ຍີ່ປຸ່ນ ມອບທຶນຊ່ວຍເຫຼືອລ້າ 118,000 ໂດລາສະຫະລັດ ເພື່ອຍົກລະດັບການສຶກສາຢູ່ແຂວງເຊກອງ

ທ່ານ ໂຄອິຊຶມິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ລົງນາມໃນສັນຍາໃຫ້ການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP) ຮ່ວມກັບ ຕາງໜ້າອົງການກ່ຽວຂ້ອງຈາກແຂວງເຊກອງ ໂດຍລັດຖະບານຍີ່ປຸ່ນ ໄດ້ອະນຸມັດທຶນຮອນປະມານ 118,000 ໂດລາສະຫະລັດ ເພື່ອກໍ່ສ້າງອາຄານຮຽນຫຼັງໃໝ່ ແລະ ສະໜອງອຸປະກອນການຮຽນ-ການສອນທີ່ຈຳເປັນ ໃຫ້ແກ່ໂຮງຮຽນມັດທະຍົມຕອນຕົ້ນຫົວເມືອງ (ບ້ານທ່າແຕງເໜືອ, ເມືອງທ່າແຕງ, ແຂວງເຊກອງ) ເພື່ອເພີ່ມໂອກາດ ແລະ ຍົກລະດັບການເຂົ້າເຖິງການສຶກສາຂອງເດັກນ້ອຍໃນເຂດຫ່າງໄກສົກຫຼີກ.

ທ່ານທູດ ໂຄອິຊຶມິ ໄດ້ເນັ້ນຢ້ຳໃນພິທີວ່າ ການອະນຸມັດທຶນໃຫ້ໂຮງຮຽນດຽວກັນເປັນຄັ້ງທີ 2 (ຕໍ່ຈາກປີ 2012) ຖືເປັນກໍລະນີທີ່ຫາໄດ້ຍາກ ແຕ່ດ້ວຍຄວາມຮັບຮອງ ແລະ ຄຳໝັ້ນສັນຍາຂອງທ້ອງຖິ່ນ ໃນການບໍາລຸງຮັກສາອາຄານເກົ່າໃຫ້ມີສະພາບດີມາໂດຍຕະຫຼອດ ປະກອບກັບຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ຈຶ່ງໄດ້ຕັດສິນໃຈມອບທຶນຊ່ວຍເຫຼືອຕື່ມອີກຄັ້ງ ໂດຍຫວັງຢ່າງຍິ່ງວ່າຈະຊ່ວຍພັດທະນາສະພາບແວດລ້ອມການຮຽນ-ການສອນໃຫ້ດີຂຶ້ນຢ່າງກ້າວກະໂດດ.

ທັງນີ້, ໂຄງການ GGP ແມ່ນສຸມໃສ່ການໃຫ້ທຶນຂະໜາດນ້ອຍທີ່ສົ່ງຜົນປະໂຫຍດໂດຍກົງຕໍ່ປະຊາຊົນ ເພື່ອພັດທະນາເສດຖະກິດ-ສັງຄົມຢູ່ ສປປ ລາວ. ໂດຍລັດຖະບານຍີ່ປຸ່ນ ຢືນຢັນຈະສືບຕໍ່ຄຽງຄູ່ ແລະ ຮ່ວມມືກັບລາວ ໃນການປັບປຸງຄຸນນະພາບຊີວິດຂັ້ນຮາກຖານ ເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ”.

​ທີ່ມາ: ສະຖານທູດຍີ່ປຸ່ນປະຈຳລາວ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles