ຮົງກົງ – ສປ ຈີນ ລົງນາມສົນທິສັນຍາວ່າດ້ວຍການຫຼີກເວັ້ນການເກັບອາກອນຊ້ຳຊ້ອນ ເພື່ອການລົງທຶນທັງສອງຝ່າຍ

ໃນວັນທີ 29 ຕຸລາ 2026 ທີ່ຫ້ອງການລັດຖະບານກາງເຂດປົກຄອງພິເສດຮົງກົງ ສປ ຈີນ, ໄດ້ມີພິທີລົງນາມສົນທິສັນຍາວ່າດ້ວຍການຫຼີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫຼົບຫຼີກການເສຍອາກອນລາຍໄດ້ລະຫວ່າງ ສປປ ລາວ ແລະ ເຂດປົກຄອງພິເສດ ຮົງກົງ, ສປ ຈີນ.

ໂດຍຕາງໜ້າຝ່າຍ ສປປ ລາວ ລົງນາມແມ່ນ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ. ສ່ວນຝ່າຍເຂດປົກຄອງພິເສດຮົງກົງ ສປ ຈີນ ລົງນາມໂດຍແມ່ນ ທ່ານ Joseph Chan ວ່າການແທນລັດຖະມົນຕີປະຈຳສຳນັກງານບໍລິຫານດ້ານການເງິນ ແລະ ຄັງເງິນເຂດປົກຄອງພິເສດຮ່ອງກົງ ສປ ຈີນ. ພາຍໃຕ້ການເປັນສັກຂີພິຍານໂດຍທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນ, ລັດຖະມົນຕີກະຊວງການເງິນ ສປປ ລາວ ແລະ ທ່ານ Paul Chan ລັດຖະມົນຕີການເງິນ ປະຈຳ ເຂດປົກຄອງພິເສດຮົງກົງ ສປ ຈີນ.

ຈຸດປະສົງຂອງສົນທິສັນຍາວ່າດ້ວຍການຫຼີກເວັ້ນການເກັບອາກອນຊໍ້າຊ້ອນ ແລະ ສະກັດກັ້ນການຫຼົບຫຼີກເສຍອາກອນລາຍໄດ້ແມ່ນການກໍານົດຫຼັກການ, ລະບຽບການ, ວິທີການ ແລະ ມາດຕະການ ຈາກການເກັບອາກອນລາຍໄດ້ ເພື່ອຫຼີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະ ກັດກັ້ນການຫຼົບຫຼີກການເສຍອາກອນລາຍໄດ້ລະຫວ່າງ ສປປ ລາວ ແລະ ບັນດາປະເທດໃນພາກພື້ນ ແລະ ສາກົນ, ສ້າງຄວາມແນ່ນອນ ແລະ ສະຖຽນລະພາບໃນການປະຕິບັດດ້ານສ່ວຍສາອາກອນສໍາລັບທຸລະກິດ ຂ້າມຊາດ, ຫ້າມບໍ່ໃຫ້ມີການເລືອກປະຕິບັດທາງດ້ານອາກອນ, ກໍານົດມາດຕະການສໍາຄັນ ແລະ ຂັ້ນຕອນຕ່າງໆ, ສ້າງກົນໄກແລກປ່ຽນຂໍ້ມູນໂດຍມີການຄຸ້ມຄອງຮັກສາຄວາມລັບຂອງຜູ້ເສຍອາກອນ, ສ້າງກົນໄກການປ້ອງກັນຂໍ້ພິພາດທາງດ້ານສ່ວຍສາອາກອນ, ສົ່ງເສີມການລົງທຶນ, ມີຄວາມຍຸຕິທໍາ ແລະ ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ.

ໃນປັດຈຸບັນສປປ ລາວ ມີ ສົນທິສັນຍາ ວ່າດ້ວຍການຫຼີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫຼົບຫຼີກການເສຍອາກອນລາຍໄດ້ ຮ່ວມກັບ 15 ປະເທດ ຄື: ສາທາລະ ນະລັດ ເບລາຣຸສ, ບູຣໄນດາລູຊາລຳ, ຣາຊາອານາຈັກ ກຳປູເຈຍ, ສປ ຈີນ, ສ. ອີນໂດເນເຊຍ, ສປປ ເກົາຫຼີ, ສ.ເກົາຫຼີ, ລັດແຫ່ງກູເວດ, ຣາຊາອານາຈັກ ລຸກຊຳບວກ, ມາເລເຊຍ, ສະຫະພາບມຽນມາ, ສະຫະພັນລັດເຊຍ, ສາທາລະນະລັດ ສິງກະໂປ, ຣາຊາອານາຈັກໄທ, ສສ ຫວຽດນາມ.

ທີ່ມາ: ກະຊວງການເງິນ

Related Articles

0FansLike
12,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles