ຂປລ. ແຫຼ່ງຂ່າວຈາກແຂວງວຽງຈັນ ໃຫ້ຮູ້ວ່າ: ພິທີມອບ-ຮັບໂຄງການກໍ່ສ້າງໂຮງໝໍເມືອງວັງວຽງ ພາກຂະຫຍາຍ ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2026 ທີ່ໂຮງໝໍເມືອງວັງວຽງ ແຂວງວຽງຈັນ ໂດຍມີທ່ານ ຫງວຽນ ມິງເຕີມ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳມະການປົກຄອງແຂວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ຫງວຽນ ວັນນາມ ຮອງອຳນວຍການໃຫຍ່ ກຸ່ມບໍລິສັດຮ່ວມມືເສດຖະກິດ ໂກເອກໂກ ໄດ້ລາຍງານວ່າ: ໂຄງການກໍ່ສ້າງຂະຫຍາຍໂຮງໝໍເມືອງວັງວຽງ ໄດ້ເລີ່ມກໍ່ສ້າງໃນວັນທີ 02 ຕຸລາ 2025 ແລະ ສຳເລັດໃນວັນທີ 11 ຕຸລາ 2026 ເຊິ່ງສຳເລັດກ່ອນຄາດໝາຍ 2 ເດືອນ.
ໂຄງການດັ່ງກ່າວປະກອບມີອາຄານຫຼັກ 2 ຊັ້ນ ເນື້ອທີ່ 3.320 ຕາແມັດ ພາຍໃນມີພະແນກກວດພະຍາດ, ພະແນກສຸກເສີນ, ພະແນກແມ່ ແລະ ເດັກ, ພະແນກຜ່າຕັດ ຊຶ່ງມີຫ້ອງຜ່າຕັດ 02 ຫ້ອງ ແລະ ເຂດພັກເຊົາປິ່ນປົວຈຳນວນ 43 ຕຽງ.
ນອກຈາກນັ້ນ ຍັງມີບັນດາກິດຈະການກໍ່ສ້າງອື່ນໆ ປະກອບມີ ເດີ່ນ, ເສັ້ນທາງ, ຮົ້ວ ແລະ ລະບົບພື້ນຖານໂຄງລ່າງດ້ານເຕັກນິກ ເພື່ອຮັບໃຊ້ການເຄື່ອນໄຫວຂອງໂຮງໝໍ.
ໂຄງການກໍ່ສ້າງຂະຫຍາຍໂຮງໝໍເມືອງວັງວຽງແຫ່ງນີ້ ໄດ້ຮັບການຊ່ວຍເຫຼືອທຶນກໍ່ສ້າງຈາກ ສສ ຫວຽດນາມ ລວມມູນຄ່າ 3 ລ້ານໂດລາສະຫະລັດ.
ທີ່ມາ: ປະເທດລາວ


