ປະຊາຊົນທ້ອງຖິ່ນໃນເມືອງແປກ ແຂວງຊຽງຂວາງ ໄດ້ພົບເຫັນໂບ່ມໃຫຍ່ຂະໜາດ 500 ປອນ ຝັງຢູ່ໃຕ້ດິນ ໃນຂະນະທີ່ກຳລັງຂຸດດິນເພື່ອນຳໄປຖົມພື້ນທີ່.
ການພົບເຫັນດັ່ງກ່າວໄດ້ຖືກລາຍງານໃນວັນທີ 14 ພະຈິກ 2026. ຕໍ່ມາໃນວັນທີ 15 ພະຈິກ ອົງການ MAG (Mines Advisory Group) ໄດ້ລົງເກັບກຳຂໍ້ມູນ ແລະ ສົ່ງທີມງານເກັບກູ້ ແລະ ທຳລາຍລະເບີດ (EOD) ເຂົ້າດຳເນີນການເກັບກູ້ໂບ່ມໃຫຍ່ດັ່ງກ່າວ.
ຫຼັງຈາກນັ້ນ ທີມງານໄດ້ເຄື່ອນຍ້າຍໂບ່ມໃຫຍ່ໄປຍັງເມືອງຜາໄຊ ແລະ ດຳເນີນການທຳລາຍຖິ້ມໃນວັນທີ 18 ພະຈິກ 2026.
ເຫດການນີ້ສະທ້ອນໃຫ້ເຫັນວ່າ ໂບ່ມທີ່ຕົກຄ້າງຈາກສົງຄາມຍັງຄົງມີຢູ່ໃນຫຼາຍພື້ນທີ່ ແລະ ອາດສ້າງອັນຕະລາຍຕໍ່ປະຊາຊົນໄດ້ ຖ້າຫາກມີການຂຸດຄົ້ນດິນໂດຍບໍ່ຮູ້ວ່າມີວັດຖຸອັນຕະລາຍຝັງຢູ່.
ທີ່ມາ: MAG Lao PDR

