ອາກາດເຢັນຕອນເຊົ້າ ຮ້ອນຕອນບ່າຍ ມີຝົນຟ້າຮ້ອງລະດັບຄ່ອຍຫາປານກາງ ໃນໄລຍະວັນທີ 2–8 ພະຈິກ 2026

ອຸທົກກະສາດ ຄາດຄະເນວ່າ ໃນໄລຍະວັນທີ 2–8 ພະຈິກ 2026 ຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນ ຈະສືບຕໍ່ແຜ່ລົງມາປົກຄຸມທົ່ວປະເທດລາວດ້ວຍກຳລັງອ່ອນຫາປານກາງ ສົມທົບກັບກະແສລົມຕາເວັນອອກ–ຕາເວັນອອກສຽງເໜືອພັດປົກຄຸມ.

ສະພາບດັ່ງກ່າວເຮັດໃຫ້ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ.

ສ່ວນຕອນບ່າຍອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ພ້ອມລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ສະພາບອາກາດແຍກຕາມພາກ

ພາກເໜືອດ້ານຕາເວັນອອກ

ອາກາດເຢັນໃນຕອນເຊົ້າ ມີໝອກບາງປົກຫຸ້ມທົ່ວໄປ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມລະດັບຄ່ອຍຫາປານກາງ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 15–23 ອົງສາ ແລະ ສູງສຸດ 28–32 ອົງສາ.

ພາກເໜືອດ້ານຕາເວັນຕົກ

ອາກາດເຢັນໃນຕອນເຊົ້າ ມີໝອກບາງປົກຫຸ້ມທົ່ວໄປ ສ່ວນຕອນບ່າຍອາກາດຮ້ອນ ພ້ອມມີຝົນຕົກຟ້າຮ້ອງຟ້າເຫຼື້ອມລະດັບຄ່ອຍຫາປານກາງ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 20–25 ອົງສາ ແລະ ສູງສຸດ 32–36 ອົງສາ.

ພາກກາງ

ອາກາດຮ້ອນ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມລະດັບຄ່ອຍ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 22–26 ອົງສາ ແລະ ສູງສຸດ 34–36 ອົງສາ.

ສຳລັບ ແຂວງໄຊສົມບູນ ອາກາດຈະເຢັນໃນຕອນເຊົ້າ ມີໝອກບາງປົກຫຸ້ມທົ່ວໄປ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມລະດັບຄ່ອຍ ພ້ອມລົມພັດແຮງເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 18–20 ອົງສາ ແລະ ສູງສຸດ 33–35 ອົງສາ.

ພາກໃຕ້

ອາກາດຮ້ອນທົ່ວໄປ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມລົມພັດແຮງເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 22–27 ອົງສາ ແລະ ສູງສຸດ 35–37 ອົງສາ.

ສຳລັບ ເຂດພູພຽງບໍລະເວນ ອາກາດຈະເຢັນໃນຕອນເຊົ້າ ມີໝອກບາງປົກຫຸ້ມທົ່ວໄປ ແລະ ມີຝົນຕົກໃນລະດັບຄ່ອຍ ພ້ອມລົມພັດແຮງເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 14–16 ອົງສາ ແລະ ສູງສຸດ 25–27 ອົງສາ.

ນະຄອນຫຼວງວຽງຈັນ

ອາກາດຮ້ອນທົ່ວໄປ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມລະດັບຄ່ອຍຢູ່ບາງບໍລິເວນ ພ້ອມລົມພັດແຮງເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 25–27 ອົງສາ ແລະ ສູງສຸດ 35–37 ອົງສາ.

ແຫຼ່ງຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

Related Articles

0FansLike
12,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles