UNITEL ຂະຫຍາຍລະບົບນິເວດເຕັກໂນໂລຊີ LOGISTICS ແລະ E-commerce ເພື່ອຮັບໃຊ້ເສດຖະກິດດິຈິຕອນລາວ

ພາຍຫຼັງດຳເນີນງານມາໄດ້ 1 ປີ, Unitel Logistics ໄດ້ຂະຫຍາຍເຄືອຂ່າຍໃຫ້ຄອບຄຸມ 18 ແຂວງ, ນະຄອນຫຼວງວຽງຈັນ ພ້ອມກັບຈຸດໃຫ້ບໍລິການເກືອບ 1.000 ແຫ່ງ ເພື່ອຮອງຮັບການຈັດສົ່ງສິນຄ້າເຖິງບ້ານ. ຈາກພື້ນຖານການດຳເນີນງານຕົວຈິງນີ້, Unitel ສືບຕໍ່ຂະຫຍາຍຂອບເຂດການບໍລິການດ້ານ Logistics ແລະ ວາງທິດທາງພັດທະນາການຄ້າ E-commerce ເພື່ອປະກອບສ່ວນເຊື່ອມໂຍງການຄ້າ ແລະ ຊຸກຍູ້ເສດຖະກິດດິຈິຕອນໃນ ສປປ ລາວ.

ຈາກເຄືອຂ່າຍໂລຈິສຕິກ ສູ່ການເຊື່ອມໂຍງທົ່ວປະເທດ

ໃນຍຸກເສດຖະກິດດິຈິຕອນ, ການຊື້ຂາຍຜ່ານອອນລາຍຈະສຳເລັດຢ່າງສົມບູນ ກໍຕໍ່ເມື່ອສິນຄ້າຖືກຂົນສົ່ງ ແລະ ສົ່ງເຖິງມືຜູ້ຮັບ. ດັ່ງນັ້ນ, ໂລຈິສຕິກຈຶ່ງບໍ່ແມ່ນພຽງແຕ່ຂັ້ນຕອນການຂົນສົ່ງ ແຕ່ຍັງເປັນຂໍ້ຕໍ່ສຳຄັນ ທີ່ເຊື່ອມໂຍງຜູ້ຂາຍ, ຜູ້ຊື້ ແລະ ກິດຈະກຳການຄ້າເຂົ້າດ້ວຍກັນ.

ເພື່ອຕອບສະໜອງຕໍ່ຄວາມຕ້ອງການດັ່ງກ່າວ, Unitel ໄດ້ພັດທະນາ Unitel Logistics ເຊິ່ງເປັນບໍລິການໂລຈິສຕິກ ແລະ ຈັດສົ່ງພັດສະດຸ ພາຍໃຕ້ລະບົບນິເວດເຕັກໂນໂລຊີດິຈິຕອນຂອງບໍລິສັດ. ນັບຈາກກ້າວທຳອິດໃນທ້າຍປີ 2025, ພາຍຫຼັງດຳເນີນງານມາໄດ້ 1 ປີ, Unitel Logistics ໄດ້ຂະຫຍາຍເຄືອຂ່າຍໃຫ້ຄອບຄຸມ 18 ແຂວງ, ນະຄອນຫຼວງ ດ້ວຍຈຸດໃຫ້ບໍລິການເກືອບ 1.000 ແຫ່ງ ລວມມີຮ້ານຂອງ Unitel ແລະ ຕົວແທນຈຳໜ່າຍແບບແຟຣນໄຊສ໌.

ລະບົບການປະຕິບັດງານແມ່ນໄດ້ຮັບການສະໜັບສະໜູນໂດຍ 3 ສູນປະຕິບັດງານ, 16 ຄັງສິນຄ້າຂົນສົ່ງປະຈຳແຂວງ ແລະ ລະບົບຍານພາຫະນະທີ່ປະກອບດ້ວຍລົດບັນທຸກ ແລະ ລົດຕຸກໆທັນສະໄໝ ເຊິ່ງຄ່ອຍໆສ້າງເປັນຕາໜ່າງການຂົນສົ່ງສິນຄ້າທົ່ວປະເທດ. ຕາໜ່າງນີ້ບໍ່ພຽງແຕ່ຂະຫຍາຍຄວາມສາມາດໃນການເຂົ້າເຖິງການບໍລິການເທົ່ານັ້ນ, ແຕ່ຍັງນຳເອົາກິດຈະກຳການຮັບ ແລະ ສົ່ງພັດສະດຸໃຫ້ເຂົ້າໃກ້ປະຊາຊົນຫຼາຍຂຶ້ນ, ເຊິ່ງລວມເຖິງເຂດທີ່ຢູ່ຫ່າງໄກຈາກສູນກາງອີກດ້ວຍ.

ດ້ານຜົນການດຳເນີນທຸລະກິດ, ໃນປີທຳອິດຂອງການເຄື່ອນໄຫວ, Unitel Logistics ບັນທຶກໄດ້ລາຍຮັບທີ່ເກີນແຜນການ, ໂດຍສະເພາະແມ່ນມີຄວາມພາກພູມໃຈທີ່ສາມາດບັນລຸອັດຕາການຈັດສົ່ງສຳເລັດຜົນຫຼາຍກວ່າ 90%, ເຊິ່ງເປັນການຢືນຢັນເຖິງຄຸນນະພາບການບໍລິການ ແລະ ຄວາມສາມາດໃນການປະຕິບັດງານທີ່ມີປະສິດທິພາບ. ຜົນໄດ້ຮັບນີ້ໝາຍເຖິງບາດກ້າວອັນສຳຄັນໃນການຂະຫຍາຍຕະຫຼາດ, ຍົກລະດັບປະສົບການຂອງລູກຄ້າ ແລະ ຄ່ອຍໆຢືນຢັນບົດບາດ ແລະ ສະຖານະຂອງ Unitel Logistics ໃນຂົງເຂດການຂົນສົ່ງ ແລະ ສົ່ງມອບສິນຄ້າຢູ່ ສປປ ລາວ.

ນຳໃຊ້ເຕັກໂນໂລຊີ ເພື່ອຍົກລະດັບປະສົບການຮັບ-ສົ່ງພັດສະດຸ

ນອກຈາກການຂະຫຍາຍໂຄງລ່າງແລ້ວ, Unitel Logistics ຍັງຄ່ອຍໆພັດທະນາບໍລິການ ແລະ ເຄື່ອງມືທາງເຕັກໂນໂລຊີ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ສຳລັບບຸກຄົນ, ຮ້ານຄ້າຄົວເຮືອນ ແລະ ພາກທຸລະກິດ ໂດຍສະເພາະຜູ້ປະກອບການທີ່ຂາຍສິນຄ້າຜ່ານອອນລາຍ. ໂດຍມີບໍລິການອຳນວຍຄວາມສະດວກຕ່າງໆ ເຊັ່ນ ການຮັບ ແລະ ຈັດສົ່ງເຖິງປະຕູບ້ານ (Door-to-Door), ການເກັບເງິນຄ່າສິນຄ້າປາຍທາງ (COD), ການໂທແຈ້ງເຕືອນອັດຕະໂນມັດ (Auto Call) ແລະ ແອັບພລິເຄຊັນ Unitel Logistics ຊ່ວຍອຳນວຍຄວາມສະດວກໃຫ້ລູກຄ້າໃນຂັ້ນຕອນການຝາກ, ຮັບ ແລະ ຕິດຕາມສະຖານະພັດສະດຸ. ນອກນີ້, ການເຊື່ອມຕໍ່ກັບແພລດຟອມຕ່າງໆ ເຊັ່ນ Umoney ແລະ Pancake ຍັງຊ່ວຍສະໜັບສະໜູນການຊຳລະເງິນ, ການຈັດການຄຳສັ່ງຊື້ ແລະ ການດຳເນີນທຸລະກິດ.

ຜ່ານການປະສານເຄືອຂ່າຍການບໍລິການເຂົ້າກັບເຄື່ອງມືດິຈິຕອນ, Unitel Logistics ມຸ່ງໝັ້ນຫຼຸດຂັ້ນຕອນທີ່ຊັບຊ້ອນ ໃນການຮັບ-ສົ່ງພັດສະດຸ, ເພີ່ມປະສິດທິພາບການປະສານງານລະຫວ່າງຝ່າຍຕ່າງໆ ແລະ ຊ່ວຍໃຫ້ຜູ້ຂາຍອອນລາຍ ສາມາດຂະຫຍາຍກິດຈະການໄດ້ຫຼາຍຂຶ້ນ. ນີ້ຍັງເປັນພື້ນຖານໃຫ້ບໍລິການໂລຈິສຕິກສາມາດຕອບສະໜອງຕໍ່ຄວາມຕ້ອງການການຄ້າ ທີ່ກຳລັງເຕີບໂຕໃນ ສປປ ລາວ ໄດ້ດີຂຶ້ນ. ໂດຍສະເພາະ, ເຄືອຂ່າຍຮ້ານຄ້າ ແລະ ຕົວແທນຈຳໜ່າຍ ບໍ່ພຽງແຕ່ມີບົດບາດໃນການຮັບ ແລະ ສົ່ງຄືນພັດສະດຸເທົ່ານັ້ນ ແຕ່ຍັງເປັນຂົວເຊື່ອມທີ່ຊ່ວຍນຳບໍລິການເຂົ້າເຖິງຊຸມຊົນ. ການພັດທະນາເຄືອຂ່າຍ ໂດຍປະສານລະຫວ່າງພື້ນຖານໂຄງລ່າງການຂົນສົ່ງ, ຈຸດໃຫ້ບໍລິການ ແລະ ເຕັກໂນໂລຊີ ຊ່ວຍໃຫ້ Unitel ຄ່ອຍໆສ້າງຂີດຄວາມສາມາດດ້ານໂລຈິສຕິກ ທີ່ເໝາະສົມກັບສະພາບຕະຫຼາດທ້ອງຖິ່ນ.

ຈາກໂລຈິສຕິກສູ່ການຄ້າອີເລັກໂທນິກ: ຂະຫຍາຍລະບົບນິເວດເສດຖະກິດດິຈິຕອນ

ໂລຈິສຕິກແມ່ນໜຶ່ງໃນຂະແໜງການ ທີ່ກຳລັງດຳເນີນງານຢູ່ໃນລະບົບນິເວດຂອງ Unitel, ຂະນະທີ່ການຄ້າອີເລັກໂທນິກ ແມ່ນທິດທາງການພັດທະນາຂັ້ນຕໍ່ໄປ ເພື່ອຂະຫຍາຍການເຊື່ອມໂຍງລະຫວ່າງການຊື້ຂາຍຜ່ານອອນລາຍ ແລະການໝູນວຽນສິນຄ້າ. ພາຍໃນລະບົບນິເວດເຕັກໂນໂລຊີດິຈິຕອນ, ແຕ່ລະອົງປະກອບສາມາດສະໜັບສະໜູນເຊິ່ງກັນແລະກັນໄດ້: ໂຄງລ່າງໂທລະຄົມສ້າງພື້ນຖານການເຊື່ອມຕໍ່; ແພລດຟອມບໍລິການດິຈິຕອນຊ່ວຍໃຫ້ຜູ້ໃຊ້ ເຂົ້າເຖິງສິ່ງອຳນວຍຄວາມສະດວກຕ່າງໆ; Umoney ພັດທະນາຮູບແບບການຊຳລະເງິນອີເລັກໂທນິກ; ສ່ວນໂລຈິສຕິກຮັບຜິດຊອບຂັ້ນຕອນການຂົນສົ່ງ ແລະ ຈັດສົ່ງສິນຄ້າ. ເມື່ອຂີດຄວາມສາມາດເຫຼົ່ານີ້ຖືກເຊື່ອມໂຍງຢ່າງມີປະສິດທິຜົນ, ເຕັກໂນໂລຊີ ຈະສາມາດສະໜັບສະໜູນທຸກຂັ້ນຕອນຂອງການຊື້ຂາຍ ນັບຕັ້ງແຕ່ການເຂົ້າເຖິງບໍລິການ, ການຊຳລະເງິນ ໄປຈົນເຖິງການຂົນສົ່ງ ແລະ ຮັບສິນຄ້າ. ນີ້ແມ່ນພື້ນຖານໃຫ້ Unitel ສຶກສາ ແລະ ຂະຫຍາຍຮູບແບບການບໍລິການໃໝ່ໆ ເພື່ອຊ່ວຍໃຫ້ວິສາຫະກິດ ແລະ ຮ້ານຄ້າຄົວເຮືອນ ນຳເອົາເຕັກໂນໂລຊີໄປປະຍຸກໃຊ້ໃນກິດຈະກຳການຄ້າຂອງຕົນ. ທິດທາງດັ່ງກ່າວຍັງສະທ້ອນໃຫ້ເຫັນເຖິງຂະບວນການຫັນປ່ຽນຈາກຜູ້ໃຫ້ບໍລິການໂທລະຄົມ (Telco) ສູ່ວິສາຫະກິດເຕັກໂນໂລຊີດິຈິຕອນ (Techco). ນອກຈາກການສະໜອງໂຄງລ່າງການເຊື່ອມຕໍ່ແລ້ວ, Unitel ຍັງຄ່ອຍໆຂະຫຍາຍໄປສູ່ການບໍລິການ ແລະໂຊລູຊັນ ທີ່ເຂົ້າໄປມີສ່ວນຮ່ວມໂດຍກົງໃນກິດຈະກຳຂອງເສດຖະກິດ.
ເຊື່ອມໂຍງການຄ້າ ຮ່ວມຂັບເຄື່ອນເສດຖະກິດດິຈິຕອນລາວ

ພາຍຫຼັງດຳເນີນງານມາໄດ້ 1 ປີ, Unitel Logistics ໄດ້ສ້າງເຄືອຂ່າຍການໃຫ້ບໍລິການທົ່ວປະເທດ, ຂະຫຍາຍການບໍລິການຮັບ-ສົ່ງພັດສະດຸ ແລະ ບັນລຸຜົນງານດ້ານທຸລະກິດທີ່ໜ້າພໍໃຈ. ນີ້ແມ່ນພື້ນຖານສຳຄັນໃຫ້ບໍລິສັດສືບຕໍ່ຍົກລະດັບຄຸນນະພາບການດຳເນີນງານ, ຂະຫຍາຍເຄືອຂ່າຍ ແລະ ປັບປຸງປະສົບການຂອງລູກຄ້າໃຫ້ດີຂຶ້ນ.

ໃນງານ Lao Digital Week 2026 ລະຫວ່າງວັນທີ 21 ຫາ 25 ຕຸລາ 2026 ທີ່ສູນການຄ້າລາວ – ໄອເຕັກ (ITECC), ນະຄອນຫຼວງວຽງຈັນ, Unitel ໄດ້ນຳສະເໜີຂະແໜງການເຕັກໂນໂລຊີຕ່າງໆ ພາຍໃນລະບົບນິເວດດິຈິຕອນ ເຊິ່ງລວມມີບໍລິການໂລຈິສຕິກ ແລະ ທິດທາງການພັດທະນາການຄ້າອີເລັກໂທນິກ. ຜ່ານການນຳສະເໜີໂຊລູຊັນທີ່ເຊື່ອມໂຍງເຕັກໂນໂລຊີເຂົ້າກັບກິດຈະກຳການຄ້າຕົວຈິງ, Unitel ມຸ່ງໝັ້ນຊ່ວຍໃຫ້ປະຊາຊົນເຂົ້າເຖິງບໍລິການໄດ້ຢ່າງສະດວກຫຼາຍຂຶ້ນ, ສ້າງເງື່ອນໄຂໃຫ້ພາກທຸລະກິດຂະຫຍາຍກິດຈະການ ແລະ ປະກອບສ່ວນຊຸກຍູ້ການໝູນວຽນສິນຄ້າພາຍໃນ ສປປ ລາວ. ຈາກໂຄງລ່າງໂທລະຄົມ ສູ່ໂລຈິສຕິກ ແລະ ບໍລິການດິຈິຕອນ, Unitel ສືບຕໍ່ຂະຫຍາຍບົດບາດຂອງຕົນໃນເສດຖະກິດດິຈິຕອນ ໂດຍມຸ່ງໄປສູ່ການສ້າງລະບົບນິເວດເຕັກໂນໂລຊີທີ່ເຊື່ອມໂຍງກັບຄວາມຕ້ອງການຕົວຈິງຂອງຕະຫຼາດ ແລະ ການພັດທະນາທີ່ຍືນຍົງຂອງ ສປປ ລາວ.

Related Articles

0FansLike
12,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles