ປະເທດມະຫາອຳນາດຈັບມືຖົກຖຽງກ່ຽວກັບ “ໄພຂົ່ມຂູ່ຈາກ AI” ຫຼັງຄວາມສາມາດຂອງເຕັກໂນໂລຊີກ້າວໜ້າຈົນຄວບຄຸມບໍ່ໄດ້.

ໂລກຕ້ອງຈັບຕາເບິ່ງຄັ້ງໃຫຍ່ ເມື່ອວັນທີ 23 ກັນຍາທີ່ຜ່ານມາ ຖຶກບັນທຶກໃຫ້ເປັນມື້ສຳຄັນຂອງວົງການ AI ເມື່ອຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໄດ້ຈັດການປະຊຸມລະດັບສູງທີ່ສຳນັກງານໃຫຍ່ ມະຫານະຄອນນິວຢອກ ໂດຍມີການເຊີນຜູ້ນຳບໍລິສັດ AI ລະດັບໂລກເຂົ້າຮ່ວມໃຫ້ຂໍ້ມູນທ່າມກາງຄວາມກັງວົນວ່າ AI ຮຸ່ນໃໝ່ທີ່ມີຄວາມສາມາດເພີ່ມຂຶ້ນຢ່າງວ່ອງໄວອາດສ້າງຄວາມສ່ຽງທີ່ລັດຖະບານ ແລະ ມາດຕະການຄວາມປອດໄພໃນປັດຈຸບັນຍັງຮັບມືໄດ້ບໍ່ພຽງພໍ.

ການປະຊຸມຄັ້ງນີ້ມີຄວາມສຳຄັນແຕກຕ່າງຈາກການປຶກສາຫາລືເລື່ອງ AI ໃນອະດີດ ເພາະບໍ່ໄດ້ມຸ່ງເນັ້ນສະເພາະເລື່ອງສົງຄາມ ຫຼື ອາວຸດອັດຕະໂນມັດເທົ່ານັ້ນ ແຕ່ຍັງລວມເຖິງປະເດັນສຳຄັນອື່ນໆ:

1. ຄວາມສາມາດຂອງ Frontier AI: ລະບົບ AI ລະດັບແນວໜ້າອາດມີຄວາມສາມາດເພີ່ມຂຶ້ນຈົນມະນຸດຄວບຄຸມການເຮັດວຽກໄດ້ຍາກຂຶ້ນ ເຊິ່ງອາດສົ່ງຜົນກະທົບຕໍ່ຄວາມໝັ້ນຄົງລະຫວ່າງປະເທດ.

2. ໄພຂົ່ມຂູ່ຮູບແບບໃໝ່: AI ຖືກນຳໃຊ້ໃນການປະມວນຜົນການທະຫານ, ການໂຈມຕີທາງໄຊເບີ ແລະ ການຜະລິດຂໍ້ມູນບິດເອືອນ ທີ່ສົ່ງຜົນກະທົບຕໍ່ໂຄງສ້າງພື້ນຖານຂອງລັດ.

3. ແນວຄິດທີ່ AI ສາມາດນຳຄວາມສາມາດຂອງຕົນເອງມາຊ່ວຍພັດທະນາ AI ຮຸ່ນຖັດໄປໃຫ້ເກັ່ງຂຶ້ນຢ່າງວ່ອງໄວ ຈົນມະນຸດອາດມີເວລາຈຳກັດໃນການກວດສອບຄວາມປອດໄພ.

ເປົ້າໝາຍ ແລະ ທາງອອກໃນອະນາຄົດ

ເຖິງແມ່ນວ່າການປະຊຸມຄັ້ງນີ້ຈະຍັງບໍ່ແມ່ນການລົງນາມໃນການສົນທະນາຄວບຄຸມ AI ລະຫວ່າງປະເທດ ແຕ່ອັນໂຕນິໂອ ກູເຕເຣສ (António Guterres) ເລຂາທິການສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ແຕ່ລະປະເທດຜູ້ນຳດ້ານ AI ແລກປ່ຽນຂໍ້ມູນຄວາມສ່ຽງ, ຮ່ວມມືກັນປະເມີນລະບົບ ແລະ ພັດທະນາກອບບໍລິຫານຄວາມສ່ຽງລະຫວ່າງປະເທດຮ່ວມກັນ ເພື່ອຫຼຸດຜ່ອນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງໂລກໃນອະນາຄົດ.

ທີ່ມາ: United Nations

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles