ເປີດສະຖິຕິ ຄົນໂສດຢູ່ລາວ ກວ່າ 2.56 ແສນຄົນ ຢູ່ກິນນຳກັນ ໂດຍບໍ່ໄດ້ແຕ່ງດອງ ຂະນະທີ່ແມ່ຍິງເປັນໝ້າຍ ຫຼາຍກວ່າຜູ້ຊາຍເຖິງ 4 ເທົ່າ

ອີງຕາມຂໍ້ມູນຈາກການສຳຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ປີ 2025 ໃນກຸ່ມປະຊາກອນອາຍຸ 13 ປີຂຶ້ນໄປ ຈຳນວນ 5.02 ລ້ານຄົນ ພົບວ່າ 62.8% ຂອງປະຊາກອນ ແມ່ນແຕ່ງງານແລ້ວ ແລະ 29.1% ຍັງບໍ່ເຄີຍແຕ່ງງານ.

ຜູ້ຊາຍລາວ ມີສັດສ່ວນທີ່ຍັງບໍ່ເຄີຍແຕ່ງງານ ສູງກວ່າແມ່ຍິງ (33.7% ທຽບກັບ 24.4%) ເນື່ອງຈາກແມ່ຍິງລາວ ມີທ່າອ່ຽງແຕ່ງງານ ໃນອາຍຸ ທີ່ນ້ອຍກວ່າ.

ສິ່ງທີ່ໜ້າສົນໃຈຄື ໃນກຸ່ມຄົນທີ່ບໍ່ໄດ້ແຕ່ງງານ ໃນຄົວເຮືອນສ່ວນຕົວ 1.75 ລ້ານຄົນ ມີເຖິງ 14.6% ຫຼື 256,244 ຄົນ ທີ່ອາໄສຢູ່ກິນຮ່ວມກັນ ກັບຄູ່ຄອງ ແບບຖາວອນ ໂດຍບໍ່ໄດ້ແຕ່ງງານຕາມກົດໝາຍ.

ໂດຍອັດຕາການຢູ່ກິນຮ່ວມກັນນີ້ ພົບຫຼາຍໃນເຂດຊົນນະບົດ ທີ່ບໍ່ມີເສັ້ນທາງເຂົ້າເຖິງສູງເຖິງ 17.8%, ຮອງລົງມາແມ່ນຊົນນະບົດມີເສັ້ນທາງ 15.6% ແລະ ຕົວເມືອງ 12.9%.

ສຳລັບການສິ້ນສຸດຊີວິດຄູ່ ພົບວ່າ ພາລະ ການໃຊ້ຊີວິດຄົນດຽວໃນໄວສູງອາຍຸ ຕົກຢູ່ກັບແມ່ຍິງເປັນສ່ວນໃຫຍ່ ໂດຍມີແມ່ຍິງເປັນໝ້າຍສູງເຖິງ 8.0% (197,396 ຄົນ) ເຊິ່ງຫຼາຍກວ່າຜູ້ຊາຍທີ່ມີພຽງ 2.0% (50,537 ຄົນ) ເຖິງ 4 ເທົ່າ.

ເມື່ອອາຍຸ 85 ປີຂຶ້ນໄປ ແມ່ຍິງກວ່າ 73% ເປັນໝ້າຍ ທຽບກັບຜູ້ຊາຍພຽງ 37%. ດ້ານການຢ່າຮ້າງ ແລະ ແຍກກັນຢູ່ ມີສັດສ່ວນລວມກັນປະມານ 3.1% ແຕ່ກໍພົບໃນແມ່ຍິງ ສູງກວ່າຜູ້ຊາຍໃນທຸກຊ່ວງອາຍຸ ໂດຍອັດຕາການຢ່າຮ້າງຈະສູງສຸດໃນໄວກາງຄົນ ຄືອາຍຸ 40-44 ປີ ສຳລັບແມ່ຍິງ (ປະມານ 5.5%) ແລະ ອາຍຸ 35-39 ປີ ສຳລັບຜູ້ຊາຍ (ກວ່າ 4%) ເຊິ່ງສະທ້ອນວ່າຜູ້ຊາຍມີແນວໂນ້ມແຕ່ງງານໃໝ່ຫຼາຍກວ່າແມ່ຍິງ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
1,100,000FollowersFollow
0SubscribersSubscribe
- Advertisement -spot_img

Latest Articles