ຫ້ອງການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຈ້ງໃຫ້ຊາບວ່າ: ເມືອງມູອັນ, ສ. ເກົາຫຼີ ຕ້ອງການແຮງງານ 5 ເມືອງຂອງແຂວງຈຳປາສັກ ຈໍານວນ 2,000 ຄົນ, ຍິງ 600 ຄົນ ເພື່ອໄປເຮັດວຽກ ຕາມລະດູການ ຢູ່ເມືອງດັ່ງກ່າວໃນປີ 2027.
ສໍາລັບສະຖານທີ ແລະ ວັນເວລາໃນການສໍາພາດ ຄັດເລືອກແຮງງານ ດັ່ງລຸ່ມນີ້:
ສໍາພາດຢູ່ທີ່ ເມືອງປາກຊ່ອງ, ແຂວງຈໍາປາສັກ ວັນທີ 07-08 ທັນວາ 2026 ເວລາ 08:00-16:00 ໂມງ, (ຕ້ອງການແຮງງານ ຈໍານວນ 400 ຄົນ, ເຊິ່ງເປັນຍິງດ່ຽວ 100 ຄົນ ແລະ ຄູ່ຜົວເມຍ 50 ຄູ);
ສໍາພາດຢູ່ທີ່ ເມືອງບາຈຽງຈະເລີນສຸກ, ແຂວງຈໍາປາສັກ ວັນທີ 09-10 ທັນວາ 2026 ເວລາ 08:00-16:00 ໂມງ, (ຕ້ອງການແຮງງານ ຈໍານວນ 400 ຄົນ, ເຊິ່ງເປັນຍິງດ່ຽວ 50 ຄົນ ແລະ ຄູ່ຜົວເມຍ 25 ຄູ່);
ສໍາພາດຢູ່ທີ່ ນະຄອນປາກເຊ, ແຂວງຈໍາປາສັກ ວັນທີ 11 ທັນວາ 2026 ເວລາ 08:00-16:00 ໂມງ, (ຕ້ອງການແຮງງານ ຈໍານວນ 400 ຄົນ, ເຊິ່ງເປັນຍິງ 50 ຄົນ ແລະ ຄູ່ຜົວເມຍ 25 ຄູ່);
ສໍາພາດຢູ່ທີ່ ເມືອງໂພນທອງ, ແຂວງຈໍາປາສັກ ວັນທີ 14-15 ທັນວາ 2026 ເວລາ 08:00-16:00 ໂມງ, (ຕ້ອງການແຮງງານ ຈໍານວນ 400 ຄົນ, ເຊິ່ງເປັນຍິງ 100 ຄົນ ແລະ ຄູ່ຜົວເມຍ 50 ຄູ່),
ສໍາພາດຢູ່ທີ່ ເມືອງຊະນະສົມບູນ, ແຂວງຈໍາປາສັກ ວັນທີ 16-17 ທັນວາ 2026 ເວລາ 08:00-16:00 ໂມງ, (ຕ້ອງການແຮງງານ ຈໍານວນ 400 ຄົນ, ເຊິ່ງເປັນຍິງ 100 ຄົນ ແລະ ຄູ່ຜົວເມຍ 50 ຄູ່).
ແບບຟອມການສະໝັກ ກົມການຈັດຫາງານ ຈະກະກຽມໄປແຈກຈ່າຍໃນມື້ລົງທະບຽນ ແລະ ສໍາລັບ ຄ່າ ລົງທະບຽນ, ຄ່າສະໝັກ ແລະ ຄັດເລືອກ ແມ່ນຈະບໍ່ໄດ້ເສຍຄ່າໃຊ້ຈ່າຍ.
ເງື່ອນໄຂການສະໝັກ:
1. ເປັນພົນເມືອງລາວ ແລະ ອາໄສຢູ່ ເມືອງກ່ຽວຂ້ອງ ຢ່າງໜ້ອຍ 1 ປີ;
2. ເພດຊາຍ ແລະ ຍິງ ອາຍຸ 25-40 ປີ; (ສໍາລັບເພດຍິງ ແມ່ນບໍ່ຢູ່ໃນໄລຍະຖືພາ ແລະ ບໍ່ມີລູກນ້ອຍຕໍ່າ ກວ່າ 1 ປີ);
3. ເປັນຜູ້ທີ່ປະກອບອາຊີບ ໃນຂະແໜງກະສິກຳ ເຊັ່ນ: ເຮັດໄຮ່, ເຮັດນາ, ເຮັດສວນ ເປັນພື້ນຖານ ໃນ ການດໍາລົງຊີວິດ;
4. ມີສຸຂະພາບແຂງແຮງ, ຕາບໍ່ບອດສີ, ບໍ່ເປັນໂລກຕ້ອງຫ້າມ ເປັນຕົ້ນ: ໄວຣັດຕັບປີ, ພະຍາດຕິດຕໍ່ (ວັນນະໂລກ, ໂຄວິດ-19, ປອດແຫ້ງ) ແລະ ພະຍາດຕິດຕໍ່ທາງເພດສຳພັນ (ຊີຟີລິສ), ຜູ້ທີ່ໃຊ້ຢາເສບຕິດ;
5. ບໍ່ມີຄະດີ, ບໍ່ມີປະຫວັດຫ້າມເຂົ້າ-ອອກ ສ.ເກົາຫຼີ ຫຼື ບໍ່ຖືກຈຳກັດການເດີນທາງອອກນອກປະເທດ;
6. ລວງສູງ 155 ຊັງຕີແມັດຂຶ້ນໄປ;
7. ຈົບການສຶກສາຂັ້ນປະຖົມສຶກສາຂຶ້ນໄປ ສາມາດອ່ານ, ຂຽນ ພາສາລາວໄດ້;
8. ສາມາດຊໍາລະຄ່າໃຊ້ຈ່າຍຕ່າງໆດ້ວຍຕົນເອງ;
9. ຕ້ອງມີໂທລະສັບ ສະມາດໂຟນ ເພື່ອໃຊ້ລົງທະບຽນຢູ່ ສ.ເກົາຫຼີ.
ເອກະສານປະກອບ
ໃນເວລາ ມາສໍາພາດຄັດເລືອກແຮງງານ ໃຫ້ແຮງງານຖືເອກະສານຈໍາເປັນມາພ້ອມ ດັ່ງນີ້:
1. ຮູບຂະໜາດ 3,5*4,5 ຟື້ນຂາວ ຈໍານວນ 6 ໃບ (ຮູບຖ່າຍບໍ່ເກີນ 3 ເດືອນ);
2. ກອບປີ້ ສໍາມະໂນຄົວ 2 ສະບັບ (ສໍາມະໂນຄົວ ເຈົ້າຂອງໃບຕາດິນ ແລະ ແຮງງານ);
3. ກອບປີ້ບັດປະຈໍາຕົວ 1 ສະບັບ;
4. ກອບປີ້ພາດສປອດ 2 ສະບັບ (ຖ້າບໍ່ມີໃຫ້ໄປດຳເນີນການ ພາຍຫຼັງທີ່ໄດ້ຮັບການຄັດເລືອກ);
5. ໃບຢັ້ງຢືນທີ່ຢູ່ຈາກນາຍບ້ານທີ່ຕົນເອງອາໄສຢູ່;
6. ສໍາເນົາໃບຕາດິນຂອບທອງ ແລະ ຮູບພາບຂອງຕອນດິນ ຫຼື ເຮືອນທີ່ຈະມາເປັນຫຼັກຊັບຄໍ້າປະກັນ (ນໍາ ໃບຕາດິນສະບັບແທ້ມາພ້ອມ).
ໝາຍເຫດ:
ເນື່ອງຈາກເວລາໃນການຮັບສະໝັກ, ສໍາພາດ ແລະ ຄັດເລືອກ ສັ້ນ, ແຮງງານຜູ້ທີ່ຄົບເງື່ອນໄຂ ແລະ ມີໜັງສື ຜ່ານແດນ ຈະໄດ້ຮັບການພິຈາລະນາພິເສດ;
ເບີຕິດຕໍ່ປະສານງານ: ພະແນກຈັດຫາງານໄປຕ່າງປະເທດ 021 217738.


