ທະນາຄານພັດທະນາອາຊີ (ADB) ເຜີຍແຜ່ບົດລາຍງານ ແນວໂນ້ມການພັດທະນາອາຊີ (Asian Development Outlook: ADO) ສະບັບຫຼ້າສຸດ ໃນວັນທີ 23 ກັນຍາ 2026 ໂດຍຄາດວ່າ ເສດຖະກິດ ສປປ ລາວ ຈະຂະຫຍາຍຕົວ 4.0% ໃນປີ 2026 ແລະ ອາດເພີ່ມຂຶ້ນເປັນ 4.5% ໃນປີ 2027.
ADB ລະບຸວ່າ ການຜ່ອນຄາຍຂອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນທີ່ມີສະຖຽນລະພາບຫຼາຍຂຶ້ນ ກຳລັງຊ່ວຍຟື້ນຟູຄວາມເຊື່ອໝັ້ນ ແລະ ສະໜັບສະໜູນກິດຈະກຳທາງເສດຖະກິດ. ແຕ່ ສປປ ລາວ ຍັງມີຄວາມບອບບາງຕໍ່ປັດໄຈພາຍນອກ ໂດຍສະເພາະ ລາຄານ້ຳມັນໃນຕະຫຼາດໂລກ, ຕົ້ນທຶນນຳເຂົ້າທີ່ສູງຂຶ້ນ, ອຸປະສົງຈາກຕ່າງປະເທດທີ່ອ່ອນຕົວລົງ ແລະ ຂອບເຂດດຳເນີນນະໂຍບາຍການເງິນ-ເງິນຕາທີ່ຈຳກັດ ລວມເຖິງແຮງກົດດັນຈາກການຊຳລະໜີ້ສິນ.
ທ່ານນາງ Shanny Campbell, ຜູ້ຕາງໜ້າຫ້ອງການ ADB ປະຈຳ ສປປ ລາວ, ກ່າວວ່າ ລາວມີຄວາມຄືບໜ້າສຳຄັນໃນການຟື້ນຟູສະຖຽນລະພາບເສດຖະກິດມະຫາພາກ ໂດຍອັດຕາເງິນເຟີ້ທີ່ຜ່ອນຄາຍ ແລະ ອັດຕາແລກປ່ຽນທີ່ສະຖຽນລະພາບຂຶ້ນ ໄດ້ຊ່ວຍສະໜັບສະໜູນກິດຈະກຳເສດຖະກິດ.
ທ່ານນາງຍັງເນັ້ນວ່າ ການຮັກສານະໂຍບາຍເສດຖະກິດມະຫາພາກຢ່າງຮັດກຸມ ຄຽງຄູ່ກັບການອຳນວຍຄວາມສະດວກດ້ານການຄ້າ, ການຫັນການສົ່ງອອກໃຫ້ມີຄວາມຫຼາກຫຼາຍ ແລະ ການນຳເອົາຄວາມທົນທານຕໍ່ສະພາບດິນຟ້າອາກາດເຂົ້າໃນແຜນພັດທະນາ ຈະເປັນປັດໄຈສຳຄັນຕໍ່ການຟື້ນຕົວໃນໄລຍະຕໍ່ໄປ.
ສຳລັບພາກສ່ວນທີ່ຂັບເຄື່ອນເສດຖະກິດ, ຂະແໜງບໍລິການຍັງມີບົດບາດສຳຄັນ ໂດຍໃນເຄິ່ງປີທຳອິດຂອງ 2026 ມີນັກທ່ອງທ່ຽວສາກົນປະມານ 2.6 ລ້ານຄົນ ເພີ່ມຂຶ້ນ 9.9% ຈາກໄລຍະດຽວກັນຂອງປີກ່ອນ.
ຂະນະທີ່ຂະແໜງອຸດສາຫະກຳຄາດວ່າ ຈະຍັງເປັນແຮງຂັບເຄື່ອນຫຼັກ ໂດຍໄດ້ແຮງໜູນຈາກການລົງທຶນໃນ ພະລັງງານທົດແທນ, ການກໍ່ສ້າງ, ຂະແໜງບໍ່ແຮ່ ແລະ ການສົ່ງອອກໄຟຟ້າ. ສ່ວນຂະແໜງກະສິກຳຄາດວ່າ ຈະມີສ່ວນຊ່ວຍຕໍ່ການຂະຫຍາຍໂຕໃນລະດັບຈຳກັດ.
ຢ່າງໃດກໍຕາມ ທັງຂະແໜງອຸດສາຫະກຳ ແລະ ກະສິກຳ ຍັງປະເຊີນຄວາມສ່ຽງຈາກສະພາບດິນຟ້າອາກາດ ເຊັ່ນ ນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ຝົນຕົກບໍ່ສະໝ່ຳສະເໝີ ເຊິ່ງອາດກະທົບຕໍ່ການຜະລິດໄຟຟ້າພະລັງນ້ຳ ແລະ ຜົນຜະລິດກະສິກຳໃນອະນາຄົດ.
ດ້ານແນວໂນ້ມເງິນເຟີ້, ADB ຄາດວ່າ ອັດຕາເງິນເຟີ້ສະເລ່ຍຈະຢູ່ທີ່ 8.0% ໃນປີ 2026 ກ່ອນຈະຫຼຸດລົງເຫຼືອ 6.5% ໃນປີ 2027.
ສ່ວນການເກີນດຸນບັນຊີເດີນສະພັດ ມີແນວໂນ້ມຫຼຸດລົງຢ່າງຫຼາຍໃນເຄິ່ງປີທຳອິດຂອງ 2026 ເນື່ອງຈາກ ມູນຄ່າການນຳເຂົ້າເພີ່ມຂຶ້ນໄວ ໃນຂະນະທີ່ການສົ່ງອອກຍັງຢູ່ໃນພາວະອ່ອນຕົວ.
ໂດຍລວມ ບົດຄາດຄະເນຂອງ ADB ສະທ້ອນວ່າ ເສດຖະກິດລາວຍັງມີແນວໂນ້ມຂະຫຍາຍຕົວ ແຕ່ຍັງຕ້ອງຮັບມືກັບທັງປັດໄຈພາຍນອກ, ພັນທະດ້ານໜີ້ສິນ, ຕົ້ນທຶນນຳເຂົ້າ ແລະ ຄວາມສ່ຽງຈາກດິນຟ້າອາກາດ.
ທີ່ມາ: ເສດຖະກິດສັງຄົມ


