ການປົກຄອງທີ່ດີເລີ່ມຈາກຮັບຟັງສຽງຂອງປະຊາຊົນ ແລະ ການມີສ່ວນຮ່ວມຂອງປະຊາຊົນ. ໃນໂອກາດສຳເລັດການຈັດຕັ້ງປະຕິບັດແຜນງານການມີສ່ວນຮ່ວມຂອງປະຊາຊົນ ຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໄລຍະ II (CEGGA II) ໃນໄລຍະ 4 ປີ, ຕາງໜ້າຈາກບັນດາອົງການຈັດຕັ້ງພາກລັດ, ອົງການຈັດຕັ້ງທາງສັງຄົມ, ຊຸມຊົນ ແລະ ຄູ່ຮ່ວມພັດທະນາ ໄດ້ພ້ອມກັນເຂົ້າຮ່ວມພິທີສະຫຼຸບ ແລະ ປິດແຜນງານ ໃນວັນທີ 23 ກັນຍາ 2026 ທີ່ ນະຄອນຫຼວ,ງວຽງຈັນ ເພື່ອສະເຫຼີມສະຫຼອງຜົນສຳເລັດ, ຖອດຖອນບົດຮຽນ ຕະຫຼອດເຖິງການຍ້ອງຍໍຊົມເຊີຍບັນດາບຸກຄະລາກອນທີ່ມີສ່ວນຊຸກຍູ້ໃຫ້ແຜນງານປະສົບຜົນສຳເລັດ.
ທ່ານ ວິໄລວັນ ບຸດດາຄຳ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ກ່າວວ່າ: “ສິ່ງພວກເຮົາໄດ້ຮ່ວມກັນພັດທະນາ ແລະ ຈັດຕັ້ງປະຕິບັດ ນັບແຕ່ໄລຍະເລີ່ມຕົ້ນຈົນເຖິງປະຈຸບັນ ແມ່ນສອດຄ່ອງກັບທິດທາງຂອງລັດຖະບານໃນການສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນເພື່ອຮ່ວມແຮງຮ່ວມໃຈກັນສ້າງສາພັດທະນາປະເທດຊາດ. ພວກເຮົາ ຈະສືບຕໍ່ເສີມຂະຫຍາຍວຽກງານນີ້ ໂດຍນຳເອົາບົດຮຽນທີ່ຖອດຖອນໄດ້ ແລະ ຜົນສຳເລັດຂອງແຜນງານ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ.”
ແຜນງານ CEGGA II ໄດ້ຖືກຈັດຕັ້ງປະຕິບັດນັບແຕ່ປີ 2022 ຫາ 2026 ເຊິ່ງເປັນການລິເລີ່ມຮ່ວມມືກັນ ລະຫວ່າງ ງ ລັດຖະບານສະວິດເຊີແລນ, ລັດຖະບານສາທາລະນະລັດ ສະຫະພັນ ເຢຍລະມັນ ແລະ ສະຫະພາບເອີຣົບ ແລະ ລັດຖະບານ ສປປ ລາວ ເຊິ່ງຈັດຕັ້ງປະຕິບັດໂດຍ GIZ. ແຜນງານດັ່ງກ່າວ ໄດ້ສຸມໃສ່ 3 ຂົງເຂດວຽກງານການປົກຄອງທີ່ມີຄວາມກ່ຽວພັນກັນຢ່າງໃກ້ຊິດ ຄື: ການສົ່ງເສີມການມີສ່ວນຮ່ວມຂອງອົງການຈັດຕັ້ງທາງສັງຄົມ, ການສົ່ງເສີມການພົວພັນລະຫວ່າງ ປະຊາຊົນ ແລະ ຜູ້ແທນຂອງຕົນ ແລະ ການສົ່ງເສີມການເຂົ້າເຖິງຄວາມຍຸຕິທຳ ພ້ອມທັງການສ້າງຄວາມເຂົ້າໃຈກ່ຽວກັບການສ້າງລັດທີ່ປົກຄອງດ້ວຍກົດໝາຍ.
ຜ່ານການແລກປ່ຽນໃນເວທີເສວະນາ, ການນຳສະເໜີແນວຄວາມຄິດ ແລະ ການຫວນຄືນທັດສະນະຈາກບັນດາຄູ່ຮ່ວມງານ, ງານດັ່ງກ່າວໄດ້ຍົກໃຫ້ເຫັນເຖິງການດຳເນີນງານຂອງແຜນງານທີ່ສາມາດຫັນປ່ຽນໄປສູ່ຜົນສຳເລັດຢ່າງເປັນຮູບປະທຳ.
ໃນວຽກງານການພັດທະນາຊຸມຊົນ, ບັນດາອົງການຈັດຕັ້ງສັງຄົມໄດ້ສະແດງໃຫ້ເຫັນບົດບາດອັນໂດດເດັ່ນໃນການມີສ່ວນຮ່ວມກຳນົດທິດທາງການພັດທະນາທ້ອງຖິ່ນ. ຜ່ານກົນໄກທຶນຊ່ວຍເຫຼືອຂະໜາດນ້ອຍຂອງແຜນງານ CEGGA, ໂຄງການພັດທະນາຊຸມຊົນຊຸມຊົນ ຈຳນວນ 32 ໂຄງການ ໄດ້ຮັບການຈັດຕັ້ງປະຕິບັດໃນທົ່ວ ສປປ ລາວ, ນຳເອົາຜົນປະໂຫຍດມາສູ່ປະຊາຊົນຫຼາຍກວ່າ 100,000 ຄົນ, ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຈັດຕັ້ງທາງສັງຄົມທ້ອງຖີ່ນ ແລະ ສະໜັບສະໜູນກຸ່ມຄົນທີ່ດ້ວຍໂອກາດ. ນອກຈາກນັ້ນ ແຜນງານດັ່ງກ່າວ ຍັງໄດ້ສົ່ງເສີມການຮ່ວມມື ແລະ ການສົນທະນາ ລະຫວ່າງ ພາກລັດ ແລະ ອົງການຈັດຕັ້ງທາງສັງຄົມ ລວມເຖິງການຈັດງານວາງສະແດງຜົນງານຂອງອົງການຈັດຕັ້ງທາງສັງຄົມທີ່ສ້າງໂອກາດໃຫ້ແກ່ອົງການຈັດຕັ້ງທາງສັງຄົມຫຼາຍກວ່າ 70 ອົງການ ໄດ້ເຊື່ອມໂຍງກັບຊຸມຊົນ ແລະ ສັງຄົມໃນວົງກວ້າງ.
ຄຽງຄູ່ກັນນັ້ນ, ປະຊາຊົນໄດ້ຮັບໂອກາດໃນການມີສ່ວນຮ່ວມກັບຜູ້ກຳນົດນະໂຍບາຍເພີ່ມຂື້ນຢ່າງຕໍ່ເນື່ອງ. ໃນລະຫວ່າງປີ 2024 ຫາ 2026, ສະພາປະຊາຊົນແຂວງຫຼວງພະບາງ ແລະ ແຂວງຄຳມ່ວນ ໄດ້ເຄື່ອນໄຫວພົວພັນກັບປະຊາຊົນຫຼາຍກວ່າ 87,000 ຄົນ (ກວມເອົາເພດຍິງ 45%) ຜ່ານກິດຈະກຳພົບປະ ປະຊາຊົນ,, ການຍື່ນສະເໜີຄຳຮ້ອງທຸກ ແລະ ໂທລະສັບສາຍດ່ວນ.
ນອກຈາກນີ້ ແຜນງານຍັງໄດ້ການມີສ່ວນຮ່ວມຂອງເພດຍິງໃນການເປັນຜູ້ນຳໃນເວທີການເມືອງ ໂດຍໄດ້ຈັດຝຶກອົບຮົມໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງເປັນສະາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ເພດຍິງ ຫຼາຍກວ່າ 400 ຄົນ ກ່ອນການເລືອກຕັ້ງສະພາ ໃນປີ 2026. ຄວາມພະຍາຍາມດັ່ງກ່າວ ສົ່ງຜົນໃຫ້ອັດຕາສ່ວນເພດຍິງໄດ້ຮັບເລືອກເປັນສະມາຊິກສະພາແຫ່ງຊາດ ເພີ່ມຂື້ນເປັນ 29.71% ຈາກ 21.92% ໃນສະພາແຫ່ງຊາດຊຸດທີ່ຜ່ານມາ.
ການເຂົ້າເຖິງຄວາມຍຸຕິທຳຂອງຊຸມຊົນ ໄດ້ຮັບການປັບປຸງໃຫ້ເຂົ້າໃຈງ່າຍຂຶ້ນ. ແຜນງານ CEGGA II ໄດ້ສະໜັບສະໜູນກິດຈະກຳສ້າງຄວາມຮັບຮູ້ທາງດ້ານກົດໝາຍ, ການບໍລິການກົດໝາຍເຄື່ອນທີ່ ແລະ ການສຶກສາກົດໝາຍໃນຮູບແບບຄິນິກ ໂດຍເຊື່ອມໂຍງນັກສຶກສາກົດໝາຍເຂົ້າກັບຊຸມຊົນເຊິ່ງຫຼຸດຊ່ອງຫວ່າງລະຫວ່າງການສຶກສາກົດໝາຍທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ. ຜ່ານກິດຈະກຳດັ່ງກ່າວ ປະຊາຊົນໃນລະດັບທ້ອງຖີ່ນຫຼາຍກວ່າ 25,000 ຄົນ ໄດ້ຮັບຂໍ້ມູນຂ່າວສານທາງດ້ານກົດໝາຍ, ພ້ອມດຽວກັນນັ້ນ ບຸກຄະລາກອນຂອງອຳນາດການປົກຄອງບ້ານ ຫຼາຍກວ່າ 2,100 ຄົນ ໄດ້ຮັບການຝຶກອົບຮົມ.
ຄວາມສຳເລັດດັ່ງກ່າວ ແມ່ນໝາກຜົນຂອງການຮ່ວມມືໃກ້ສິດ ລະຫວ່າງ ອົງການຈັດຕັ້ງພາກລັດ, ອົງການຈັດຕັ້ງທາງສັງຄົມ, ຊຸມຊົນ ແລະ ຄູ່ຮ່ວມພັດທະນາຈາກທີມເອີຣົບ. ຜົນສຳເລັດຂອງແຜນງານ ໄດ້ສະແດງໃຫ້ເຫັນເຖິງການຮ່ວມມືທີ່ແໜ້ນແຟ້ນ, ການຂະຫຍາຍສ້າງໂອກາດໃນການປຶກສາ ແລະ ການມີສ່ວນຮ່ວມ, ການສ້າງຄວາມໄວ້ເນື້ອເຊື່ອໃຈ ພ້ອມທັງການຍົກລະດັບຂີດຄວາມສາມາດເພືີ່ອສືບຕໍ່ສະໜັບສະໜູນການພັດທະນາປະເທດຊາດແບບມີສ່ວນຮ່ວມ ໃນ ສປປ ລາວ.
ເຖິງແມ່ນວ່າແຜນງານ CEGGA II ຈະສິ້ນສຸດການຈັດຕັ້ງປະຕິບັດໃນໄວໆນີ້ ແຕ່ວຽກງານສ້າງຄວາມເຂັ້ມແຂງໃນການມີສ່ວນຮ່ວມຂອງປະຊາຊົນ, ການປຶກສາຫາລື ແລະ ວຽກງານການປົກຄອງ ແມ່ນຍັງຈະໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ.


