ເຄີຍສົງໄສບໍ່ວ່າ ເປັນຫຍັງນັກສຶກສາມັກຈະລໍຖ້າໃຫ້ເວລາຜ່ານໄປຈົນຮອດ “ວິນາທີສຸດທ້າຍ” ຈຶ່ງຄ່ອຍເລີ່ມເປີດຄອມພິວເຕີຂຽນລາຍງານ ຫຼື ເຮັດວຽກບ້ານ?

ເຄີຍສົງໄສບໍ່ວ່າ ເປັນຫຍັງນັກສຶກສາມັກຈະລໍຖ້າໃຫ້ເວລາຜ່ານໄປຈົນຮອດ “ວິນາທີສຸດທ້າຍ” ຈຶ່ງຄ່ອຍເລີ່ມເປີດຄອມພິວເຕີຂຽນລາຍງານ ຫຼື ເຮັດວຽກບ້ານ?

ທັງໆທີ່ອາຈານກຳນົດເວລາໃຫ້ເປັນອາທິດ ແຕ່ເຮົາກໍຍັງເລືອກທີ່ຈະ “ລຸ້ນລະທຶກ” ເຮັດໃນຄືນກ່ອນມື້ສົ່ງທຸກຄັ້ງ ມື້ນີ້ແອັດມີຄຳຕອບທີ່ຈະມາເຜີຍຄວາມຈິງ ໃຫ້ທຸກຄົນໄດ້ຮູ້ກັນ.

ນັກຈິດຕະວິທະຍາຈາກ American Psychological Association (APA) ໄດ້ອະທິບາຍວ່າ ການເລື່ອນມື້ເຮັດ ບໍ່ແມ່ນເລື່ອງຂອງ “ການບໍລິຫານເວລາທີ່ບໍ່ດີ” ພຽງຢ່າງດຽວ ແຕ່ມັນແມ່ນ “ການຈັດການກັບອາລົມ” ຂອງຕົວເຮົາເອງ.

ເມື່ອເຮົາເຫັນວຽກບ້ານກອງໃຫຍ່ ສະໝອງ ຈະສັ່ງການໃຫ້ຮູ້ສຶກຄຽດ, ວິຕົກກັງວົນ ຫຼື ເບື່ອໜ່າຍ ເຮົາຈຶ່ງຫຼົບຫຼີກມັນໄປເຮັດຢ່າງອື່ນ (ເຊັ່ນ: ເລື່ອນຈໍໂທລະສັບ, ເບິ່ງໜັງ) ເພື່ອໜີຈາກຄວາມຮູ້ສຶກທາງລົບນັ້ນຊົ່ວຄາວຈົນກະທັ້ງເວລາເຫຼືອໜ້ອຍດຽວ.

ເມື່ອເວລາຜ່ານໄປ ແລະ ເຂົ້າສູ່ “ຊົ່ວໂມງວິກິດ” ໂມງນັບຖອຍຫຼັງເລີ່ມເຮັດວຽກ ຮ່າງກາຍຈະຫຼັ່ງຮໍໂມນອາດຣີນາລິນ (Adrenaline) ອອກມາ ເຊິ່ງກະຕຸ້ນໃຫ້ສະໝອງຕື່ນຕົວຂຶ້ນຢ່າງຂີດສຸດ.

ໃນຊ່ວງເວລານີ້ ຄວາມຄິດສ້າງສັນ ແລະ ຄວາມສາມາດໃນການຈົດຈໍຈະພຸ່ງສູງຂຶ້ນແບບຜິດປົກກະຕິເຮັດໃຫ້ເຮົາສາມາດພິມງານໜ້າ A4 ໄດ້ສຳເລັດພາຍໃນເວລາບໍ່ເທົ່າໃດຊົ່ວໂມງ (ເປັນຄວາມສາມາດພິເສດທີ່ມື້ທຳມະດາເຮົາເຮັດບໍ່ໄດ້ແນ່ນອນ)

ງານວິໄຈຈາກສະຖາບັນການສຶກສາຕ່າງໆ ພົບວ່າ ນັກສຶກສາທີ່ມັກສົ່ງວຽກມື້ສຸດທ້າຍ ມັກຈະເປັນກຸ່ມທີ່ Perfectionist (ມັກຄວາມສົມບູນແບບ) ຍ້ອນເຂົາເຈົ້າຢ້ານວ່າວຽກອອກມາບໍ່ດີ ຈຶ່ງລໍຖ້າຈົນຮອດນາທີສຸດທ້າຍເພື່ອບັງຄັບໃຫ້ຕົວເອງຕ້ອງສົ່ງຕາມສະພາບ.

ແຕ່ຢ່າລືມວ່າ! ເຖິງແມ່ນວ່າເຮົາຈະລອດມາໄດ້ທຸກຄັ້ງ ແຕ່ຄວາມຄຽດສະສົມ ແລະ ຄຸນນະພາບຂອງວຽກທີ່ໄດ້ ອາດຈະບໍ່ດີເທົ່າທີ່ຄວນ ຖ້າເຮົາວາງແຜນລ່ວງໜ້າ.

ແຫຼ່ງອ້າງອີງ: American Psychological Association (APA)

Related Articles

0FansLike
202,000FollowersFollow
0SubscribersSubscribe
- Advertisement -spot_img

Latest Articles