ໃນວັນທີ 2 ພະຈິກ 2026 ນີ້ ທີ່ຫ້ອງວ່າການແຂວງສະຫວັນນະເຂດ, ລັດຖະບານສະຫະລາຊະອານາຈັກ (UK) ຮ່ວມກັບອົງການ UNICEF ໄດ້ມອບອາຫານເສີມທາງການແພດ ຈຳນວນ 3,500 ແກັດ ໃຫ້ແກ່ລັດຖະບານລາວ ໂດຍມີກະຊວງສາທາລະນະສຸກ ແລະຄະນະກຳມະການປົກຄອງແຂວງສະຫວັນນະເຂດ ເປັນຜູ້ຕາງໜ້າຮັບມອບ.
ການຊ່ວຍເຫຼືອຄັ້ງນີ້ ເປັນສ່ວນໜຶ່ງຂອງທຶນຊ່ວຍເຫຼືອລ້າຈາກລັດຖະບານອັງກິດ ມູນຄ່າ 200,000 ປອນ (ປະມານ 268,097 ໂດລາສະຫະລັດ) ເພື່ອສະໜັບສະໜູນການປິ່ນປົວເດັກນ້ອຍລາວອາຍຸຕ່ຳກວ່າ 5 ປີ ຈຳນວນ 3,500 ຄົນ ທີ່ມີພາວະຂາດສານອາຫານກະທັນຫັນຮ້າຍແຮງ. ໃນປີ 2026 ນີ້ ມີ 3 ແຂວງທີ່ໄດ້ຮັບການຊ່ວຍເຫຼືອ ປະກອບມີ ສະຫວັນນະເຂດ, ສາລະວັນ ແລະເຊກອງ.
ທ່ານ ປອ. ວັນນະໄຊ ຊາດຕະກູນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ພາວະຂາດສານອາຫານກະທັນຫັນຮ້າຍແຮງເປັນພາວະທີ່ສາມາດປິ່ນປົວໄດ້ ແລະບໍ່ຄວນມີເດັກນ້ອຍຄົນໃດຕ້ອງເສຍຊີວິດຍ້ອນບັນຫາດັ່ງກ່າວ. ການສະໜັບສະໜູນໃນຄັ້ງນີ້ຈະຊ່ວຍຊີວິດເດັກນ້ອຍໄດ້ຫຼາຍຄົນ ໂດຍກະຊວງສາທາລະນະສຸກຈະສືບຕໍ່ຮ່ວມມືກັບຄູ່ຮ່ວມພັດທະນາ ເພື່ອໃຫ້ເດັກທີ່ຕ້ອງການການປິ່ນປົວສາມາດເຂົ້າເຖິງບໍລິການສາທາລະນະສຸກໄດ້ຢ່າງທົ່ວເຖິງ.
ຂະນະທີ່ ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງ ແລະປະທານຄະນະກຳມະການໂພຊະນາການແຂວງສະຫວັນນະເຂດ ກ່າວວ່າ: ການຊ່ວຍເຫຼືອຈາກອັງກິດ ແລະ UNICEF ໃນຄັ້ງນີ້ມີຄວາມສຳຄັນ ແລະມາຖືກເວລາ ເນື່ອງຈາກສະຫວັນນະເຂດເປັນແຂວງທີ່ມີປະຊາກອນຫຼາຍ ເຮັດໃຫ້ມີເດັກນ້ອຍທີ່ຢູ່ໃນຄວາມສ່ຽງຂາດສານອາຫານຈຳນວນຫຼາຍ. ການສະໜັບສະໜູນນີ້ຈະຊ່ວຍໃຫ້ພະນັກງານສາທາລະນະສຸກສາມາດເຂົ້າເຖິງເດັກນ້ອຍໃນຊຸມຊົນ ແລະໃຫ້ການປິ່ນປົວໄດ້ໃກ້ກັບບ້ານຫຼາຍຂຶ້ນ.
ສຳລັບອາຫານເສີມທາງການແພດທີ່ມອບໃຫ້ໃນຄັ້ງນີ້ ເປັນອາຫານທີ່ໃຫ້ພະລັງງານສູງ ແລະມີວິຕາມິນກັບແຮ່ທາດທີ່ຈຳເປັນເຂັ້ມຂຸ້ນ ເພື່ອຊ່ວຍຟື້ນຟູຮ່າງກາຍຂອງເດັກທີ່ຂາດສານອາຫານຮ້າຍແຮງ. ອາຫານຊະນິດນີ້ສາມາດກິນໄດ້ໂດຍກົງຈາກຊອງ ໂດຍບໍ່ຕ້ອງປຸງແຕ່ງ ຫຼືປະສົມກັບນ້ຳ. ສຳລັບເດັກທີ່ບໍ່ມີອາການແຊກຊ້ອນ ສາມາດຮັບການປິ່ນປົວຢູ່ເຮືອນໄດ້ ພາຍໃຕ້ການຕິດຕາມດູແລຂອງພະນັກງານສາທາລະນະສຸກທີ່ຜ່ານການຝຶກອົບຮົມ. ສ່ວນເດັກທີ່ມີອາການແຊກຊ້ອນ ຈະຕ້ອງໄດ້ຮັບການດູແລຕາມຄຳແນະນຳທາງການແພດ.
ຂໍ້ມູນຈາກການສຳຫຼວດຕົວຊີ້ວັດສັງຄົມລາວ ຄັ້ງທີ 3 (LSIS-III) ປີ 2023 ລະບຸວ່າ: ອັດຕາພາວະຂາດສານອາຫານກະທັນຫັນ ຫຼືພາວະຈ່ອຍຜອມໃນເດັກອາຍຸຕ່ຳກວ່າ 5 ປີທົ່ວປະເທດ ເພີ່ມຈາກ 5.9% ໃນປີ 2011-2012 ເປັນ 10.7% ໃນປີ 2023. ສ່ວນແຂວງສະຫວັນນະເຂດມີອັດຕາສູງເຖິງ 16.4% ແລະໃນນັ້ນ 4.3% ເປັນພາວະຂາດສານອາຫານກະທັນຫັນຮ້າຍແຮງ.
ຂະນະດຽວກັນ ຄາດວ່າໃນແຕ່ລະປີ ມີເດັກນ້ອຍລາວປະມານ 55,000 ຄົນ ປະສົບກັບພາວະຂາດສານອາຫານຮ້າຍແຮງ ແຕ່ມີໜ້ອຍກວ່າ 12% ທີ່ເຂົ້າເຖິງການປິ່ນປົວ. ນອກຈາກນີ້ ເດັກທີ່ມີພາວະຂາດສານອາຫານກະທັນຫັນຮ້າຍແຮງ ຍັງມີຄວາມສ່ຽງຕໍ່ການເສຍຊີວິດສູງກວ່າເດັກທີ່ມີສຸຂະພາບດີປະມານ 12 ເທົ່າ.
ການຊ່ວຍເຫຼືອໃນຄັ້ງນີ້ ຈຶ່ງຖືເປັນອີກບາດກ້າວສຳຄັນໃນການຮ່ວມມືລະຫວ່າງລັດຖະບານລາວ, ສະຫະລາຊະອານາຈັກ ແລະ UNICEF ເພື່ອຂະຫຍາຍການເຂົ້າເຖິງການປິ່ນປົວ ຫຼຸດຜ່ອນບັນຫາຂາດສານອາຫານ ແລະປົກປ້ອງສຸຂະພາບເດັກນ້ອຍລາວໃຫ້ມີສຸຂະພາບດີ ແລະເຕີບໃຫຍ່ຢ່າງແຂງແຮງ.
ທີ່ມາ: ສະຫວັນພັດທະນາຂ່າວ


