ສື່ຫວຽດນາມ ຍ້ອງຍໍ ສິລະປິນລາວ “ປຸກຊີບຂີ້ເຫຍື້ອ” ສູ່ເວທີໂລກ ປັ້ນເປັນຕຸກກະຕາສື່ສານຮັກໂລກ ຈົນຕ່າງຊາດຕ້ອງຍົກໂປ້ໃຫ້ !

ທ່າມກາງເວທີ ມະຫາກຳລະຄອນຕຸກກະຕານານາຊາດ 2026 (International Puppet Festival 2026) ທີ່ເກາະຟູກວກ ປະເທດຫວຽດນາມ ເຊິ່ງລວມເອົາສຸດຍອດສິລະປິນ 16 ຄະນະ ຈາກ 13 ປະເທດໃນ 5 ທະວີບມາປະຊັນສີມືກັນ, ຄະນະລະຄອນຕຸກກະຕາແຫ່ງຊາດລາວ ໄດ້ສ້າງປາກົດການ ທີ່ເຮັດໃຫ້ທັງຜູ້ຊົມ ແລະ ສື່ມວນຊົນຫວຽດນາມຢ່າງ Báo Văn Hóa ຕ້ອງອອກມາຂຽນບົດຄວາມຊື່ນຊົມຢ່າງສຸດຊຶ້ງ. ພາຍໃຕ້ຜົນງານທີ່ມີຊື່ວ່າ “ລາຄາຂອງຄວາມປະໝາດ” (The Price of Carelessness), ສິລະປິນລາວ ໄດ້ພິກໂສມ ສິ່ງເສດເຫຼືອທີ່ຄົນເບິ່ງຂ້າມ ບໍ່ວ່າຈະເປັນເຈ້ຍ, ເສດຜ້າ, ຖົງຢາງ, ແກັດເຈ້ຍ, ກະໂປະໝາກພ້າວແຫ້ງ ໄປຈົນເຖິງໃບໄມ້ ໃຫ້ກັບມາ ມີຊີວິດຊີວາຢູ່ເທິງເວທີສາກົນ ຢ່າງໜ້າອັດສະຈັນ.

ຕະຫຼອດໄລຍະເວລາ 21 ນາທີ ຜ່ານ 7 ສາກ ທີ່ຮ້ອຍຮຽງຢ່າງລົງຕົວ, ຄະນະສິລະປິນລາວ ໄດ້ພາຜູ້ຊົມໄປສຳຜັດກັບເລື່ອງລາວທີ່ເລີ່ມຕົ້ນຈາກ ວິຖີຊີວິດປະຈຳວັນ ແລະ ພຶດຕິກຳເລັກໆນ້ອຍໆ ເຊັ່ນການຖິ້ມຂີ້ເຫຍື້ອຊະຊາຍ ຫຼັງງານບຸນ ຈົນກາຍເປັນກອງຂີ້ເຫຍື້ອມະຫຶມາ ທີ່ທຳລາຍແມ່ນ້ຳລຳເຊ ແລະ ຊີວິດສັດປ່າ. ໃນສາກສຳຄັນທີ່ສຸດ, ກອງຂີ້ເຫຍື້ອໄດ້ຖືກສື່ສານ ອອກມາເປັນເງົາມືດ ຂະໜາດໃຫຍ່ ທີ່ເຂົ້າປົກຄຸມໂລກ ພ້ອມໄພພິບັດທຳມະຊາດທີ່ຕາມມາ ເພື່ອຢ້ຳເຕືອນວ່າ “ຄວາມປະໝາດ ຄືຕົ້ນຕໍຂອງຄວາມສູນເສຍ ທີ່ປະເມີນຄ່າບໍ່ໄດ້”. ແຕ່ເລື່ອງລາວບໍ່ໄດ້ຈົບລົງດ້ວຍຄວາມສິ້ນຫວັງ ເພາະຕົວລະຄອນເດັກນ້ອຍ ໃນເລື່ອງ ໄດ້ລຸກຂຶ້ນມາຮ່ວມມືກັນເກັບຂີ້ເຫຍື້ອ ແລະ ຟື້ນຟູທຳມະຊາດ ສົ່ງຕໍ່ແສງສະຫວ່າງ ແຫ່ງຄວາມຫວັງ ໃຫ້ທຸກຄົນຫັນມາຮັກສາສິ່ງແວດລ້ອມ ກ່ອນຈະສວາຍ ເກີນໄປ.

ສິ່ງທີ່ເຮັດໃຫ້ສື່ຕ່າງປະເທດຍົກຍ້ອງວ່າເປັນຈຸດເດັ່ນອັນຍອດຢ້ຽມ ຄື ການປະສົມປະສານ ສິລະປະການສະແດງເຖິງ 5 ຮູບແບບເຂົ້າກັນຢ່າງກົມກືນ ທັງຫຸ່ນມື, ຫຸ່ນໄມ້ (ເຊິ່ງບາງຕົວຕ້ອງໃຊ້ນັກສະແດງເຖິງ 3 ຄົນຊ່ວຍກັນບັງຄັບ), ຫຸ່ນວັດຖຸ, ການສະແດງໜ້າກາກ ຈາກວັດສະດຸທຳມະຊາດ. ທຸກຈັງຫວະການເຄື່ອນໄຫວທີ່ສັບປ່ຽນໄປມາ ຢ່າງມີມິຕິ ຖືກຂັບກ່ອມດ້ວຍສຽງ ແຄນລາວ ອັນອ່ອນຊ້ອຍ ເຊິ່ງບໍ່ພຽງແຕ່ເຮັດໃຫ້ການເລົ່າເລື່ອງບັນຫາສິ່ງແວດລ້ອມ ລະດັບໂລກ ມີມົນສະເໜ່ເທົ່ານັ້ນ ແຕ່ຍັງເປັນການປະກາດກ້ອງ ເອກະລັກວັດທະນະທຳລາວ ໃຫ້ຊາວໂລກໄດ້ຊື່ນຊົມອີກດ້ວຍ.

ເບື້ອງຫຼັງຄວາມສຳເລັດອັນໜ້າພາກພູມໃຈນີ້ ບໍ່ແມ່ນເລື່ອງບັງເອີນ ແຕ່ເກີດຈາກຮາກເຫງົ້າທາງວັດທະນະທຳທີ່ສືບທອດກັນມາຢ່າງຍາວນານ ຕັ້ງແຕ່ສະຕະວັດທີ 14 ໃນລາຊະສະໄໝຂອງພະເຈົ້າຟ້າງຸ່ມແຫ່ງອານາຈັກລ້ານຊ້າງ ຈາກສິລະປະຫຸ່ນຫຼວງ “ອີ່ປ໋ອກ” ຢູ່ຫຼວງພະບາງ ຈົນມາເຖິງການສ້າງຕັ້ງ ກອງລະຄອນຕຸກກະຕາ ແຫ່ງຊາດໃນປີ 1979. ຈາກລຸ້ນສູ່ລຸ້ນ, ສິລະປິນລາວໄດ້ຖ່າຍທອດ ທັງວິຊາການບັງຄັບຫຸ່ນ, ການປະດິດອຸປະກອນ ແລະ ຈິດວິນຍານຂອງການສະແດງ ພ້ອມທັງນຳເອົາບົດຮຽນຈາກການເຄື່ອນໄຫວ ສະແດງທົ່ວປະເທດ ແລະ ແລກປ່ຽນວັດທະນະທຳກັບຕ່າງປະເທດ ມາຕໍ່ຍອດໃຫ້ສິລະປະບູຮານ ຂອງລາວສາມາດກ້າວທັນ ໂລກຍຸກໃໝ່ໄດ້ຢ່າງສະຫງ່າງາມ.

ນອກຈາກການສະແດງເທິງເວທີທີ່ສະກົດທຸກສາຍຕາແລ້ວ, ຄະນະສິລະປິນລາວຍັງໄດ້ນຳເອົາຕຸກກະຕາ 25 ຕົວໄປຈັດວາງສະແດງ ແລະ ກຽມໄວ້ອີກ 10 ຕົວ ເພື່ອເປີດໂອກາດໃຫ້ນັກທ່ອງທ່ຽວ ແລະ ຜູ້ຮ່ວມງານນານາຊາດໄດ້ລອງຈັບບາຍ, ຝຶກບັງຄັບ ແລະ ຮຽນຮູ້ວິທີປ່ຽນຂີ້ເຫຍື້ອ ໃຫ້ກາຍເປັນງານສິລະປະດ້ວຍຕົນເອງ. ຜົນງານຄັ້ງນີ້ຂອງຄະນະລະຄອນຕຸກກະຕາແຫ່ງຊາດລາວ ຈຶ່ງບໍ່ພຽງແຕ່ເປັນການສ້າງຊື່ສຽງ ໃຫ້ແກ່ປະເທດຊາດ ໃນເວທີສາກົນເທົ່ານັ້ນ ແຕ່ຍັງພິສູດໃຫ້ໂລກເຫັນວ່າ ຝີມື, ຫົວຄິດປະດິດສ້າງ ແລະ ຫົວໃຈສີຂຽວ ຂອງຄົນລາວ ສາມາດປ່ຽນສິ່ງທີ່ໄຮ້ຄ່າ ໃຫ້ກາຍເປັນພະລັງທີ່ສວຍງາມ

ເພື່ອປ່ຽນແປງໂລກໄດ້ຢ່າງແທ້ຈິງ.

ຮູບພາບ: Vietnam VN

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
637FollowersFollow
0SubscribersSubscribe
- Advertisement -spot_img

Latest Articles