ວັນທີ 30 ຕຸລາ 2026 ຫ້ອງວ່າການເມືອງປາກລາຍ ແຂວງໄຊຍະບູລີ ໄດ້ອອກແຈ້ງການຫ້າມລົດສ່ວນຕົວ ແລະ ລົດຂົນສົ່ງສິນຄ້າ ໂຄສະນາຜ່ານສື່ອອນລາຍເພື່ອຮັບຜູ້ໂດຍສານຮ່ວມເດີນທາງ ແລະ ເກັບຄ່າໂດຍສານ ຢ່າງເດັດຂາດ.
ການອອກແຈ້ງການຄັ້ງນີ້ ມີຈຸດປະສົງເພື່ອຈັດລະບຽບການຂົນສົ່ງໂດຍສານທາງບົກໃຫ້ເປັນລະບຽບຮຽບຮ້ອຍ, ດຳເນີນການຕາມລະບຽບກົດໝາຍ ແລະ ຫຼີກລ່ຽງຜົນກະທົບຕໍ່ຜູ້ປະກອບການຂົນສົ່ງໂດຍສານທີ່ດຳເນີນທຸລະກິດຢ່າງຖືກຕ້ອງ.
ຕາມການແຈ້ງຂອງຫ້ອງວ່າການເມືອງປາກລາຍ ຜ່ານມາພົບວ່າ ມີລົດສ່ວນບຸກຄົນ ຫຼື ລົດປ້າຍເຫຼືອງ ລວມເຖິງລົດຂົນສົ່ງສິນຄ້າ ທີ່ແລ່ນຕາມເສັ້ນທາງຈາກເມືອງປາກລາຍໄປເມືອງໄຊຍະບູລີ, ເມືອງແກ່ນທ້າວ ແລະ ຕ່າງແຂວງ ໄດ້ຮັບຜູ້ໂດຍສານຮ່ວມເດີນທາງ ພ້ອມທັງໂຄສະນາຫາຜູ້ໂດຍສານຜ່ານສື່ອອນລາຍ ແລະ ເກັບເງິນຄ່າໂດຍສານຈາກຜູ້ຮ່ວມເດີນທາງ.
ທາງການລະບຸວ່າ ການກະທຳດັ່ງກ່າວເປັນການຝ່າຝືນລະບຽບກົດໝາຍວ່າດ້ວຍການຂົນສົ່ງທາງບົກ ແລະ ສົ່ງຜົນກະທົບໂດຍກົງຕໍ່ຜູ້ປະກອບການຂົນສົ່ງໂດຍສານທີ່ຖືກຕ້ອງຕາມກົດໝາຍ.
ພ້ອມກັນນີ້ ຫ້ອງວ່າການເມືອງປາກລາຍໄດ້ເຕືອນວ່າ ຫາກເຈົ້າໜ້າທີ່ກວດພົບການຝ່າຝືນ ຜູ້ກະທຳຜິດຈະຖືກປັບໃໝ ແລະ ດຳເນີນການຕາມລະບຽບກົດໝາຍຢ່າງເຂັ້ມງວດ.
ມາດຕະການດັ່ງກ່າວເປັນການຈັດລະບຽບການຮັບສົ່ງຜູ້ໂດຍສານໃນເຂດເມືອງປາກລາຍ ເພື່ອໃຫ້ການຂົນສົ່ງດຳເນີນໄປຢ່າງຖືກຕ້ອງ ແລະ ເປັນທຳຕໍ່ຜູ້ປະກອບການ.


