ເຕືອນໄພໂລກ! NASA เຜີຍພາບ “ເອວນີໂຢ2026” ກໍ່ຕົວຮຸ່ນແຮງກວ່າປີ 1997 ແລະ 2015

NASA ເປີດເຜີຍພາບຈາກດາວທຽມພົບວ່າ ເອວນີໂຢໃນປີ 2026 ນີ້ ກຳລັງກໍ່ຕົວຢ່າງວ່ອງໄວ ແລະ ມີຮູບແບບຄ້າຍຄືກັບປີ 1997 ທີ່ເຄີຍຮຸນແຮງໃນອະດີດ ໂດຍມີມວນນ້ຳອຸ່ນແຜ່ຂະຫຍາຍຈາກປາຊີຟິກຝັ່ງຕາເວັນຕົກໄປ ຫາ ອາເມລິກາໃຕ້.

ດ້ານອົງການອຸຕຸນິຍົມວິທະຍາໂລກ(WMO) ຄາດການວ່າ ອຸນຫະພູມຜິວນ້ຳທະເລອາດສູງກວ່າຄ່າສະເລ່ຍເຖິງ 3.8°C ໃນຊ່ວງພະຈິກ 2026 – ມັງກອນ 2027 ເຊິ່ງອາດສົ່ງຜົນກະທົບເຮັດໃຫ້ເກີດໄພແລ້ງ, ໄຟປ່າ ແລະ ນ້ຳທະເລໜູນສູງໃນຫຼາຍພາກສ່ວນທົ່ວໂລກ.

ເຖິງແມ່ນວ່າຜົນກະທົບອາດແຕກຕ່າງກັນໃນແຕ່ລະຄັ້ງ ແຕ່ນັກວິທະຍາສາດຢ້ຳວ່າ ປາກົດການນີ້ເປັນວິກິດຮ້ອນທີ່ທົ່ວໂລກຕ້ອງຈັບຕາເບິ່ງຢ່າງໃກ້ຊິດໃນປາຍປີນີ້.

ແຫຼ່ງອ້າງອີງ: NASA

Related Articles

0FansLike
12,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles