ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກສານເນື່ອງໃນໂອກາດລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2026 ຄົບຮອບ 26 ປີ (25/11/2000-25/11/2026) ໂດຍຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມແຮງຮ່ວມໃຈກັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຮັບປະກັນຄວາມຍຸຕິທຳ, ປົກປ້ອງຜູ້ຖືກເຄາະຮ້າຍ ແລະ ລົງໂທດຜູ້ກະທຳຜິດຕາມກົດໝາຍຢ່າງເຂັ້ມງວດ.
ໃນສານດັ່ງກ່າວ ທ່ານໄດ້ລະບຸວ່າ ເນື່ອງໃນໂອກາດລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ຄົບຮອບ 26 ປີ ສປປ ລາວ ກໍຄືບັນດາປະເທດໃນໂລກ ໄດ້ຈັດຂະບວນການລະນຶກວັນດັ່ງກ່າວ. ສຳລັບປີ 2026 ນີ້ ແມ່ນຈັດຂຶ້ນພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຮັບປະກັນຄວາມຍຸຕິທຳ, ປົກປ້ອງຜູ້ຖືກເຄາະຮ້າຍ, ລົງໂທດຜູ້ກະທຳຜິດຕາມກົດໝາຍ ຢ່າງເຂັ້ມງວດ”.
ທ່ານໄດ້ກ່າວໃນນາມຕາງໜ້າພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ ແລະ ຄວາມເປັນຫ່ວງເປັນໃຍ ມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າ, ເພື່ອນມິດສະຫາຍ ແລະ ພະນັກງານ-ລັດຖະກອນ, ທະຫານຕຳຫຼວດທຸກທົ່ວໜ້າໃນຂອບເຂດທົ່ວປະເທດ.
ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເປັນການລະເມີດສິດທິພື້ນຖານ
ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຊີ້ໃຫ້ເຫັນວ່າ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ແມ່ນການລະເມີດສິດທິພື້ນຖານ ແລະ ກຽດສັກສີຂອງມະນຸດ, ເປັນໄພຂົ່ມຂູ່ຕໍ່ຄອບຄົວ, ສຸຂະພາບ, ການສຶກສາ ແລະ ການພັດທະນາປະເທດຊາດ. ດັ່ງນັ້ນ ການຢຸດຕິຄວາມຮຸນແຮງດັ່ງກ່າວ ຈຶ່ງເປັນໜ້າທີ່ຂອງທົ່ວສັງຄົມ.
ໃນໄລຍະຜ່ານມາ ພັກ ແລະ ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສຳຄັນຕໍ່ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການປົກປ້ອງສິດທິຂອງແມ່ຍິງ ແລະ ເດັກຍິງ ພ້ອມທັງໄດ້ສ້າງ ແລະ ປັບປຸງກົນໄກການຊ່ວຍເຫຼືອແບບຄົບຊຸດ.
ພ້ອມນີ້ ຍັງໄດ້ສ້າງສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ທີ່ຂຶ້ນກັບສະຫະພັນແມ່ຍິງລາວ ໃນ 8 ແຂວງທົ່ວປະເທດ, ມີຈຸດບໍລິການດ້ານສຸຂະພາບ ແລະ ຈຸດປະສານງານໃນທຸກຂະແໜງການທີ່ກ່ຽວຂ້ອງ ເພື່ອຊ່ວຍເຫຼືອແມ່ຍິງ ແລະ ເດັກຍິງທີ່ຖືກເຄາະຮ້າຍແບບຮອບດ້ານ. ການຊ່ວຍເຫຼືອປະກອບມີ ດ້ານສຸຂະພາບກາຍ, ສຸຂະພາບຈິດໃຈ, ການຈັດຫາທີ່ພັກຊົ່ວຄາວ, ການເຂົ້າເຖິງຂະບວນການຍຸຕິທຳ ຕະຫຼອດຮອດການຊ່ວຍສ້າງວິຊາຊີບ ເພື່ອໃຫ້ຜູ້ຖືກເຄາະຮ້າຍສາມາດມີວຽກເຮັດງານທຳ ເມື່ອອອກຈາກສູນຊ່ວຍເຫຼືອ ແລະ ກັບຄືນສູ່ຊຸມຊົນ.
ຍັງມີອຸປະສັກໃນການຂໍຄວາມຊ່ວຍເຫຼືອ ແລະ ການເຂົ້າເຖິງຂະບວນການຍຸຕິທຳ
ສານຍັງລະບຸວ່າ ໃນປັດຈຸບັນ ທ່າມກາງສະພາບການໂລກທີ່ຜັນປ່ຽນຢ່າງໄວວາ ໄດ້ສ້າງສິ່ງທ້າທາຍໃໝ່ຫຼາຍຮູບແບບ ລວມທັງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ເຖິງແມ່ນວ່າຫຼາຍປະເທດໃນໂລກໄດ້ພະຍາຍາມປັບປຸງນິຕິກຳ ກໍຄືກົນໄກ ແລະ ມາດຕະການປົກປ້ອງແມ່ຍິງ ແລະ ເດັກຍິງ, ແຕ່ການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຍັງບໍ່ທັນມີປະສິດທິພາບເທົ່າທີ່ຄວນ.
ສຳລັບ ສປປ ລາວ ກໍເຊັ່ນກັນ, ຜູ້ຖືກເຄາະຮ້າຍບາງກໍລະນີຍັງບໍ່ກ້າຂໍຄວາມຊ່ວຍເຫຼືອ ເນື່ອງຈາກຄວາມຢ້ານກົວ, ຄວາມກັງວົນ ຫຼື ຄວາມບໍ່ໝັ້ນໃຈໃນຂະບວນການຍຸຕິທຳ. ນອກນັ້ນ ຄວາມເຊື່ອແບບດັ້ງເດີມທີ່ເຫັນວ່າ ຄວາມຮຸນແຮງໃນຄອບຄົວເປັນ “ເລື່ອງສ່ວນຕົວ” ຍັງເປັນອຸປະສັກ ທີ່ສ້າງຊ່ອງຫວ່າງ ແລະ ເຮັດໃຫ້ຜູ້ກະທຳຜິດບໍ່ໄດ້ຮັບໂທດ.
ເນັ້ນໜັກ 3 ປະການ ເພື່ອຮັບປະກັນຄວາມຍຸຕິທຳ
ເພື່ອຮັບປະກັນຄວາມຍຸຕິທຳ, ປົກປ້ອງຜູ້ຖືກເຄາະຮ້າຍ ແລະ ລົງໂທດຜູ້ກະທຳຜິດ ຕາມຫົວຂໍ້ຂອງການລະນຶກວັນສາກົນດັ່ງກ່າວໃນປີນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນໜັກ 3 ປະການສຳຄັນ ດັ່ງນີ້:
1. ເພີ່ມທະວີການໂຄສະນາເຜີຍແຜ່ ແລະ ປູກຝັງຈິດສຳນຶກ
ອົງການຈັດຕັ້ງພັກ-ລັດທີ່ກ່ຽວຂ້ອງ ຕ້ອງເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ຄອບຄົວ, ໂຮງຮຽນ, ຊຸມຊົນ ແລະ ສັງຄົມ ຮ່ວມກັນປູກຝັງຈິດສຳນຶກໃນການເຄົາລົບເຊິ່ງກັນ ແລະ ກັນ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ວິທີແກ້ໄຂຄວາມຂັດແຍ່ງໂດຍບໍ່ໃຊ້ຄວາມຮຸນແຮງ.
ພ້ອມກັນນັ້ນ ຮຽກຮ້ອງໃຫ້ປວງຊົນລາວທຸກຄົນບໍ່ເມີນເສີຍເມື່ອເຫັນເຫດການຄວາມຮຸນແຮງ, ແຕ່ຈົ່ງກ້າຫານລາຍງານ ແລະ ປົກປ້ອງຜູ້ຖືກເຄາະຮ້າຍ ເພາະ “ການເມີນເສີຍ ຖືເປັນການສົ່ງເສີມຄວາມຮຸນແຮງທາງອ້ອມ” ແລະ ຕ້ອງຮັບຮູ້ວ່າ ການໃຊ້ຄວາມຮຸນແຮງແມ່ນເປັນຄວາມຜິດທາງອາຍາ.
2. ເພີ່ມທະວີການປົກປ້ອງ ແລະ ຊ່ວຍເຫຼືອແບບຮອບດ້ານ
ສຸມໃສ່ການປົກປ້ອງ ແລະ ຊ່ວຍເຫຼືອແບບຮອບດ້ານ, ຖືເອົາຄວາມປອດໄພ, ກຽດສັກສີ ແລະ ຄວາມຖືກຕ້ອງຂອງຜູ້ຖືກເຄາະຮ້າຍເປັນໃຈກາງ ເພື່ອຮັບປະກັນໃຫ້ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອໄດ້ຮັບການປິ່ນປົວ, ຄຳປຶກສາ, ການຊ່ວຍເຫຼືອທາງກົດໝາຍ ແລະ ມີສະຖານທີ່ພັກເຊົາທີ່ປອດໄພຕາມຄວາມຈຳເປັນ.
3. ດຳເນີນການຕາມກົດໝາຍຢ່າງທ່ຽງທຳ ແລະ ໂປ່ງໃສ
ເຈົ້າໜ້າທີ່ທຸກຂັ້ນ ຕ້ອງຢຶດໝັ້ນຄວາມທ່ຽງທຳ, ໂປ່ງໃສ, ດຳເນີນການຢ່າງວ່ອງໄວ ແລະ ບໍ່ເລືອກປະຕິບັດໃນການສືບສວນ, ດຳເນີນຄະດີ ແລະ ລົງໂທດຜູ້ກະທຳຜິດຕາມກົດໝາຍຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມຍຸຕິທຳໃຫ້ແກ່ຜູ້ຖືກເຄາະຮ້າຍ.
ຮຽກຮ້ອງທຸກພາກສ່ວນຮ່ວມສ້າງສັງຄົມປອດຈາກຄວາມຮຸນແຮງ
ໃນຕອນທ້າຍຂອງສານ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງພ້ອມຈິດພ້ອມໃຈ ລົງມືປະຕິບັດຢ່າງຈິງຈັງ ເພື່ອສ້າງສັງຄົມລາວໃຫ້ກາຍເປັນສັງຄົມແຫ່ງຄວາມສະເໝີພາບ, ຍຸຕິທຳ ແລະ ສີວິໄລ. ປະຊາຊົນທຸກຄົນ ບໍ່ວ່າຍິງ ຫຼື ຊາຍ, ຜູ້ໃຫຍ່ ຫຼື ເດັກນ້ອຍ ຕ້ອງໄດ້ຮັບການປົກປ້ອງ, ມີສິດສະເໝີພາບຕໍ່ໜ້າກົດໝາຍ ແລະ ດຳລົງຊີວິດຢ່າງປອດໄພ, ປາສະຈາກຄວາມຮຸນແຮງທຸກຮູບແບບ.
ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງອົງການຈັດຕັ້ງສາກົນ, ປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ທີ່ໄດ້ຄຽງບ່າຄຽງໄຫຼ່ສະໜັບສະໜູນ ສປປ ລາວ ດ້ວຍດີຕະຫຼອດມາ.
ທ້າຍສຸດ ທ່ານໄດ້ອວຍພອນໃຫ້ການຈັດຕັ້ງປະຕິບັດຂະບວນການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນປີ 2026 ຈົ່ງບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້. ພ້ອມທັງອວຍພອນໃຫ້ພີ່ນ້ອງຮ່ວມຊາດຈົ່ງມີຄວາມສຸກ, ປາສະຈາກຄວາມຮຸນແຮງທຸກປະເພດ ແລະ ຂໍໃຫ້ທຸກຄົນຮ່ວມແຮງຮ່ວມໃຈກັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.
ທີ່ມາ: ຫ້ອງວາການສຳນັກງານນາຍົກລັດຖະມົນຕີ


