5 ສາເຫດຫຼັກ ທີ່ເຮັດໃຫ້ເດັກເຈນ Z ປະເຊີນກັບບັນຫາສຸຂະພາບຈິດຫຼາຍກວ່າຄົນເຈນອື່ນ

ໃນຍຸກປັດຈຸບັນ ເມື່ອເວົ້າເຖິງ ເດັກເຈນຊີ (Gen Z) ຫຼາຍຄົນຄິດວ່າເຂົາເຈົ້າເປັນຮຸ່ນທີ່ມີຄວາມເອກະລາດ, ເຂົ້າເຖິງເຕັກໂນໂລຊີໄດ້ງ່າຍ ແລະ ມີຄວາມສະດວກສະບາຍ. ແຕ່ໃນທາງກົງກັນຂ້າມ ບົດລາຍງານ ແລະ ງານວິໄຈຈາກສະຖາບັນສຸຂະພາບຊັ້ນນຳລະດັບໂລກ ໄດ້ເປີດເຜີຍສະຖິຕິທີ່ໜ້າຕົກໃຈວ່າ Gen Z ກາຍເປັນກຸ່ມຄົນທີ່ມີຄວາມຄຽດ, ວິຕົກກັງວົນ ແລະ ຊຶມເສົ້າສູງທີ່ສຸດ ເມື່ອທຽບໃສ່ຮຸ່ນຄົນອື່ນໆ.

5 ສາເຫດຫຼັກ ຕາມການລະບຸຂອງອົງການສາກົນ:

1. ຈາກການສຶກສາຂອງ American Psychological Association (APA) ແລະ McKinsey ລະບຸວ່າ Gen Z ເຕີບໃຫຍ່ມາໃນຍຸກດິຈິຕອນ 100%. ການໃຊ້ເວລາໜ້າຈໍຫຼາຍເກີນໄປ ສ່ຽງຕໍ່ການຕົກກັບດັກການເບິ່ງຊີວິດທີ່ສົມບູນແບບຂອງຄົນອື່ນໃນສື່ສັງຄົມອອນໄລນ໌ແລ້ວນຳມາດ້ອຍຄ່າຕົນເອງ ພ້ອມທັງປະເຊີນກັບການບູລີ້ທາງອອນໄລນ໌.

2. ງານວິໄຈພົບວ່າ ຫຼາຍກວ່າ 70% ຂອງ Gen Z ໃຫ້ສຳພາດວ່າເຂົາເຈົ້າມີຄວາມກັງວົນສູງກ່ຽວກັບຄ່າຄອງຊີບ, ໜີ້ສິນ, ຄວາມບໍ່ໝັ້ນຄົງດ້ານທີ່ຢູ່ອາໄສ ແລະ ໂອກາດໃນການຫາວຽກເຮັດ ເຊິ່ງເປັນຊ່ວງທີ່ເສດຖະກິດໂລກມີຄວາມປັ່ນປວນສູງ ຫຼັງການແພ່ລະບາດຂອງໂຄວິດ-19.

3. ອົງການ UNICEF ລະບຸວ່າ ເດັກຮຸ່ນນີ້ຕ້ອງເຕີບໃຫຍ່ມາພ້ອມກັບຂ່າວສານໄພພິບັດຢ່າງຕໍ່ເນື່ອງ ໂດຍສະເພາະ ການປ່ຽນແປງສະພາບພູມອາກາດ, ສົງຄາມ, ຄວາມຂັດແຍ້ງທາງການເມືອງ ແລະ ໄພພິບັດທຳມະຊາດ ເຮັດໃຫ້ເຂົາເຈົ້າຮູ້ສຶກຮັກສາຄວາມຫວັງໃນອະນາຄົດໄດ້ຍາກ.

4. ເຖິງວ່າ Gen Z ຈະມີໝູ່ເພື່ອນໃນໂລກອອນໄລນ໌ຫຼາຍພັນຄົນ ແຕ່ຜົນການສຶກສາພົບວ່າ ເຂົາເຈົ້າກັບປະເຊີນ “ຄວາມໂດດດ່ຽວ” ສູງກວ່າຮຸ່ນອື່ນໆ ເພາະການປະຕິສຳພັນແບບເຊີງໜ້າຫຼຸດລົງ ເຮັດໃຫ້ຂາດທີ່ເພິ່ງທາງອາລົມທີ່ແທ້ຈິງ.

5. ອີກມຸມມອງໜຶ່ງ, ຕົວເລກສຸຂະພາບຈິດທີ່ສູງຂຶ້ນ ອາດເກີດຈາກການທີ່ Gen Z ກ້າທີ່ຈະເວົ້າ, ກ້າທີ່ຈະເຂົ້າຮັບການກວດ ແລະ ກ້າທີ່ຈະຍອມຮັບ ວ່າຕົນເອງມີບັນຫາສຸຂະພາບຈິດ ຫຼາຍກວ່າຄົນຮຸ່ນກ່ອນໆ ທີ່ມັກຈະເກັບກົດ ຫຼື ຄິດວ່າບັນຫາສຸຂະພາບຈິດເປັນເລື່ອງໜ້າອາຍ.

ວິກິດສຸຂະພາບຈິດຂອງ Gen Z ບໍ່ແມ່ນ “ຄວາມອ່ອນແອສ່ວນບຸກຄົນ” ແຕ່ແມ່ນ “ຜົນກະທົບຈາກສະພາບແວດລ້ອມ ແລະ ສັງຄົມທີ່ປ່ຽນແປງຢ່າງໄວວາ”. ການຮັບຟັງໂດຍບໍ່ຕັດສິນ, ການສະໜັບສະໜູນຈາກຄອບຄົວ, ສະຖານທີ່ເຮັດວຽກ ແລະ ສະຖາບັນການສຶກສາ ຈຶ່ງເປັນກົນໄກສຳຄັນທີ່ຈະຊ່ວຍໃຫ້ເຂົາເຈົ້າຜ່ານພົ້ນຄວາມຄຽດນີ້ໄປໄດ້ຢ່າງປອດໄພ.

ແຫຼ່ງອ້າງອີງ: UNICEF, American Psychological Association

Related Articles

0FansLike
12,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles