ການສະຫມັກທຶນແລກປ່ຽນນັກສຶກສາລະຫວ່າງມະຫາວິທະຍາໄລ ສະຫວັນນະເຂດ ແລະ ມະຫາວິທະຍາໄລ Karlsruhe University of Education, ປະເທດເຢຍລະມັນ

ມະຫາວິທະຍາໄລ ສະຫວັນນະເຂດ ແຈ້ງມາຍັງທ່ານ ຫົວຫນ້າຄະນະວິຊາ ຄະນະພາສາ ແລະ ມະນຸດສາດ ແຈ້ງນັກສຶກສາທີ່ມີຄວາມສົນໃຈເຂົ້າຮ່ວມສະຫມັກທຶນແລກປ່ຽນການສຶກສາ Erasmus KAI7I ປະຈໍາສົກສຶກສາ 2026-2027 ຈ ໍານວນ 2 ທຶ ນ ທີ່ ມະຫາວິ ທະຍາໄລ Karlsruhe University of Education, ປະເທດເຢຍລະມັນ ໄລຍະເວລາ 6 ເດືອນ (ເລີ່ມແຕ່ເດືອນ ມີນາ-ເດືອນ ສິງຫາ 2027). ສໍາລັບນັກສຶກສາທີ່ຜ່ານການຄັດເລືອກຈະໄດ້ຮັບທຶນ ໄປແລກປ່ຽນ ທີ່ ມະຫາວິທະຍາໄລດັ່ງກ່າວ. ຄ່າໃຊ້ຈ່າຍທັງຫມົດ (ຄ່າເດີນທາງ, ທີ່ພັກ, ອັດຕາກິນ ແລະ ປະກັນໄພ) ແມ່ນໂຄງການ Erasmus ເປັນຜູ້ຮັບຜິດຊອບ.

ເງື່ອນໄຂຂອງຜູ້ສະຫມັກມີດັ່ງນີ້:

1. ຕ້ອງມີຄວາມຮູ້ທາງດ້ານພາສາອັງກິດໃນລະດັບດີ

2. ຕ້ອງມີຄະແນນສະເລ່ຍສະສົມ 2.75 ຂຶ້ນໄປ

3. ຕ້ອງເປັນນັກສຶກສາປີ 2 ຂຶ້ນໄປ ໃນສາຂາພາສາອັງກິດ ຄະນະພາສາ ແລະ ມະນຸດສາດ

ຫມາຍເຫດ:

– ຜູ້ທີ່ສົນໃຈ ສາມາດເຂົ້າຮ່ວມຮັບຟັງການເຜີຍແຜ່ທຶນການສຶກສາ ແລະ ລົງທະບຽນເພື່ອເຂົ້າສອບເສັງ ທີ່ ຄະນະພາສາ ແລະ ມະນຸດສາດໃນວັນທີ 18 ພະຈິກ 2026, ເວລາ 13:30 ໂມງ ທີ່ ຕຶກຄະນະພາສາ ແລະ ມະນຸດສາດຊັ້ນ 3.

– ການສອບເສັງແມ່ນຈະໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2026 ເວລາ 8:30 ໂມງ ທີ່ ຕຶກຄະນະພາສາ ແລະ ມະນຸດສາດຊັ້ນ 3.

– ຜູ້ທີ່ຜ່ານການສອບເສັງຈະໄດ້ເຂົ້າຮ່ວມການສໍາພາດໃນວັນທີ 25 ພະຈິກ 2026 ທີ່ ຕຶກຄະນະພາສາ ແລະ ມະນຸດສາດຊັ້ນ 3 ເວລາ 09:00 ໂມງເປັນຕົ້ນໄປ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
1,633FollowersFollow
0SubscribersSubscribe
- Advertisement -spot_img

Latest Articles