ໃນໄລຍະ 9 ເດືອນຕົ້ນປີ 2026, ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ກວ່າ 207 ຕື້ກີບ, ບັນລຸ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.
ທ່ານ ສີມອນ ອຸທິຄູນ ຫົວໜ້າດ່ານພາສີສາກົນພູເກືອ ໃຫ້ຮູ້ໃນວັນທີ 29 ຕຸລາ 2026 ວ່າ ປີນີ້ດ່ານໄດ້ຮັບມອບໝາຍແຜນຈັດເກັບລາຍຮັບທັງໝົດ 290 ຕື້ກີບ, ໃນນັ້ນ ແຜນການ 9 ເດືອນມີມູນຄ່າກວ່າ 217 ຕື້ກີບ. ສຳລັບລາຍຮັບທີ່ຈັດເກັບໄດ້ຮອດວັນທີ 30 ກັນຍາ ປະກອບມີລາຍຮັບຈາກພາສີກວ່າ 47 ຕື້ກີບ ຫຼື 22.77% ແລະ ລາຍຮັບຈາກອາກອນກວ່າ 160 ຕື້ກີບ ຫຼື 77.23% ຂອງລາຍຮັບທັງໝົດ.
ດ້ານການກວດກາ ແລະ ສະສາງຄະດີ, ໃນໄລຍະ 9 ເດືອນ ດ່ານມີຄະດີເກີດຂຶ້ນໃໝ່ 246 ຄະດີ ມູນຄ່າ 672.89 ລ້ານກີບ ແລະ ມີຄະດີຄ້າງມາຈາກງວດກ່ອນ 2 ຄະດີ ມູນຄ່າ 1,218 ລ້ານກີບ. ລວມຄະດີທີ່ນຳມາດຳເນີນການມີ 248 ຄະດີ ມູນຄ່າລວມ 1,890.89 ລ້ານກີບ. ໃນນັ້ນ ຄ່າປັບໄໝ ແລະ ມູນຄ່າທີ່ມອບເຂົ້າງົບປະມານລັດລວມມີ 1,311.35 ລ້ານກີບ, ເພີ່ມຂຶ້ນ 48.65% ຈາກໄລຍະດຽວກັນຂອງປີຜ່ານມາ.
ສຳລັບ 3 ເດືອນທ້າຍປີ 2026, ຄະນະນຳຂອງດ່ານຈະສືບຕໍ່ຊີ້ນຳການຈັດເກັບລາຍຮັບໃຫ້ບັນລຸຕາມແຜນການ, ເພີ່ມທະວີການກວດກາໃຫ້ຖືກຕ້ອງ ໂປ່ງໃສ ແລະ ມີປະສິດທິຜົນ, ພ້ອມທັງເຂັ້ມງວດຕໍ່ການຫຼົບຫຼີກພາສີ, ການສໍ້ໂກງທາງພາສີ ແລະ ການຄ້າຂ້າມແດນທີ່ຜິດກົດໝາຍ.
ພ້ອມກັນນີ້ ຈະສືບຕໍ່ອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ແລະ ຜູ້ນຳເຂົ້າ-ສົ່ງອອກ, ນຳໃຊ້ເທັກໂນໂລຊີເພື່ອປັບປຸງລະບົບບໍລິການ ແລະ ຫຍໍ້ຂັ້ນຕອນພິທີການພາສີໃຫ້ວ່ອງໄວຂຶ້ນ, ຄວບຄູ່ກັບການຍົກລະດັບຄວາມຮູ້, ຄວາມສາມາດ ແລະ ວິໄນຂອງພະນັກງານ ເພື່ອຍົກສູງຄຸນນະພາບວຽກງານ ແລະ ປະສິດທິຜົນໃນການຈັດເກັບລາຍຮັບຂອງລັດ.
ທີ່ມາ: Media Laos


