ສວນລາວໃນງານພືດສວນໂລກອຸດອນທານີ ຄືບໜ້າກວ່າ 95% ພ້ອມຊູຄວາມງາມທຳມະຊາດ ແລະ ເອກະລັກລາວສູ່ສາຍຕາຊາວໂລກ

​ວັນທີ 24 ຕຸລາ 2026, ທ່ານ ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ນຳພາຄະນະລົງຕິດຕາມ ແລະ ຊຸກຍູ້ການກະກຽມຄວາມພ້ອມຂອງ ສປປ ລາວ ໃນການເຂົ້າຮ່ວມງານມະຫະກຳພືດສວນໂລກອຸດອນທານີ 2026 ທີ່ຈະຈັດຂຶ້ນຢູ່ແຂວງອຸດອນທານີ ປະເທດໄທ ແຕ່ເດືອນພະຈິກ 2026 ນີ້ເປັນຕົ້ນໄປ. ການລົງຕິດຕາມຄັ້ງນີ້ມີຜູ້ຕາງໜ້າຈາກກະຊວງການເງິນ, ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສວນລາວ ສະທ້ອນເອກະລັກຊາດ ແລະ ຄວາມອຸດົມສົມບູນຂອງທຳມະຊາດ​ ​

ງານຄັ້ງນີ້ຈັດຂຶ້ນພາຍໃຕ້ແນວຄິດ “ຄວາມຫຼາກຫຼາຍຂອງຊີວິດ: ການເຊື່ອມໂຍງຜູ້ຄົນ, ສາຍນ້ຳ ແລະ ພືດພັນ ເພື່ອການດຳລົງຊີວິດຢ່າງຍືນຍົງ” (Diversity of Life: Connecting People, Water and Plants for Sustainable Living). ສປປ ລາວ ໄດ້ຮັບເຊີນໃຫ້ເຂົ້າຮ່ວມຈັດສະແດງສວນນານາຊາດ ໂດຍມີພື້ນທີ່ສວນກາງແຈ້ງ 743 ຕາແມັດ ແລະ ສວນໃນຮົ່ມ 48 ຕາແມັດ.

ຮູບແບບການຈັດສວນລາວຈະຜະສົມຜະສານຄວາມງາມຂອງທຳມະຊາດ ກັບອັດລັກວັດທະນະທຳ ແລະ ຮີດຄອງປະເພນີລາວ ຜ່ານການຈຳລອງພະທາດຫຼວງ, ປະຕູໄຊ, ມໍລະດົກໂລກທົ່ງໄຫຫີນແຂວງຊຽງຂວາງ, ພ້ອມທັງສະທ້ອນຄຸນຄ່າຂອງມໍລະດົກທາງທຳມະຊາດ ແລະ ວັດທະນະທຳທີ່ສຳຄັນຂອງປະເທດ.

ພາຍໃນສວນຍັງຈະມີການຈຳລອງແຄນລາວ ແລະ ຫໍກວນຂອງຊົນເຜົ່າກະຕູ ບ້ານກັນດອນ ເມືອງທ່າແຕງ ແຂວງເຊກອງ ເພື່ອຈັດສະແດງຮູບພາບມໍລະດົກວັດພູ, ເມືອງຫຼວງພະບາງ ແລະ ວິຖີຊີວິດອັນໂດດເດັ່ນຂອງບັນດາຊົນເຜົ່າລາວ. ນອກນັ້ນ ຍັງມີຕົ້ນຈຳປາ ດອກໄມ້ປະຈຳຊາດລາວ ແລະ ພືດພັນນານາຊະນິດ ເພື່ອສື່ເຖິງຄວາມຫຼາກຫຼາຍທາງຊີວະນານາພັນ ແລະ ຄວາມອຸດົມສົມບູນຂອງທຳມະຊາດລາວ.

ຄະນະຮັບຜິດຊອບປະເມີນວ່າ ວຽກງານກະກຽມສວນລາວສຳເລັດແລ້ວຫຼາຍກວ່າ 95% ຂອງແຜນທີ່ກຳນົດໄວ້. ວຽກທີ່ຍັງເຫຼືອປະກອບມີການເກັບລາຍລະອຽດ, ຕົບແຕ່ງຮູບພາບ ແລະ ນຳເອົາວັດຖຸຈັດສະແດງເຂົ້າຕິດຕັ້ງຢູ່ສະຖານທີ່ຕົວຈິງ.

ທ່ານລັດຖະມົນຕີໄດ້ເນັ້ນໃຫ້ຄະນະຮັບຜິດຊອບເລັ່ງສຳເລັດວຽກທີ່ຍັງຄ້າງຕາມແຜນການ, ພ້ອມທັງເພີ່ມການນຳສະເໜີຂໍ້ມູນຄວາມຫຼາກຫຼາຍທາງຊີວະນານາພັນຂອງລາວ ຜ່ານຮູບພາບ ແລະ ວິດີໂອໃຫ້ຫຼາກຫຼາຍ ເພື່ອໃຫ້ຜູ້ເຂົ້າຊົມຈາກນານາປະເທດໄດ້ຮູ້ຈັກປະເທດລາວຫຼາຍຂຶ້ນ.

ການເຂົ້າຮ່ວມງານຄັ້ງນີ້ ຈຶ່ງເປັນໂອກາດສຳຄັນທີ່ລາວຈະໄດ້ເຜີຍແຜ່ຄວາມງົດງາມຂອງທຳມະຊາດ, ມໍລະດົກວັດທະນະທຳ ແລະ ເອກະລັກຂອງຊາດສູ່ເວທີສາກົນ ພ້ອມສົ່ງເສີມພາບລັກປະເທດ ແລະ ການທ່ອງທ່ຽວລາວໃຫ້ເປັນທີ່ຮູ້ຈັກກວ້າງຂວາງຍິ່ງຂຶ້ນ.

​ທີ່ມາ: ຂ່າວສານ​ກະສິກຳ​ ແລະ​ສິ່ງ​ແວດລ້ອມ

Related Articles

0FansLike
12,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles