ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍລິຄຳໄຊ; ທ່ານ ປອ ວັນນະໄຊ ຊາດຕະກຸນ ກຳມະການສຳຮອງສູນກາງພັກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ; ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທປະຈຳ ສປປ ລາວ; ພ້ອມດ້ວຍການນຳຈາກຂັ້ນສູນກາງ, ແຂວງ, ເມືອງແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ທອງລີ ສີສຸລິດ ໄດ້ເນັ້ນວ່າ ການມອບ-ຮັບອາຄານຮຽນ ແລະ ຫ້ອງນ້ຳໃນຄັ້ງນີ້ ບໍ່ແມ່ນພຽງການປັບປຸງໂຄງລ່າງຂອງໂຮງຮຽນ ແຕ່ເປັນການສ້າງສະພາບແວດລ້ອມທີ່ສະອາດ, ປອດໄພ ແລະ ເອື້ອອຳນວຍຕໍ່ການຮຽນຮູ້ ເພື່ອໃຫ້ເດັກນ້ອຍໄດ້ຮຽນຢ່າງມີຄວາມສຸກ, ມີສຸຂະພາບດີ ແລະ ມີໂອກາດພັດທະນາຕົນເອງຢ່າງເຕັມສ່ວນ.
ພ້ອມນັ້ນ, ທ່ານໄດ້ເນັ້ນເຖິງຄວາມສຳຄັນຂອງການກວດສຸຂະພາບນັກຮຽນ ເພາະສຸຂະພາບທີ່ດີແມ່ນພື້ນຖານສຳຄັນຂອງການຮຽນຮູ້. ການກວດສຸຂະພາບຄັ້ງນີ້ຈຶ່ງຄວນເປັນຈຸດເລີ່ມຕົ້ນຂອງການປ້ອງກັນ, ໃຫ້ຄຳແນະນຳ ແລະ ຕິດຕາມດູແລເດັກຢ່າງຕໍ່ເນື່ອງ ແລະ ເປັນການຫັນບົດບັນທຶກຄວາມເຂົ້າໃຈລະຫວ່າງສູນກາງຊາວໜຸ່ມ ແລະ ກະຊວງສາທາລະນະສຸກ ໃຫ້ເກີດຜົນເປັນຮູບປະທຳ.
ນອກຈາກນັ້ນ ຍັງໄດ້ເນັ້ນໜັກໃຫ້ຄະນະຊາວໜຸ່ມສືບຕໍ່ປະສານງານກັບພາກລັດ, ພາກທຸລະກິດ ແລະ ຊຸມຊົນ ເພື່ອປ່ຽນຈາກການຈັດກິດຈະກຳໄປສູ່ການສ້າງຜົນງານ, ຈາກການລົງນາມຮ່ວມມືໄປສູ່ການລົງມືປະຕິບັດ ແລະ ສ້າງຜົນປະໂຫຍດທີ່ວັດແທກໄດ້. ພ້ອມຮຽກຮ້ອງໃຫ້ໂຮງຮຽນ, ຄູ-ອາຈານ, ຜູ້ປົກຄອງ ແລະ ຊຸມຊົນ ຮ່ວມກັນຮັກສາອາຄານຮຽນ ແລະ ຫ້ອງນ້ຳໃຫ້ສະອາດ, ປອດໄພ ແລະ ໃຊ້ງານໄດ້ຍາວນານ.
ໃນຕອນທ້າຍ, ທ່ານ ທອງລີ ສີສຸລິດ ໄດ້ຝາກຄວາມຫວັງເຖິງນ້ອງໆນັກຮຽນ ໃຫ້ຕັ້ງໃຈຮ່ຳຮຽນ, ຮັກສາຄວາມສະອາດ ແລະ ກ້າຝັນເຖິງອະນາຄົດ ພ້ອມຢ້ຳວ່າ: “ການສ້າງໂຮງຮຽນ ແມ່ນການສ້າງໂອກາດ; ການດູແລສຸຂະພາບ ແມ່ນການສ້າງພື້ນຖານຊີວິດ; ແລະ ການລົງທຶນໃຫ້ເດັກນ້ອຍໃນມື້ນີ້ ກໍຄືການລົງທຶນໃຫ້ອະນາຄົດຂອງປະເທດຊາດ.”
ກິດຈະກຳດັ່ງກ່າວ ນັບເປັນອີກໜຶ່ງກິດຈະກຳ ໃນການສົ່ງເສີມການສຶກສາ, ສຸຂະພາບ ແລະ ຄຸນນະພາບຊີວິດຂອງເດັກນ້ອຍ ເພື່ອວາງຮາກຖານທີ່ດີໃຫ້ແກ່ອະນາຄົດຂອງຊາດ.


