ຄະນະກວດກາສູນກາງພັກ ຈັດກອງປະຊຸມສ່ອງແສງວຽກງານກວດກາແຮ່ທາດ ແລະ ການແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທຳມະຊາດ ຂອງບັນດາແຂວງທົ່ວປະເທດ

ວັນທີ 29 ຕຸລາ 2026 ທີ່ຫ້ອງປະຊຸມຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມສ່ອງແສງວຽກງານກວດກາກ່ຽວກັບແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທຳມະຊາດ ຂອງບັນດາແຂວງທົ່ວປະເທດ ພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ. ມີຮອງປະທານຄະນະກວດກາສູນກາງພັກ, ຄະນະປະຈຳພັກແຂວງ, ປະທານກວດກາພັກແຂວງທົ່ວປະເທດ ແລະ ຫົວໜ້າກົມພາຍໃນຄະນະກວດກາສູນກາງພັກ ເຂົ້າຮ່ວມ.

ໃນການກ່າວເປີດກອງປະຊຸມ ສະຫາຍ ວັນໄຊ ພອງສະຫວັນ ໄດ້ຊີ້ໃຫ້ເຫັນວ່າ ໄລຍະຜ່ານມາຢູ່ບາງແຂວງ ມີປະຊາຊົນ ແລະ ນັກທຸລະກິດບຸກທຳລາຍທຳມະຊາດ ໂດຍສະເພາະການລັກລອບຂຸດຄົ້ນແຮ່ຄຳຕົກຂ້ອນຕາມລຽບສາຍນ້ຳຕ່າງໆ ເຊິ່ງສົ່ງຜົນກະທົບຕໍ່ສະພາບແວດລ້ອມທຳມະຊາດຢ່າງຫຼວງຫຼາຍ. ພັກ ແລະ ລັດຖະບານໄດ້ເອົາໃຈໃສ່ຕິດຕາມກວດກາ ແລະ ອອກຄຳສັ່ງເດັດຂາດເຖິງບັນດາແຂວງທົ່ວປະເທດ. ໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກວິສາມັນ ສະໄໝທີ XII ຄະນະສະເພາະກິດໄດ້ລາຍງານຜົນການແກ້ໄຂບັນຫາແຮ່ທາດ ໂດຍລົງກວດກາ 8 ແຂວງ 23 ຈຸດ ພົບການກະທຳຜິດຂອງ 18 ບໍລິສັດ ແລະ ບຸກຄົນ, ກັກຕົວກຳມະກອນ 118 ຄົນ (ທັງຄົນລາວ ແລະ ຕ່າງປະເທດ), ຍຶດລົດຈົກ 38 ຄັນ, ເຮືອບ່ວງ 20 ລຳ, ລົດຕັກ 2 ຄັນ, ລົດດ້າມ 1 ຄັນ, ຕະແກງຮ່ອນແຮ່, ຈັກດູດນ້ຳ ແລະ ອື່ນໆ ພ້ອມຍຶດແຮ່ຄຳດິບ 77 ກິໂລກຣາມ ຢູ່ບາງແຂວງ.

ເພື່ອຕິດຕາມສະພາບການດັ່ງກ່າວ ຄະນະກວດກາສູນກາງພັກຈຶ່ງເຊີນປະທານກວດກາພັກ-ລັດແຂວງ ແລະ ນະຄອນຫຼວງ ມາລາຍງານຕື່ມກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຕາມສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ ພ້ອມລາຍງານການຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V. ສະຫາຍ ວັນໄຊ ພອງສະຫວັນ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມເຊີດຊູຄວາມຮັບຜິດຊອບ ປະກອບຄຳຄິດເຫັນ ແລະ ຍົກບັນຫາຕົວຈິງທີ່ພົບໃນແຕ່ລະທ້ອງຖິ່ນ ເພື່ອຮ່ວມກັນຫາວິທີແກ້ໄຂໃຫ້ຂາດຕົວ ແລະ ໄດ້ຮັບຜົນສຳເລັດຕາມຄາດໝາຍ.

ຂໍ້ມູນ: ວາລະສານກວດກາ

Related Articles

0FansLike
12,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles