ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ (1996-2026) ເພື່ອເປັນສິລິມຸງຄຸນ, ຄວາມຮົ່ມເຢັນເປັນສຸກໃຫ້ ມຊ, ພະນັກງານ, ຄູສອນ ແລະ ນັກສຶກສາທົ່ວ ມຊ ທັງເປັນການສືບສານຮີດຄອງປະເພນີອັນດີງາມຂອງຊາດ.
ມຊ ຈຶ່ງໄດ້ຈັດພິທີມະຫາມຸງຄຸນ 30 ປີ ມຊ ຂຶ້ນຢ່າງເປັນທາງການ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ນາລີ ສີສຸລິດ ພັນລະນາປະທານປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ມີບັນດາແຂກຖືກເຊີນກ່ຽວຂ້ອງ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ໃນພິທີອັນເປັນສິລິມຸງຄຸນນີ້ ປະກອບມີພິທີທາງສາສະໜາ ແລະ ຮີດຄອງປະເພນີ ເປັນຕົ້ນ ການຕັ້ງກອງບຸນ, ພິທີສູດຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ແລະ ພິທີໃສ່ບາດຖວາຍສັງຂະທານ ດັ່ງນີ້: ກອງທີ 1 ສັດທາຂອງ ມຊ ອຸທິດໃຫ້ດວງວິນຍານຂອງປະທານ ໄກສອນ ພົມວິຫານ; ກອງທີ 2 ສັດທາຂອງຄອບຄົວພົມວິຫານອຸທິດໃຫ້ດວງວິນຍານຂອງປະທານ ໄກສອນ ພົມວິຫານ; ກອງທີ 3 ສັດທາຂອງ ມຊ ອຸທິດໃຫ້ພະພູມເຈົ້າທີ່ ທີ່ຮັກສາຄຸ້ມຄອງທີ່ດິນຂອງ ມຊ.
ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 1 ພະຈິກນີ້, ທີ່ ມຊ ຊຶ່ງເປັນມື້ຫ້າງຫາກະກຽມ, ມີພິທີສູດປະລິດຕະມຸງຄຸນ ສູດຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ແລະ ມີການຄົບງັນຕາມຮີດຄອງປະເພນີຕະຫຼອດທັງຄືນ; ສຳລັບໃນວັນທີ 2 ພະຈິກ ຕອນເຊົ້າມີພິທີໃສ່ບາດຖວາຍສັງຄະທານແດ່ພະສົງ 9 ອົງ.
ທີ່ມາ: ປະຊາຊົນ


