ກອງບັນຊາການຕຳຫຼວດປ້ອງກັນຄວາມສະຫງົບ (ປກສ) ນະຄອນຫຼວງວຽງຈັນ ວາງແຜນກຽມພ້ອມກຳລັງພົນ ແລະ ມາດຕະການຈັດລະບຽບການສັນຈອນ ເພື່ອແກ້ໄຂບັນຫາລົດຕິດ ແລະ ຫຼຸດຜ່ອນອຸບັດຕິເຫດ ໃນໄລຍະຈັດງານບຸນນະມັດສະການພຣະທາດຫຼວງ ປະຈຳປີ 2026 ເຊິ່ງຈະຈັດຂຶ້ນແຕ່ວັນທີ 20-24 ພະຈິກນີ້.
ໃນວັນທີ 19 ພະຈິກ 2026, ພັທ ຄຳພູ ສົມແພງພັນ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ໄດ້ຜ່ານແຜນການປ້ອງກັນຄວາມສະຫງົບ ແລະ ຈັດລະບຽບການສັນຈອນ ໃນງານບຸນພຣະທາດຫຼວງ ແລະ ງານວາງສະແດງສິນຄ້າລາວ-ໄອເຕັກ ໂດຍມີ ພົຈວ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນວ ເປັນປະທານ, ພ້ອມດ້ວຍ ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕຳຫຼວດຈະລາຈອນ, ຄະນະບັນຊາ ແລະ ນາຍຕຳຫຼວດເຂົ້າຮ່ວມ.
ສຳລັບແຜນການກະກຽມກຳລັງ ຈະມີກຳລັງຕຳຫຼວດຈະລາຈອນຫຼາຍກວ່າ 500 ສະຫາຍ ລົງປະຈຳການທັງໝົດ 135 ຈຸດ ທົ່ວນະຄອນຫຼວງ ແບ່ງເປັນຈຸດວົງໃນ 78 ຈຸດ ໃຊ້ກຳລັງ 300 ກວ່າສະຫາຍ ແລະ ຈຸດວົງນອກ 57 ຈຸດ ໃຊ້ກຳລັງ 100 ກວ່າສະຫາຍ. ນອກນັ້ນ ຍັງຈັດຕັ້ງຈຸດຄອຍເຫດ ແລະ ຈຸດກວດກາ 10 ຈຸດ ພ້ອມກັບຈຸດກວດກາປະຈຳການຕະຫຼອດ 24 ຊົ່ວໂມງ ອີກ 4 ຈຸດ ຢູ່ຕາມເສັ້ນທາງສຳຄັນ ປະກອບມີ ເສັ້ນທາງເລກທີ 13 ໃຕ້, ເສັ້ນທາງເລກທີ 13 ເໜືອ, ເສັ້ນທາງເລກທີ 11 ຕອນເໜືອ ແລະ ເສັ້ນທາງເລກທີ 10 ທ່າງ່ອນ.
ຂະນະດຽວກັນ ພາກສ່ວນກ່ຽວຂ້ອງຍັງໄດ້ປະເມີນ ແລະ ຄາດຄະເນສະພາບການສັນຈອນ ເນື່ອງຈາກອາດມີລົດສັນຈອນໜາແໜ້ນ ແລະ ເກີດຄວາມສັບສົນຢູ່ຕາມຖະໜົນສາຍຫຼັກອ້ອມຂ້າງບໍລິເວນຈັດງານ ເຊັ່ນ: ຖະໜົນໄກສອນ ພົມວິຫານ, ຖະໜົນໂພນໄຊ, ຖະໜົນ 23 ສິງຫາ, ຖະໜົນໜອງບອນ, ຖະໜົນທາດຫຼວງ ແລະ ຖະໜົນກຳແພງເມືອງ.
ນອກຈາກບັນຫາລົດຕິດແລ້ວ ຍັງມີການເຝົ້າລະວັງການຈອດລົດຊະຊາຍ, ການຕັ້ງຄອກຝາກລົດ ແລະ ຮ້ານຂາຍເຄື່ອງທີ່ກີດຂວາງທາງຄົນຍ່າງ. ພ້ອມທັງຕິດຕາມກຸ່ມຊາວໜຸ່ມທີ່ຂັບຂີ່ລົດເປັນກຸ່ມ ຫຼື ຂັບຂີ່ແຂ່ງກັນ ເຊິ່ງອາດສ່ຽງຕໍ່ການເກີດອຸບັດຕິເຫດ.
ທາງດ້ານການບັນຊາ ພັທ ສັງຄົມ ພົມມະລາດ ໄດ້ເນັ້ນໃຫ້ນາຍຕຳຫຼວດທີ່ປະຈຳການຕາມຈຸດຕ່າງໆ ເອົາໃຈໃສ່ຄວບຄຸມ ແລະ ລະບາຍການສັນຈອນໃຫ້ສະດວກຄ່ອງຕົວ, ບໍ່ໃຫ້ມີການຈອດລົດຊະຊາຍ, ພ້ອມທັງຈັດກຳລັງຄອຍເຫດ ເພື່ອເກັບກຳສະພາບການ ແລະ ແກ້ໄຂເຫດການທີ່ເກີດຂຶ້ນໃຫ້ວ່ອງໄວ ທັນການ ແລະ ຖືກຕ້ອງຕາມລະບຽບກົດໝາຍ.
ມາດຕະການດັ່ງກ່າວ ມີເປົ້າໝາຍເພື່ອຮັກສາຄວາມສະຫງົບ, ອຳນວຍຄວາມສະດວກໃນການເດີນທາງ ແລະ ສ້າງຄວາມປອດໄພໃຫ້ແກ່ປະຊາຊົນ ລວມທັງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າຮ່ວມງານບຸນພຣະທາດຫຼວງໃນປີນີ້.
ທີ່ມາ: ຄວາມສະຫງົບ


