ສປ ຈີນ ສາມາດປູກພືດເທິງສະຖານີອະວະກາດໄດ້ແລ້ວກວ່າ 14 ຊະນິດ

ວົງການອະວະກາດຕ້ອງຈັບຕາເບິ່ງ! ສູນນັກບິນອະວະກາດ ສປ ຈີນ ໄດ້ອອກມາເປີດເຜີຍຄວາມສຳເລັດຄັ້ງໃຫຍ່ ວ່າໃນຂະນະນີ້ຈີນສາມາດປູກພືດເທິງສະຖານີອະວະກາດໄດ້ແລ້ວກວ່າ 14 ຊະນິດ ແລະ ຫຼາຍກວ່າ 20 ສາຍພັນ ເຊິ່ງຖືເປັນໝຸດໝາຍສຳຄັນໃນການປູກຝັງເພື່ອຜະລິດພືດຜົນໃນປະລິມານຫຼາຍເທິງອະະວກາດ.

ຈາງຮົງຈາງ ນັກບິນອະວະກາດປະຈຳພາລະກິດເສິນໂຈ-21 ໄດ້ແບ່ງປັນພາບຖ່າຍ ແລະ ວິດີໂອຂອງ “ສວນອະວະກາດ” ເທິງສະຖານີອະວະກາດທຽນກົງ (Tiangong) ທີ່ມີຄວາມໝາຍວ່າ “ວັງສະຫວັນ” ເຊິ່ງເຕັມໄປດ້ວຍພືດຜົນຫຼາກຫຼາຍຊະນິດ ບໍ່ວ່າຈະເປັນ ຜັກກາດຫອມ, ຫົວກະລົດ, ຕາເວັນ, ມັນຝຣັ່ງແລະ ເຂົ້າສາລີ.

ທາງດ້ານ ເປົ້າຈຽງ ຜູ້ຊ່ຽວຊານຈາກສູນນັກບິນອະວະກາດແຫ່ງ ສປ ຈີນ ໄດ້ລະບຸວ່າ ການປູກຜັກໃນອະະວກາດເປັນໄລຍະເວລາຍາວນານ ເຮັດໃຫ້ນັກບິນອະວະກາດຫຼຸດຜ່ອນການເພິ່ງພາອາຫານຈາກໂລກ. ດັ່ງນັ້ນ ການທົດລອງລະບົບສະໜັບສະໜູນຊີວິດເຊີງນິເວດແບບຄວບຄຸມ ຈຶ່ງມີເປົ້າໝາຍສ້າງລະບົບນິເວດທີ່ສາມາດຜະລິດນ້ຳ, ອາບ ແລະ ອາຫານຂຶ້ນມາໃໝ່ໃນວົງໂຄຈອນໄດ້ຢ່າງມີປະສິດທິພາບ.

ປັດຈຸບັນ ເທິງສະຖານີອະວະກາດມີອຸປະກອນປູກພືດ 2 ຮູບແບບຫຼັກໆ ຄື:

1. ການປູກໃນວັດຖຸປູກ

2. ການປູກແບບແອຣ໌ໂປນິກສ໌ (aeroponics) ຫຼື ການບໍ່ໃຊ້ດິນ/ວັດຖຸປູກ

ໂດຍສະເພາະຊຸດອຸປະກອນປູກແບບແອຣ໌ໂປນິກສ໌ທີ່ມີປະສິດທິພາບສູງ ເຊິ່ງຖືກສົ່ງຂຶ້ນສູງອະວະກາດເມື່ອປີ 2025 ທີ່ຜ່ານມາ ເຮັດໃຫ້ເຂົ້າສາລີເຕີບໂຕຄົບວົງຈອນຊີວິດໃນວົງໂຄຈອນໄດ້ແລ້ວ ແລະ ການປູກຮອບທີສອງໂດຍໃຊ້ເມັດພືດທີ່ເກັບກ່ຽວໄດ້ກໍ່ກຳລັງຈະເລີນເຕີບໂຕໄດ້ດີເຊັ່ນກັນ.

ບໍ່ພຽງແຕ່ປະສົບຜົນສຳເລັດໃນສະຖານີອະວະກາດເທົ່ານັ້ນ ແຕ່ໃນອະນາຄົດຈີນຍັງມີໂຄງການຕັ້ງໃຈຈະຈັດຕັ້ງ “ສວນຜັກເທິງດວງຈັນ” ພ້ອມທັງກຽມຄວາມພ້ອມສຳລັບພາລະກິດສົ່ງມະນຸດໄປລົງຈອດເທິງດວງຈັນໃນປີ 2030 ຢ່າງຕໍ່ເນື່ອງ.

ທີ່ມາ: Astronaut Center of China

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles