ຜົນການປະຊຸມລັດຖະບານສະໄຫມສາມັນ ປະຈຳເດືອນກັນຍາ 2026 ໄດ້ຕົກລົງເຫັນດີພິຈາລະນາ ຮອງຮັບຫຼາຍບັນຫາ

ວັນທີ 23 ກັນຍາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄໍາ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ໃຫ້ຮູ້ວ່າ:

ວາລະທີ 1: ສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຄື:

(1) ການປະຕິບັດວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນກັນຍາ ແລະ ທິດທາງແຜນການ ປະຈຳເດືອນຕຸລາ 2026 ຂອງລັດຖະບານ;

(2) ການຈັດຕັ້ງປະຕິບັດມະຕິ 02/ລບ, ລົງວັນທີ 25 ກຸມພາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່;

(3) ການປະຕິບັດຂໍ້ຕົກລົງ 08/ນຍ, ລົງວັນທີ 09 ກຸມພາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບຈັດຕັ້ງຜັນຂະຫຍາຍບັນດາຂໍ້ສະເໜີ ຂອງບັນດາກະຊວງ-ອົງການ ແລະ ອົງການປົກຄອງນະຄອນຫຼວງ ແລະ ບັນດາແຂວງ ຕໍ່ການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານ;

(4) ລາຍງານ ຄວາມຄືບໜ້າໃນການປະຕິບັດ ຂໍ້ຕົກລົງສະບັບເລກທີ 27/ນຍ, ລົງວັນທີ 20 ເມສາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ກະຊວງ-ອົງການທຽບເທົ່າລົງຊ່ວຍ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ;

(5) ການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດ ມະຕິ 62/ຄບສພ ແລະ ມະຕິ 34/ສພຊ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃນໄລຍະໃໝ່ ແລະ ຄວາມຄືບໜ້າໃນການກະກຽມຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ;

(6) ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ຕິດພັນກັບການແບ່ງຄວາມຮັບຜິດຊອບ ໃນດໍາລັດ 08/ນຍ, ລົງວັນທີ 27 ມັງກອນ 2026.

ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງ:

(1) ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ 5 ປີ ຄັ້ງທີ V (2026-2030);

(2) ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ IV (2026-2030);

(3) ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ III (2026-2030), ໂດຍໄດ້ຊີ້ນໍາຄະນະຮັບຜິດຊອບ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງບັນດາຮ່າງແຜນດຳເນີນງານດັ່ງກ່າວ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ບົດບາດຄວາມສຳຄັນຂອງວຽກງານ, ຂໍ້ມູນສະຖິຕິດ້ານຕ່າງໆທີ່ກ່ຽວຂ້ອງ, ການກຳນົດບັນດາເປົ້າໝາຍຈຸດສຸມ ກໍ່ຄືໜ້າວຽກ ທີ່ຈະຕ້ອງໄດ້ແກ້ໄຂ ແລະ ຜັນຂະຫຍາຍ-ສົ່ງເສີມ, ການນຳໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານ, ການກຳນົດແຜນໂຄສະນາເຜີຍແຜ່-ແນະນຳ ແລະ ອື່ນໆ ໃຫ້ລະອຽດຈະແຈ້ງ ແລະ ຄົບຖ້ວນສົມບູນກວ່າເກົ່າ.

ວາລະທີ 3: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງ:

(1) ຮ່າງຍຸດທະສາດ ປັນຍາປະດິດ ແຫ່ງຊາດ (2026-2035);

(2) ຮ່າງຍຸດທະສາດ ພັດທະນາ ແລະ ນໍາໃຊ້ດາວທຽມຢູ່ ສປປ ລາວ ໄລຍະແຕ່ປີ (2026-2035), ໂດຍໄດ້ຊີ້ນຳກະຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການກຳນົດຈຸດສຸມພັດທະນາລະບົບໂຄ່ງລ່າງພື້ນຖານ, ຖານຂໍ້ມູນ, ຊັບພະຍາກອນມະນຸດ ແລະ ການນຳໃຊ້; ການກຳນົດຂອບເຂດການນຳໃຊ້; ການກຳນົດເງື່ອນໄຂການລົງທຶນ ແລະ ການຮ່ວມມື ໃນວຽກງານດັ່ງກ່າວ; ການກຳນົດຍຸດທະສາດ ຄວາມເປັນກາງ ໃນການຮ່ວມມືທາງດ້ານເຕັກໂນໂລຊີ; ການຈັດລຽງບູລິມະສິດ ແລະ ນະໂຍບາຍ ຕໍ່ຂົງເຂດວຽກງານຕ່າງໆ ທີ່ຈະຕ້ອງນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.

ວາລະທີ 4: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງ:

(1) ຮ່າງກົດໝາຍ ວ່າດ້ວຍໄຟຟ້າ (ສະບັບປັບປຸງ);

(2) ຮ່າງກົດໝາຍ ວ່າດ້ວຍແຮ່ທາດ (ສະບັບປັບປຸງ);

(3) ການໂຮມ ຮ່າງກົດໝາຍ ວ່າດ້ວຍການປະກັນສຸຂະພາບ ແລະ ຮ່າງກົດໝາຍ ວ່າດ້ວຍການປະກັນສັງຄົມ ເຂົ້າເປັນກົດໝາຍດຽວກັນ;

(4) ຜົນການຄົ້ນຄວ້າ ຮ່າງນິຕິກໍາ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ ແລະ ຄວາມຮັບຜິດຊອບຂອງຂະແໜງການຕ່າງໆ ຂັ້ນຕາແສງ, ໂດຍໄດ້ຊີ້ນຳກະຊວງ-ອົງການ ສົມທົບກັບພາກສ່ວນກ່ຽວຂ້ອງ ນຳເອົາຮ່າງນິຕິກຳ ທີ່ຕິດພັນກັບຂະແໜງການຂອງຕົນ ໄປປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນສອດຄ່ອງກັບສະພາບຕົວຈິງ, ລະອຽດຈະແຈ້ງ, ຮັດກຸມ, ຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງໂລ່ງລ່ຽນ, ທັນການ, ມີປະສິດທິພາບ ແລະ ປະສິດທິຜົນສູງ.

ວາລະທີ 5: ກອງປະຊຸມ ໄດ້ຊີ້ນຳການປັບປຸງການອອກແບບກາໝາຍໃໝ່ ຂອງກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ແລ້ວມາຜ່ານທ່ານ ນາຍົກທ່ານ ນາຍົກລັດຖະມົນຕີ ແລະ ບັນດາທ່ານ ຮອງນາຍົກລັດຖະມົນຕີ ເພື່ອມີຄຳເຫັນ ຕື່ມອີກ.

ຂໍ້ມູນ: ຂ່າວ ຜູ້ແທນປະຊາຊົນ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles