ເອີຣົບ ກຳລັງຮ້ອນ ມີຜູ້ເສຍຊີວິດ ກວ່າ 50ພັນຄົນ ພາຍໃນ 3 ເດືອນ ຖືເປັນວິກິດດ້ານສະພາບອາກາດທີ່ຮ້າຍແຮງ

ບົດລາຍງານຂ່າວຫຼ້າສຸດເຮັດໃຫ້ທົ່ວໂລກຕົກໃຈ! ລະດູຮ້ອນປີ 2026 ກາຍເປັນໜຶ່ງໃນໄລຍະເວລາທີ່ໂຫດຮ້າຍທີ່ສຸດ ຂອງທະວີບເອີຣົບ ຫຼັງຈາກຄື້ນຄວາມຮ້ອນຮຸນແຮງພັດຖະຫຼົ່ມຢ່າງຕໍ່ເນື່ອງຕະຫຼອດ 3 ເດືອນ (ມິຖຸນາ–ສິງຫາ) ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດສູງເກີນ 50,000 ຄົນ ນັບເປັນສະຖິຕິຜູ້ເສຍຊີວິດຈາກຄວາມຮ້ອນທີ່ສູງທີ່ສຸດນັບຕັ້ງແຕ່ປີ 2000 ເປັນຕົ້ນມາ.

ສະຫຼຸບປະເດັນສໍາຄັນຈາກງານວິໄຈ:

• ຍອດຜູ້ເສຍຊີວິດເພີ່ມສູງຂຶ້ນຢ່າງໜ້າຕົກໃຈ: ງານວິໄຈພົບຜູ້ເສຍຊີວິດລວມປະມານ 50,391 ຄົນ ໃນພື້ນທີ່ເມືອງ 854 ແຫ່ງ ຄວບຄຸມ 30 ປະເທດທົ່ວເອີຣົບ, ເຊິ່ງສູງກວ່າສະຖິຕິປີ 2022 (29,480 ຄົນ) ເຖິງ 71%.

• ຝີມືມະນຸດ ແລະ ພາວະໂລກຮ້ອນ: ນັກວິທະຍາສາດປະເມີນວ່າ ເກືອບ 2 ໃນ 3 ຂອງຜູ້ເສຍຊີວິດ (ປະມານ 32,619 ຄົນ ຫຼື 65%) ມີຄວາມເຊື່ອມໂຍງໂດຍກົງກັບການປ່ຽນແປງສະພາບພູມອາກາດທີ່ເກີດຈາກກິດຈະກຳຂອງມະນຸດ, ໂດຍສະເພາະການເຜົາໄໝ້ເຊື້ອເພີງຟອດຊິລ (ຖ່ານຫີນ, ນ້ຳມັນ ແລະ ກາສທຳມະຊາດ).

• ຊ່ວງເວລາວິກິດທີ່ສຸດ: ລະຫວ່າງວັນທີ 17 ມິຖຸນາ ຫາ 1 ກໍລະກົດ 2026 ອຸນຫະພູມສູງກວ່າຄ່າສະເລ່ຍເຖິງ 5.3 ອົງສາ, ສົ່ງຜົນໃຫ້ມີຜູ້ເສຍຊີວິດຫຼາຍເຖິງ 1 ໃນ 3 ຂອງຍອດລວມທັງໝົດໃນລະດູຮ້ອນປີນີ້.

• ກຸ່ມສ່ຽງ ແລະ ພື້ນທີ່ທີ່ໄດ້ຮັບຜົນກະທົບ:

1. ປະເທດທີ່ສູນເສຍຫຼາຍທີ່ສຸດ: ອີຕາລີ, ຝຣັ່ງ, ສະເປນ ແລະ ເຢຍລະມັນ.

2. ຜູ້ສູງອາຍຸທີ່ມີອາຍຸຕັ້ງແຕ່ 85 ປີຂຶ້ນໄປ ຄິດເປັນຫຼາຍກວ່າເຄິ່ງໜຶ່ງຂອງຜູ້ເສຍຊີວິດ. ແນວໃດກໍຕາມ, ຍັງພົບຜູ້ເສຍຊີວິດໃນກຸ່ມໄວໜຸ່ມ ແລະ ໄວເຮັດວຽກ (ອາຍຸ 20–44 ປີ) ຫຼາຍກວ່າ 800 ຄົນເຊັ່ນກັນ.

• ເອີຣົບຕາເວັນຕົກ ແລະ ເອີຣົບເໜືອ ເປັນພື້ນທີ່ທີ່ເຄີຍມີອາກາດເຢັນ, ໂຄງສ້າງພື້ນຖານ (ຕຶກອາຄານ, ລະບົບລະບາຍອາກາດ) ຈຶ່ງບໍ່ໄດ້ຖືກອອກແບບມາເພື່ອຮອງຮັບອຸນຫະພູມທີ່ພຸ່ງສູງກວ່າປົກກະຕິເຖິງ 12 ອົງສາ.

ຂໍ້ສັງເກດຈາກນັກວິໄຈ: ຕົວເລກຜູ້ເສຍຊີວິດຫຼາຍກວ່າ 50,000 ຄົນນີ້ ອາດຈະຍັງຕ່ຳກວ່າຄວາມເປັນຈິງ ເນື່ອງຈາກຄວບຄຸມປະຊາກອນພຽງ 40% ຂອງພື້ນທີ່ການສຶກສາ ແລະ ການເສຍຊີວິດຈາກຄວາມຮ້ອນສ່ວນຫຼາຍມັກບໍ່ໄດ້ຖືກລະບຸໃນໃບມໍລະນະບັດໂດຍກົງ.

ຂໍ້ສະເໜີແນະ ແລະ ທາງອອກເລັ່ງດ່ວນ:

ຜູ້ຊ່ຽວຊານດ້ານສາທາລະນະສຸກ ແລະ ສິ່ງແວດລ້ອມ ເນັ້ນຍ້ຳວ່າ ທຸກປະເທດຕ້ອງເລັ່ງປັບຕົວ ທັງການພັດທະນາລະບົບເຕືອນໄພຄື້ນຄວາມຮ້ອນ, ຈັດຫາພື້ນທີ່ຜ່ອນຄາຍຄວາມຮ້ອນ, ປັບປຸງໂຄງສ້າງເມືອງ ແລະ ດູແລກຸ່ມຜູ້ສູງອາຍຸ. ພ້ອມທັງເຕືອນວ່າ ການປັບຕົວພຽງຢ່າງດຽວແມ່ນບໍ່ພຽງພໍ, ໂລກຕ້ອງຮ່ວມມືກັນຫຼຸດການເພິ່ງພາເຊື້ອເພີງຟອດຊິວ ແລະ ຫຼຸດການປ່ອຍກາສເຮືອນກະຈົກຢ່າງຈິງຈັງ ກ່ອນທີ່ລະດູຮ້ອນໃນອະນາຄົດຈະກາຍເປັນໄພພິບັດທີ່ຮຸນແຮງຍິ່ງກວ່ານີ້.

ແຫຼ່ງທີ່ມາ: TNN Earth

Related Articles

0FansLike
12,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles