ບຸນຫໍ່ເຂົ້າສະຫຼາກ ບຸນປະເພນີຂອງຊາວພຸດ ໃນຮີດ 12 ຄອງ 14

ພາຍຫຼັງການເຮັດບຸນຫໍ່ເຂົ້າປະດັບດິນສຳເລັດລົງ, ອີກບຸນສຳຄັນທີ່ສືບທອດກັນມາໃນຮີດ 12 ຄອງ 14 ຂອງຊາວລາວ ກໍຄື ບຸນຫໍ່ເຂົ້າສະຫຼາກ ເຊິ່ງເປັນບຸນທາງພຸດທະສາສະໜາທີ່ມີຄວາມໝາຍ ແລະ ມີປະຫວັດຄວາມເປັນມາຍາວນານ.

ສຳລັບປີ 2026 ບຸນຫໍ່ເຂົ້າສະຫຼາກກົງກັບວັນເສົາ ທີ 26 ກັນຍາ 2026 ຫຼື ວັນຂຶ້ນ 15 ຄ່ຳ ເດືອນ 10 ລາວ.

ຕາມຄະຕິປະເພນີ, ບຸນຫໍ່ເຂົ້າສະຫຼາກຈັດຂຶ້ນເພື່ອອຸທິດບຸນກຸສົນໃຫ້ແກ່ວິນຍານຂອງຍາດພີ່ນ້ອງ ແລະ ບັນພະບຸລຸດຜູ້ລ່ວງລັບໄປແລ້ວ ລວມເຖິງຜີເຜດທີ່ບໍ່ມີຍາດ ຕາມຄວາມເຊື່ອທີ່ສືບທອດກັນມາ. ບຸນນີ້ຈັດຂຶ້ນຫ່າງຈາກບຸນຫໍ່ເຂົ້າປະດັບດິນປະມານ 14 ວັນ ແລະ ມີບາງລັກສະນະຄ້າຍຄືກັນ ໂດຍເນັ້ນການເຮັດບຸນ ແລະ ອຸທິດສ່ວນກຸສົນ.

ຕາມປະເພນີ, ວັນຂຶ້ນ 14 ຄ່ຳ ເດືອນ 10 ແມ່ນມື້ກະກຽມເຂົ້າ, ປາ, ອາຫານ ແລະ ໝາກໄມ້ຕ່າງໆຕາມກຳລັງສັດທາ ແລ້ວນຳມາຈັດໃສ່ກວຍທີ່ເຮັດຈາກໄມ້ໄຜ່. ເມື່ອຮອດຕອນເຊົ້າຂອງວັນຂຶ້ນ 15 ຄ່ຳ ຈຶ່ງນຳເຄື່ອງທານໄປວັດ ເພື່ອຖວາຍແກ່ພະພິກຂຸສົງ ແລະ ອຸທິດສ່ວນບຸນໃຫ້ແກ່ຜູ້ລ່ວງລັບ.

ຈຸດເດັ່ນຂອງບຸນຫໍ່ເຂົ້າສະຫຼາກຄື ການ “ຈັບສະຫຼາກ” ກ່ອນຖວາຍທານ. ຊາວບ້ານຈະຈັບສະຫຼາກທີ່ມີຊື່ພະພິກຂຸ ຫຼື ສາມະເນນອົງຕ່າງໆ. ຖ້າຈັບຖືກຊື່ພະສົງອົງໃດ ກໍນຳເຄື່ອງທານໄປຖວາຍອົງນັ້ນ. ອີກວິທີໜຶ່ງ ຜູ້ຖວາຍຈະຂຽນຊື່ຕົນເອງລົງໃນສະຫຼາກ ແລ້ວໃຫ້ພະສົງ-ສາມະເນນເປັນຜູ້ຈັບ ຈາກນັ້ນຈຶ່ງນຳເຄື່ອງທານໄປຖວາຍຕາມສະຫຼາກທີ່ຈັບໄດ້.

ນອກຈາກການຖວາຍທານແລ້ວ, ບາງທ້ອງຖິ່ນຍັງມີການຈັດພາເຂົ້າໄປບູຊາ “ຜີຕາແຮກ” ຕາມຄວາມເຊື່ອຂອງຊາວນາວ່າ ເປັນຜູ້ດູແລຕົ້ນເຂົ້າໃນນາໃຫ້ຈະເລີນງອກງາມ ແລະ ຊ່ວຍປົກປ້ອງນາຈາກສັດຕູຂອງຕົ້ນເຂົ້າ ເຊັ່ນ ນົກ, ໜູ ແລະ ຫອຍ.

ສຳລັບຕຳນານຄວາມເປັນມາຂອງບຸນຫໍ່ເຂົ້າສະຫຼາກ ເລົ່າວ່າ ໃນອະດີດການລ່ວງມາ ມີພະພຸດທະເຈົ້າພະນາມວ່າ ປະທະມຸດຕະຣະ ປະທັບຢູ່ໃນກຸງຫົງສາວະດີ. ໃນເວລານັ້ນ ມີສາມີພັນລະຍາຄູ່ໜຶ່ງເປັນຄົນຍາກຈົນ ມີອາຊີບຮັບຈ້າງຕັດຟືນຂາຍ ແຕ່ທັງສອງມີສັດທາໃນພຸດທະສາສະໜາ.

ຝ່າຍສາມີເກີດຄວາມຄິດວ່າ ສາເຫດທີ່ຕົນລຳບາກອາດມາຈາກບຸນກຸສົນທີ່ເຄີຍສ້າງໄວ້ໃນອະດີດມີໜ້ອຍ ຈຶ່ງປຶກສາກັບພັນລະຍາ ແລະ ຕົກລົງຮ່ວມກັນເຮັດບຸນ. ທັງສອງເຂົ້າປ່າເກັບຜັກ ແລະ ຫັກຟືນໄປຂາຍ ຈົນມີເງິນພໍຊື້ໝໍ້ເຂົ້າ, ໝໍ້ແກງ, ອ້ອຍ 4 ລຳ ແລະ ກ້ວຍ 4 ໜ່ວຍ ແລ້ວນຳໄປຈັດເຮັດເປັນເຄື່ອງທານ.

ເມື່ອເຖິງວັນເຮັດບຸນ, ສາມີພັນລະຍາຄູ່ນັ້ນໄດ້ຮ່ວມກັບຊາວບ້ານນຳເຄື່ອງທານໄປວັດ ແລະ ຈັບສະຫຼາກໄດ້ພະພິກຂຸອົງໜຶ່ງ. ທັງສອງຈຶ່ງນ້ອມເອົາເຄື່ອງທານໄປຖວາຍ ພ້ອມຫຼັ່ງນ້ຳອຸທິດສ່ວນກຸສົນ ແລະ ຕັ້ງຈິດອະທິຖານຂໍໃຫ້ຜົນບຸນນຳພາໃຫ້ພົ້ນຈາກຄວາມຍາກຈົນ ແລະ ປະສົບຄວາມສຸກຄວາມຈະເລີນ.

ຕາມຕຳນານ, ພາຍຫຼັງສາມີພັນລະຍາຄູ່ນີ້ສິ້ນຊີວິດ ທັງສອງໄດ້ໄປເກີດເປັນເທວະບຸດ ແລະ ເທວະດາໃນຊັ້ນດາວະດຶງ ແລະ ຕໍ່ມາໄດ້ກັບມາເກີດເປັນກະສັດ ຕາມຜົນບຸນທີ່ໄດ້ສ້າງໄວ້. ຕຳນານນີ້ຈຶ່ງຖືກນຳມາເລົ່າສືບຕໍ່ເພື່ອສະທ້ອນເຖິງອານິສົງຂອງການໃຫ້ທານສະຫຼາກຕາມຄວາມເຊື່ອ.

ໂດຍລວມແລ້ວ, ບຸນຫໍ່ເຂົ້າສະຫຼາກ ບໍ່ແມ່ນພຽງພິທີກຳທາງສາສະໜາ ແຕ່ຍັງເປັນມໍລະດົກທາງວັດທະນະທຳ ທີ່ສະທ້ອນເຖິງສັດທາໃນພຸດທະສາສະໜາ, ຄວາມກະຕັນຍູຕໍ່ບັນພະບຸລຸດ, ການແບ່ງປັນ ແລະ ການສືບສານຮີດຄອງປະເພນີຈາກຄົນຮຸ່ນໜຶ່ງໄປສູ່ອີກຮຸ່ນໜຶ່ງ.

ຕາມຄວາມເຊື່ອຂອງຊາວພຸດ, ການເຮັດບຸນ ແລະ ອຸທິດສ່ວນກຸສົນໃນວັນນີ້ ເປັນການລະນຶກເຖິງຍາດພີ່ນ້ອງຜູ້ລ່ວງລັບ ແລະ ເປັນການສ້າງສິຣິມົງຄຸນຕາມຄວາມສັດທາ ໃຫ້ແກ່ຕົນເອງ ແລະ ຄອບຄົວ.

ທີ່ມາ: ປະຊາຊົນ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles