ກອງປະຊຸມສະໄໝສາມັນສະຫຼຸບຜົນງານເດືອນພະຈິກ ແລະ ກຳນົດທິດທາງວຽກງານເດືອນທັນວາ 2026

ໃນວັນທີ 23 ພະຈິກ 2026, ລັດຖະບານ ສປປ ລາວ ໄດ້ຈັດກອງປະຊຸມສະໄໝສາມັນປະຈຳເດືອນ ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ເພື່ອທົບທວນຜົນງານເດືອນພະຈິກ ແລະ ກຳນົດທິດທາງວຽກງານເດືອນທັນວາ 2026.

ຜົນງານສຳຄັນໃນເດືອນພະຈິກ

– ຮັກສາສະຖຽນລະພາບການເມືອງ ແລະ ຄວາມສະຫງົບສັງຄົມ; ປາບປາມຄະດີຢາເສບຕິດໄດ້ 299 ເລື່ອງ ແລະ ທຳລາຍກຸ່ມສະແກມເມີ 6 ຄັ້ງ.

– ການເກັບລາຍຮັບງົບປະມານບັນລຸ 92% ຂອງແຜນການປີ ເພີ່ມຂຶ້ນ 19% ຈາກໄລຍະດຽວກັນຂອງປີກ່ອນ.

– ຄວບຄຸມອັດຕາເງິນເຟີ້ສະເລ່ຍຢູ່ທີ່ 7,7% ແລະ ຄັງສຳຮອງເງິນຕາສາມາດຮອງຮັບການນຳເຂົ້າໄດ້ 5,66 ເດືອນ.

– ອອກໃບຕາດິນໄດ້ຫຼາຍກວ່າ 167.000 ຕອນ ຫຼື 120% ຂອງແຜນການປີ.

– ຟື້ນຟູ ແລະ ປັບປຸງເສັ້ນທາງ, ພ້ອມທັງເລີ່ມເກັບຄ່າຜ່ານທາງເລກ 9 ເປັນໂຄງການຕົວແບບ ສາມາດເກັບລາຍຮັບບໍ່ຕ່ຳກວ່າ 700 ລ້ານກີບຕໍ່ມື້.

– ຜ່ານຮ່າງແຜນແມ່ບົດສົ່ງເສີມລົດໄຟຟ້າ ແລະ ພະລັງງານໃໝ່ 2026-2035 ພ້ອມທັງພິຈາລະນາຮ່າງດຳລັດກ່ຽວກັບການຟອກເງິນ ແລະ ການຄຸ້ມຄອງຂໍ້ມູນດີຈິຕອນພາກລັດ.

ວຽກຈຸດສຸມສຳຄັນໃນເດືອນທັນວາ 2026

1. ຮັກສາຄວາມສະຫງົບ ແລະ ເພີ່ມທະວີປາບປາມຢາເສບຕິດ, ອາຊະຍາກຳທາງໄຊເບີ ແລະ ການຟອກເງິນ.

2. ເລັ່ງລັດການເກັບລາຍຮັບງົບປະມານ ແລະ ແກ້ໄຂບັນຫາໜີ້ສິນພາຍໃນ ແລະ ຕ່າງປະເທດ.

3. ຮັກສາສະຖຽນລະພາບຄ່າເງິນກີບ, ອັດຕາແລກປ່ຽນ ແລະ ລາຄາສິນຄ້າ.

4. ເຂັ້ມງວດການຄຸ້ມຄອງບໍ່ແຮ່ ແລະ ການຂຸດຄົ້ນແຮ່ທາດທີ່ຜິດກົດໝາຍ.

5. ເລັ່ງປັບປຸງ ແລະ ກໍ່ສ້າງເສັ້ນທາງສຳຄັນ ເຊັ່ນ ເສັ້ນທາງ 13 ເໜືອ-ໃຕ້, ເສັ້ນທາງເລກ 8, 12 ແລະ ໂຄງການທາງລົດໄຟລາວ-ຫວຽດນາມ.

6. ຊຸກຍູ້ການຜະລິດກະສິກຳ, ການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກ.

7. ຍົກລະດັບຄຸນນະພາບການສຶກສາ, ສາທາລະນະສຸກ ແລະ ພັດທະນາສີມືແຮງງານ.

8. ສົ່ງເສີມການທ່ອງທ່ຽວ, ວັດທະນະທຳ ແລະ ປັບປຸງລະບຽບການບໍລິການຕ່າງໆ.

#ສະຫຼຸບໂດຍລວມ: ລັດຖະບານເນັ້ນໜັກ 3 ດ້ານຫຼັກຄື: ການຮັກສາຄວາມສະຫງົບ, ການຟື້ນຟູເສດຖະກິດ ແລະ ສະຖຽນລະພາບການເງິນ ພ້ອມກັບການຊຸກຍູ້ການພັດທະນາໂຄງລ່າງ ແລະ ຄຸນນະພາບຊີວິດປະຊາຊົນ.

ຂໍ້ມູນ: ກົມປະຊາສຳພັນ ຫສນຍ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
399,700FollowersFollow
0SubscribersSubscribe
- Advertisement -spot_img

Latest Articles