ປັດຈຸບັນ, ພະຍາດອະຫິວາໝູອາຟຣິກາ ໄດ້ແຜ່ລະບາດຢູ່ 7 ແຂວງ, 91 ເມືອງໃນຂອບເຂດທົ່ວປະເທດ. ໃນນັ້ນ, ໄດ້ລະບາດຢູ່ ແຂວງຜົ້ງສາລີ, ໄຊຍະບູລີ, ໄຊສົມບູນ, ຫົວພັນ, ນະຄອນຫລວງວຽງຈັນ, ອຸດົມໄຊ ແລະ ແຂວງຫລວງພະບາງ ເຮັດໃຫ້ມີໝູຕາຍທັງໝົດ 14.002 ໂຕ (ໝູທີ່ລ້ຽງແບບຄອບຄົວ 11.086 ໂຕ, ກວມ 79,2% ແລະ ໝູທີ່ລ້ຽງແບບເປັນຟາມ 2.916 ໂຕ, ກວມ 20,8%), ໃນນັ້ນ ໝູຕິດພະຍາດແລ້ວຕາຍເອງ ຈໍານວນ 10.041 ໂຕ, ຂ້າທໍາລາຍຕາມຫລັກວິຊາການ ເພື່ອຕັດວົງຈອນພະຍາດ ຈໍານວນ 3.961 ໂຕ, ມູນຄ່າເສຍຫາຍເບື້ອງຕົ້ນ ປະມານ 58,8 ຕື້ກວ່າກີບ.
ທ່ານ ບົວຫົງ ຄຳຫາ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 24 ກັນຍາ 2026 ວ່າ: ໃນໄລຍະຜ່ານມາ, ພັກ-ລັດ ທຸກຂັ້ນ ກໍຄື ຂະແໜງວິຊາການ ລ້ຽງສັດ ແລະ ການປະມົງຢູ່ແຕ່ລະຂັ້ນ ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດດັ່ງກ່າວ ໂດຍໄດ້ເອົາໃຈໃສ່ຕິດຕາມເຝົ້າລະວັງ ການລະບາດຂອງພະຍາດຢ່າງໃກ້ຊິດ ແນໃສ່ກວດພົບພະຍາດແຕ່ຫົວທີ ເພື່ອດຳເນີນມາດຕະການປ້ອງກັນ ແລະ ສະກັດກັ້ນ ຢ່າງທັນການ ແລະ ມີປະສິດທິຜົນ ເຖິງຢ່າງໃດກໍຕາມ, ພະຍາດອາຫິວາໝູອາຟຣິກາ ຍັງເປັນໄພຂົ່ມຂູ່ຕໍ່ການລ້ຽງໝູ ຢູ່ໃນປະເທດລາວ ກໍຄື ຢູ່ໃນພາກພື້ນຍ້ອນວ່າ ຍັງບໍ່ທັນມີຢາປ້ອງກັນ ແລະ ປິ່ນປົວພະຍາດດັ່ງກ່າວ ທີ່ມີປະສິດທິພາບ.
ສະນັ້ນ, ການປ້ອງກັນພະຍາດ ຈຶ່ງອີງໃສ່ການປະຕິບັດມາດຕະການ ປ້ອງກັນທາງຊີວະພາບ ແລະ ການຄຸ້ມຄອງການເຄື່ອນຍ້າຍສັດ ຜ່ານການຈັດຕັ້ງປະຕິບັດຕາມມາດຕະການດັ່ງກ່າວ ຢ່າງເຂັ້ມງວດ ສາມາດຄວບຄຸມການລະບາດ ໄດ້ໂດຍພື້ນຖານ ແລະ ມີການລະບາດໃນຈັງວະຊ້າລົງ ຢູ່ບັນດາແຂວງພາກເໜືອ ສ່ວນຢູ່ພາກກາງຈໍານວນໜຶ່ງ ແລະ ພາກໃຕ້ ຍັງບໍ່ທັນມີການລະບາດ ເຖິງຢ່າງໃດກໍຕາມ, ການປະຕິບັດມາດຕະການດັ່ງກ່າວໄດ້ກະທົບຕໍ່ເສດຖະກິດ-ສັງຄົມ, ຜູ້ປະກອບການ ແລະ ຊາວກະສິກອນຜູ້ລ້ຽງໝູ.
ຂໍ້ມູນ: ຂ່າວສານປະເທດລາວ


