ອີງຕາມຂໍ້ມູນ ຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ແຝອາໄສ ທົ່ສປະເທດ ປີ 2025 ດ້ານການສຶກສາໃນປີ 2025 ເຖິງແມ່ນວ່າອັດຕາການຮູ້ໜັງສື ຂອງຄົນລາວອາຍຸ 6 ປີຂຶ້ນໄປ ຈະຢູ່ໃນລະດັບ 83.6% ແລະ ໃນກຸ່ມໄວໜຸ່ມອາຍຸ 15-24 ປີ ສູງເຖິງ 91.1%, ແຕ່ຕົວເລກການເຂົ້າຮຽນສຸດທິ (NAR) ກັບສະທ້ອນບັນຫາ ການປະລະການຮຽນ ທີ່ໜ້າເປັນຫ່ວງ ໂດຍຫຼຸດລົງຈາກ 75.7% ໃນຊັ້ນປະຖົມ, ເຫຼືອ 56.9% ໃນຊັ້ນມັດທະຍົມຕອນຕົ້ນ.
ຈຸດທີ່ຫຼຸດລົງແຮງທີ່ສຸດ ແມ່ນໄລຍະ ຕໍ່ຈາກມັດທະຍົມຕອນຕົ້ນ ໄປມັດທະຍົມຕອນປາຍ ເຊິ່ງອັດຕາການເຂົ້າຮຽນສຸດທິ ຫຼຸດລົງເຫຼືອພຽງ 27.9% ແລະ ເຫຼືອພຽງ 3.2% ໃນລະດັບການສຶກສາຊັ້ນສູງ (ບໍ່ນັບລວມສາຍອາຊີວະສຶກສາ).
ຂະນະດຽວກັນ, ພົນລະເມືອງອາຍຸ 6 ປີຂຶ້ນໄປເຖິງ 18.2% ຍັງບໍ່ເຄີຍໄດ້ເຂົ້າໂຮງຮຽນເລີຍ. ສຳລັບກຸ່ມຄົນລາວທີ່ຮຽນຈົບລະດັບການສຶກສາຊັ້ນສູງຂຶ້ນໄປ (Tertiary) ທົ່ວປະເທດມີທັງໝົດ 576,200 ຄົນ ຫຼື 9.9% ຂອງປະຊາກອນອາຍຸ 6 ປີຂຶ້ນໄປ.
ໃນນີ້, ສາຂາວິຊາທີ່ຄົນລາວຮຽນຈົບຫຼາຍທີ່ສຸດອັນດັບ 1 ແມ່ນ ສາຂາທຸລະກິດ ແລະ ການບໍລິຫານ ກວມເອົາ 24.3% (140,034 ຄົນ), ອັນດັບ 2 ແມ່ນ ສ້າງຄູ ແລະ ວິທະຍາສາດການສຶກສາ 15.4% (88,922 ຄົນ). ຮອງລົງມາແມ່ນ ສາຂາວິສະວະກຳ ແລະ ການຄ້າ 8.2% (47,198 ຄົນ) ແລະ ສາຂາສາທາລະນະສຸກ 7.0% (40,592 ຄົນ).
ຂໍ້ມູນຍັງຊີ້ໃຫ້ເຫັນວ່າ ແມ່ຍິງມັກຮຽນສາຍສາທາລະນະສຸກ (66.9%), ສ້າງຄູ (56.9%) ແລະ ບໍລິຫານທຸລະກິດ (56.9%) ໃນຂະນະທີ່ສາຍວິສະວະກຳຍັງມີແມ່ຍິງ
ພຽງ 6.5% ເທົ່ານັ້ນ.


