ນະຄອນຫຼວງ​ ຮ່າໂນ້ຍ​ ຈະຈ່າຍເງິນ 4 ລ້ານດົ່ງ ໃຫ້ແມ່ຍິງທີ່ມີລູກ 2 ຄົນ ກ່ອນອາຍຸ 35 ປີ ເລີ່ມປີ 2027 ນີ້

ນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມ ຈະມອບເງິນຊ່ວຍເຫຼືອຄັ້ງດຽວຈຳນວນ 4 ລ້ານດົ່ງ (ປະມານ 154 ໂດລາສະຫະລັດ) ໃຫ້ແມ່ຍິງທີ່ມີລູກຄົບ 2 ຄົນ ກ່ອນອາຍຸ 35 ປີ ໂດຍຈະເລີ່ມປະຕິບັດນະໂຍບາຍນີ້ແຕ່ປີ 2027 ເປັນຕົ້ນໄປ ພາຍຫຼັງສະພາປະຊາຊົນນະຄອນຫຼວງຮ່າໂນ້ຍໄດ້ອະນຸມັດໃນກອງປະຊຸມວັນທີ 28 ຕຸລາ 2026​ ນີ້.

ສຳລັບເງື່ອນໄຂຜູ້ທີ່ມີສິດໄດ້ຮັບເງິນຊ່ວຍເຫຼືອ ແມ່ຍິງຕ້ອງມີລູກຄົບ 2 ຄົນ ກ່ອນອາຍຸ 35 ປີ ແລະຕ້ອງມີຊື່ຂຶ້ນທະບຽນເປັນຜູ້ຢູ່ອາໄສຖາວອນ ຫຼື ຊົ່ວຄາວຢູ່ນະຄອນຫຼວງຮ່າໂນ້ຍ ຢ່າງໜ້ອຍ 6 ເດືອນ. ການພິຈາລະນາສິດໄດ້ຮັບເງິນຈະອີງໃສ່ຈຳນວນລູກທັງໝົດທີ່ແມ່ຍິງໄດ້ໃຫ້ກຳເນີດ ໂດຍບໍ່ຄຳນຶງວ່າເກີດໃນຈັກຄັ້ງ. ສ່ວນການນັບອາຍຸຈະຄິດໄລ່ຕາມວັນທີ່ໃຫ້ກຳເນີດລູກ ບໍ່ແມ່ນວັນທີ່ໄປແຈ້ງເກີດ.

ສາເຫດສຳຄັນທີ່ຮ່າໂນ້ຍອອກນະໂຍບາຍນີ້ ແມ່ນຍ້ອນອັດຕາການເກີດລູກຂອງປະຊາກອນຍັງຕ່ຳກວ່າລະດັບທົດແທນປະຊາກອນ ໂດຍສະຖິຕິອັດຕາການເກີດລູກສະເລ່ຍຢູ່ທີ່ 1,88 ຄົນຕໍ່ແມ່ຍິງ 1 ຄົນ ໃນປີ 2023, ຫຼຸດລົງເຫຼືອ 1,86 ຄົນ ໃນປີ 2024 ແລະເພີ່ມຂຶ້ນເລັກນ້ອຍເປັນ 1,87 ຄົນ ໃນປີ 2025.

ທາງການຮ່າໂນ້ຍລະບຸວ່າ ປັດໄຈທີ່ສົ່ງຜົນໃຫ້ຄອບຄົວມີລູກໜ້ອຍລົງ ລວມມີຄ່າທີ່ຢູ່ອາໄສ, ຄ່າລ້ຽງດູລູກ ແລະຄ່າສຶກສາທີ່ສູງຂຶ້ນ ລວມທັງຄວາມຫຍຸ້ງຍາກໃນການຈັດສັນເວລາລະຫວ່າງວຽກງານກັບຄອບຄົວ. ຖ້າອັດຕາການເກີດລູກຍັງຕ່ຳຕໍ່ເນື່ອງ ອາດສົ່ງຜົນຕໍ່ໂຄງສ້າງປະຊາກອນ, ເຮັດໃຫ້ສັງຄົມເຂົ້າສູ່ສັງຄົມຜູ້ສູງອາຍຸໄວຂຶ້ນ ແລະຂາດແຄນແຮງງານໃນອະນາຄົດ.

ດ້ານທາງການຄາດຄະເນວ່າ ໃນແຕ່ລະປີຈະມີແມ່ຍິງປະມານ 15.000 ຄົນ ເຂົ້າເກນໄດ້ຮັບເງິນຊ່ວຍເຫຼືອ ເຊິ່ງຕ້ອງໃຊ້ງົບປະມານປະມານ 60 ຕື້ດົ່ງຕໍ່ປີ. ຂະນະທີ່ງົບປະມານລວມສຳລັບດຳເນີນນະໂຍບາຍດ້ານປະຊາກອນໃນປີ 2027 ຄາດວ່າຈະຢູ່ທີ່ 245,9 ຕື້ດົ່ງ ລວມທັງການເພີ່ມເງິນຕອບແທນໃຫ້ແກ່ອາສາສະໝັກດ້ານປະຊາກອນ 8.500 ຄົນ ແລະການສະໜັບສະໜູນການໃຫ້ຄຳປຶກສາກ່ອນແຕ່ງງານ ພ້ອມກວດສຸຂະພາບ.

ທັງນີ້ ທາງການຮ່າໂນ້ຍຢືນຢັນວ່າ ເງິນຊ່ວຍເຫຼືອ 4 ລ້ານດົ່ງດັ່ງກ່າວ ເປັນພຽງການຊ່ວຍເຫຼືອດ້ານການເງິນສ່ວນໜຶ່ງໃຫ້ແກ່ຄອບຄົວໃນການລ້ຽງດູລູກ ບໍ່ແມ່ນການຊົດເຊີຍຄ່າໃຊ້ຈ່າຍທັງໝົດໃນການລ້ຽງດູ ແລະສຶກສາລູກ.

ນະໂຍບາຍນີ້ມີເປົ້າໝາຍສົ່ງເສີມໃຫ້ຄອບຄົວມີລູກ 2 ຄົນ ແລະຊ່ວຍຮັກສາລະດັບປະຊາກອນໃຫ້ມີຄວາມສົມດຸນໃນໄລຍະຍາວ.

​ແລ້ວເຈົ້າເດ ຢາກໃຫ້ປະເທດລາວມີນະໂຍບາຍແບບນີ້ບໍ?​

ທີ່ມາ: Vietnam VNA

Related Articles

0FansLike
202,000FollowersFollow
0SubscribersSubscribe
- Advertisement -spot_img

Latest Articles