ນະຄອນຫຼວງວຽງຈັນ, 29 ຕຸລາ 2026 — ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ຕວັກກີ ຄົບຮອບ 103 ປີ, ທ່ານ ນາງ ໂອຢ່າ ຢ່າຊາຣ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງຢ່າງອົບອຸ່ນ ແລະ ສົມກຽດ ໂດຍມີບັນດາແຂກຜູ້ມີກຽດ, ເຈົ້າໜ້າທີ່ຂັ້ນສູງ ແລະ ຜູ້ແທນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງຕັ້ງໜ້າ.
ທ່ານ ທູດ ໂອຢ່າ ຢ່າຊາຣ ໄດ້ເນັ້ນໃຫ້ເຫັນເຖິງ ເສັ້ນທາງການເດີນທາງອັນໜ້າຈົດຈຳຂອງ ຕວັກກີ ຈາກການຕໍ່ສູ້ເພື່ອເອກະລາດ ພາຍໃຕ້ການນຳພາຂອງ ທ່ານ ມຸສຕາຟາ ເຄມາຍ ອາຕາເຕີກ (Mustafa Kemal Atatürk) ບິດາຜູ້ສ້າງຕັ້ງຊາດ ຈົນກາຍມາເປັນປະເທດທີ່ມີຄວາມກ້າວໜ້າ, ເສດຖະກິດເຂັ້ມແຂງ, ມີສັງຄົມທີ່ອຸດົມສົມບູນດ້ວຍມໍລະດົກທາງວັດທະນະທຳ ແລະ ເປັນຂົວຕໍ່ຍຸດທະສາດທີ່ສຳຄັນລະຫວ່າງ ເອີຣົບ ແລະ ອາຊີ.
ຕວັກກີ ແລະ ສປປ ລາວ ມີສາຍພົວພັນທາງການທູດທີ່ດີງາມມາຢ່າງຍາວນານເຖິງ 68 ປີ. ທັງສອງປະເທດໄດ້ຂະຫຍາຍຄວາມຮ່ວມມືຢ່າງຕໍ່ເນື່ອງ ຜ່ານນະໂຍບາຍ Foreign Policy “Asia Anew Initiative” ຂອງຕວັກກີ, ໂດຍມີໂຄງການພັດທະນາທີ່ເນັ້ນ “ປະຊາຊົນເປັນໃຈກາງ” ຜ່ານອົງການ TİKA:
1. ດ້ານການສຶກສາ ແລະ ສາທາລະນະສຸກ: ປັບປຸງໂຮງຮຽນ, ອະນຸບານ, ສິ່ງອຳນວຍຄວາມສະດວກທາງດ້ານສາທາລະນະສຸກບໍລິການການແພດ ແລະ ຝຶກອົບຮົມຊ່ຽວຊານ.
2. ການສ້າງຄວາມອາດສາມາດ: ເສີມຂະຫຍາຍທັກສະນັກຂ່າວ, ສື່ມວນຊົນ ແລະ ສະຖາບັນພາກລັດ
3. ການອະນຸລັກມໍລະດົກວັດທະນະທຳ: ປັບປຸງອາຄານປະຫວັດສາດ (ໂຮງໝໍເກົ່າໃນວັງ) ພາຍໃນເຂດຫໍພິພິທະພັນແຫ່ງຊາດຫຼວງພະບາງ ເພື່ອເປີດເປັນຈຸດພັກຜ່ອນ ແລະ ດື່ມກາເຟສຳລັບນັກທ່ອງທ່ຽວ. ລິເລີ່ມໂຄງການຍົກລະດັບການທ່ອງທ່ຽວແບບຍືນຍົງຢູ່ ຕາດກວາງຊີ ແລະ ວັດວິຊຸນ.
ກ້າວສູ່ອະນາຄົດ: ການຮ່ວມມືດ້ານເສດຖະກິດ ແລະ ລະດັບພາກພື້ນ
1. ການເມືອງ & ສະພາ: ເປີດສາກການປຶກສາຫາລືທາງການເມືອງ ຄັ້ງທີ 2 ຢູ່ ອັງກາລາ ພ້ອມທັງສ້າງ ຄະນະມິດຕະພາບລັດຖະສະພາ ຕວັກກີ-ລາວ ຢ່າງເປັນທາງການ.
2. ເສດຖະກິດ: ຕວັກກີ ກຽມຈັດກອງປະຊຸມຄະນະກຳມາທິການຮ່ວມດ້ານເສດຖະກິດ (JEC) ຄັ້ງປະຖົມມະລຶກ ໃນເຄິ່ງຕົ້ນປີ 2027 ທີ່ຈະມາເຖິງ.
3. ຂອບອາຊຽນ: ຕວັກກີ ໄດ້ເຂົ້າເປັນຄູ່ຮ່ວມເຈລະຈາຂອງອາຊຽນ ໂດຍໄດ້ຮັບການສະໜັບສະໜູນຢ່າງແຂງແຮງຈາກ ສປປ ລາວ.
ໃນຕອນທ້າຍ, ທ່ານທູດໄດ້ແຈ້ງຂ່າວສຳຄັນວ່າ ຕວັກກີ ຈະເປັນເຈົ້າພາບຈັດກອງປະຊຸມ COP31 ຢູ່ເມືອງ ອານຕາເລຍ ໃນລະຫວ່າງວັນທີ 9-20 ພະຈິກ (ໂດຍຮ່ວມມືກັບ ອົດສະຕາລີ) ເພື່ອມຸ່ງເນັ້ນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດຢ່າງເປັນຮູບປະທຳ, ພ້ອມທັງເຊີນຊວນຜູ້ແທນຂັ້ນສູງຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມອັນປະຫວັດສາດນີ້.
ງານລ້ຽງໄດ້ອັດລົງດ້ວຍບັນຍາກາດອັນອົບອຸ່ນ ພ້ອມກັບການສຳພັດລົດຊາດອາຫານ, ດົນຕີ, ຊາ ແລະ ກາເຟຕວັກກີ ອັນເປັນເອກະລັກ.


