ອັດຕະປື ຈູດທຳລາຍຊີ້ນສ່ວນສັດປ່າ 20,9 ກິໂລກຣາມ ພ້ອມປ່ອຍສັດປ່າ 3 ໂຕ ຄືນສູ່ທຳມະຊາດ

ວັນທີ 26 ຕຸລາ 2026 ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ຈັດພິທີຈູດທຳລາຍຊີ້ນສ່ວນສັດປ່າ ແລະ ປ່ອຍສັດປ່າທີ່ຍັງມີຊີວິດກັບຄືນສູ່ທຳມະຊາດ ທີ່ວັດກຳມະຖານ ບ້ານລະຍາວ ເມືອງສາມັກຄີໄຊ.

ສັດປ່າຂອງກາງທັງໝົດມີ 6 ຊະນິດ ຈຳນວນ 8 ໂຕ ນ້ຳໜັກລວມ 27 ກິໂລກຣາມ ເຊິ່ງເຈົ້າໜ້າທີ່ຢຶດໄດ້ຈາກການໂຄສະນາຂາຍຜ່ານເຟສບຸກ ແລະ ວາງຂາຍຕາມຕະຫຼາດຫຼັກ 3 ເມືອງສາມັກຄີໄຊ, ຕະຫຼາດຊາວບ້ານຫາດຊາຍຂາວ ເມືອງໄຊເສດຖາ, ບ້ານສະໝອງໃໝ່ ແລະ ບ້ານມິດສຳພັນ ເມືອງສະໜາມໄຊ.

ໃນນັ້ນ ມີສັດປ່າທີ່ຍັງມີຊີວິດ 3 ໂຕ ນ້ຳໜັກ 6,1 ກິໂລກຣາມ ປະກອບມີແລນ 2 ໂຕ ໜັກ 2,6 ກິໂລກຣາມ ແລະ ຫຼີ່ນ 1 ໂຕ ໜັກ 3,5 ກິໂລກຣາມ ເຊິ່ງໄດ້ປ່ອຍຄືນສູ່ທຳມະຊາດ. ສ່ວນຊີ້ນສ່ວນສັດປ່າທີ່ຕາຍແລ້ວ 5 ໂຕ ນ້ຳໜັກ 20,9 ກິໂລກຣາມ ປະກອບມີເຫງັນ 3 ໂຕ, ໝູປ່າ, ໄກ້ ແລະ ເໝັ້ນ ໄດ້ນຳໄປຈູດທຳລາຍຕາມລະບຽບການ. ນອກຈາກນີ້ ຍັງໄດ້ບັນທຶກສຶກສາອົບຮົມຜູ້ກະທຳຜິດ 7 ຄົນ ເພື່ອສ້າງຄວາມຮັບຮູ້ດ້ານການອະນຸລັກສັດປ່າ ແລະ ຊັບພະຍາກອນທຳມະຊາດ.

ພິທີດັ່ງກ່າວມີທ່ານ ບຸນລົບ ສີດາວົງ ຫົວໜ້າກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມພະນັກງານ, ເຈົ້າໜ້າທີ່, ຄະນະປົກຄອງບ້ານ ແລະ ພະສົງເຂົ້າຮ່ວມ. ການດຳເນີນການຄັ້ງນີ້ ເປັນການສະແດງເຖິງຄວາມເຂັ້ມງວດໃນການກວດກາ ແລະ ຄວບຄຸມການຄ້າສັດປ່າ ພ້ອມສົ່ງເສີມການອະນຸລັກ ແລະ ຮັກສາຄວາມສົມດຸນຂອງລະບົບນິເວດ.

ທີ່ມາ: ຂ່າວອັດຕະປື

Related Articles

0FansLike
12,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles