ໂອກາດດີສຳລັບຊາວໜຸ່ມລາວ! ອົງການແມ່ນໍ້າຂອງ MRC ເປີດຮັບສະໝັກໂຄງການ “Riverpreneur Challenge” ຊິງທຶນສະໜັບສະໜູນ 6,000 ໂດລາສະຫະລັດ!

ຄະນະກຳມາທິການແມ່ນ້ຳຂອງສາກົນ (MRC) ເປີດຮັບສະໝັກຜູ້ປະກອບການລຸ້ນໃໝ່ ອາຍຸ 18–35 ປີ ຈາກ 4 ປະເທດ (ສປປ ລາວ, ກຳປູເຈຍ, ໄທ ແລະ ຫວຽດນາມ) ທີ່ມີຄວາມຄິດສ້າງສັນ ແລະ ມຸ່ງໝັ້ນສ້າງທຸລະກິດເພື່ອສັງຄົມ ແລະ ສິ່ງແວດລ້ອມ ເຂົ້າຮ່ວມໂຄງການ Riverpreneur Challenge — Turning Solutions into Sustainable Enterprises.

ໂຄງການນີ້ເປີດເວທີໃຫ້ຊາວໜຸ່ມໄດ້ນຳສະເໜີນະວັດຕະກຳ ແລະ ແນວທາງແກ້ໄຂບັນຫາດ້ານ ນ້ຳ, ອາຫານ, ສະພາບອາກາດ, ການດຳລົງຊີວິດ ແລະ ສິ່ງແວດລ້ອມ ໃນພາກພື້ນແມ່ນ້ຳຂອງ.

ສິ່ງທີ່ຜູ້ເຂົ້າຮ່ວມຈະໄດ້ຮັບ:

– 15 ຄົນທີ່ຖືກຄັດເລືອກ: ໄດ້ຮັບການຝຶກອົບຮົມທາງທຸລະກິດ, ຄຳປຶກສາຈາກຜູ້ຊ່ຽວຊານ ແລະ ການຝຶກທັກສະການນຳສະເໜີ.

– 8 ຄົນເຂົ້າຮອບສຸດທ້າຍ: ໄດ້ຮ່ວມນຳສະເໜີທຸລະກິດໃນກອງປະຊຸມສາກົນ ຂອງກອງປະຊຸມສຸດຍອດ MRC ຄັ້ງທີ 5 ທີ່ບາງກອກ ໃນວັນທີ 3 ເມສາ 2027.

– 4 ທີມທີ່ຊະນະ: ໄດ້ຮັບທຶນສະໜັບສະໜູນ 6,000 ໂດລາສະຫະລັດຕໍ່ທີມ ສຳລັບການທົດລອງດຳເນີນໂຄງການເປັນເວລາ 3 ເດືອນ.

ປິດຮັບສະໝັກ: ວັນທີ 4 ທັນວາ 2026

ເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່: https://www.facebook.com/share/p/1GKGHZHFXp/

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
92,400FollowersFollow
0SubscribersSubscribe
- Advertisement -spot_img

Latest Articles