Unitel ຂັບເຄື່ອນການເງິນດິຈິຕອນ ແລະ ການຊຳລະເງິນແບບບໍ່ໃຊ້ເງິນສົດໃນລາວ ຜ່ານ UMONEY

ຄຽງຄູ່ກັບການຂະຫຍາຍຕົວຂອງອິນເຕີເນັດ ແລະ ໂທລະສັບມືຖື, ຮູບແບບການຊຳລະເງິນດິຈິຕອນກຳລັງຄ່ອຍໆປ່ຽນແປງພຶດຕິກຳການເຮັດທຸລະກຳຂອງປະຊາຊົນ ຜ່ານ Umoney ພາຍໃຕ້ເຄືອຂ່າຍ Unitel ໄດ້ຂະຫຍາຍລະບົບນິເວດເຕັກໂນໂລຊີຂອງຕົນໄປສູ່ຂະແໜງການເງິນດິຈິຕອນ ໂດຍມິເປົ້າໝາຍ ສະໜອງການບໍລິການທີ່ສະດວກ, ປອດໄພ ແລະ ມີສ່ວນຮ່ວມຊຸກຍູ້ການພັດທະນາເສດຖະກິດດິຈິຕອນໃນລາວ.

Umoney: ນຳເອົາຄວາມສະດວກດ້ານການເງິນດິຈິຕອນ ເຂົ້າສູ່ປະຊາຊົນ

ໃນຊີວິດແຫ່ງຍຸກສະໄໝໃໝ່, ຕັ້ງແຕ່ການຊື້ເຄື່ອງ, ການໃຊ້ບໍລິການ ໄປຈົນເຖິງການໂອນເງິນ, ຄວາມຕ້ອງການເຮັດທຸລະກຳທີ່ວ່ອງໄວ ແລະ ສະດວກສະບາຍມີເພີ່ມຂຶ້ນຢ່າງຕໍ່ເນື່ອງ. ການພັດທະນາຂອງແພລດຟອມຊຳລະເງິນອິເລັກໂຕຣນິກ ຊ່ວຍໃຫ້ຜູ້ໃຊ້ມີທາງເລືອກຫຼາຍຂຶ້ນ ໃນການເຮັດທຸລະກຳຜ່ານໂທລະສັບມືຖື ແລະ ຄ່ອຍໆຫຼຸດຜ່ອນກາເພິ່ງພາເງິນສົດ. ເພື່ອຕອບສະໜອງຕໍ່ທ່າອ່ຽງດັ່ງກ່າວ, Unitel ໄດ້ພັດທະນາ Umoney ໃຫ້ເປັນໜຶ່ງໃນຜະລິດຕະພັນຫຼັກພາຍໃຕ້ເສົາຄ້ຳດ້ານການເງິນດິຈິຕອນ ໂດຍມຸ່ງເນັ້ນການຂະຫຍາຍໂອກາດ ໃຫ້ປະຊາຊົນລາວເຂົ້າເຖິງບໍລິການຊຳລະເງິນ ແລະ ທຸລະກຳອິເລັກໂຕຣນິກໄດ້ຫຼາຍຂຶ້ນ.

ໃນນີ້ບໍ່ພຽງແຕ່ສ້າງຄວາມສະດວກ ໃຫ້ແກ່ຜູ້ໃຊ້ບໍລິການສ່ວນບຸກຄົນເທົ່ານັ້ນ, ການຊຳລະເງິນດິຈິຕອນຍັງຊ່ວຍໃຫ້ຮ້ານຄ້າ ແລະ ທຸລະກິດ ມີທາງເລືອກໃນການຮັບຊຳລະເງິນທີ່ຫຼາກຫຼາຍຂຶ້ນ ເພື່ອຕອບສະໜອງຕໍ່ພຶດຕິກຳການບໍລິໂພກທີ່ກຳລັງປ່ຽນແປງ. ຄຽງຄູ່ກັບການພັດທະນາຄວາມສະດວກສະບາຍ, ຄວາມປອດໄພຂອງຂໍ້ມູນ ແລະ ການຮັກສາຄວາມປອດໄພຂອງການເຮັດທຸລະກຳ ກໍເປັນປັດໄຈສຳຄັນ. ການປົກປ້ອງຂໍ້ມູນ, ການຍົກລະດັບຄວາມຮູ້ດ້ານຄວາມປອດໄພຂອງບັນຊີ ແລະ ການສ້າງຄວາມເຊື່ອໝັ້ນ ແມ່ນເງື່ອນໄຂສຳຄັນທີ່ຊ່ວຍໃຫ້ປະຊາຊົນໝັ້ນໃຈໃນການໃຊ້ບໍລິການ ການເງິນດິຈິຕອນ.

ສ່ວນສຳຄັນດ້ານການເງິນ ໃນລະບົບນິເວດ Techco

ພາຍໃຕ້ຍຸດທະສາດປ່ຽນຜ່ານຈາກຜູ້ໃຫ້ບໍລິການໂທລະຄົມ (Telco) ໄປສູ່ບໍລິສັດເຕັກໂນໂລຊີດິຈິຕອນ (Techco), ການເງິນດິຈິຕອນແມ່ນໜຶ່ງໃນຫ້າເສົາຄ້ຳຫຼັກ ການພັດທະນາຂອງ Unitel ໂດຍມີ Umoney ເປັນແພລດຟອມຫຼັກ. ອາໄສພື້ນຖານໂຄງລ່າງໂທລະຄົມ ແລະ ບໍລິການດິຈິຕອນ, Umoney ຊ່ວຍຂະຫຍາຍການນຳໃຊ້ເຕັກໂນໂລຊີໃນການຊຳລະເງິນ ແລະ ມີສ່ວນຊ່ວຍເຊື່ອມໂຍງຄວາມຕ້ອງການ ດ້ານທຸລະກຳຂອງປະຊາຊົນເຂົ້າກັບຄວາມສະດວກສະບາຍ ໃນຊີວິດປະຈຳວັນ. ຜ່ານການບໍລິການຂອງ Umoney, Unitel ຄ່ອຍໆຂະຫຍາຍບົດບາດຈາກການໃຫ້ບໍລິການເຊື່ອມຕໍ່ ໄປສູ່ການພັດທະນາບໍລິການເຕັກໂນໂລຊີ ທີ່ຈຳເປັນຕໍ່ຊີວິດປະຈຳວັນ ແລະ ມີສ່ວນຊຸກຍູ້ທ່າອ່ຽງການຊຳລະເງິນຮູບແບບທັນສະໄໝໃນລາວ.

ການມຸ່ງສູ່ອະນາຄົດການເງິນດິຈິຕອນໃນລາວ

Unitel ຈະນຳສະເໜີລະບົບນິເວດເຕັກໂນໂລຊີດິຈິຕອນ ໂດຍມີ Umoney ເປັນຕົວແທນຂອງເສົາຄ້ຳດ້ານການເງິນດິຈິຕອນ. ນີ້ເປັນໂອກາດໃຫ້ປະຊາຊົນ ແລະ ຜູ້ປະກອບການໄດ້ຮຽນຮູ້ເພີ່ມເຕີມ ກ່ຽວກັບຄວາມສະດວກສະບາຍຂອງການຊຳລະເງິນ ແລະ ການນຳໃຊ້ເຕັກໂນໂລຊີໃນທຸລະກຳປະຈຳວັນ.

ດ້ວຍພື້ນຖານການພັດທະນາ 17 ປີ ໃນລາວ ພ້ອມກັບທິດທາງການປ່ຽນຜ່ານສູ່ Techco, Unitel ຈະສືບຕໍ່ຂະຫຍາຍບໍລິການດິຈິຕອນ ເພື່ອຕອບສະໜອງຄວາມຕ້ອງການຕົວຈິງຂອງປະຊາຊົນ. ໃນນັ້ນ, Umoney ແມ່ນໜຶ່ງໃນອົງປະກອບສຳຄັນ ທີ່ມຸ່ງເນັ້ນໃນການນຳເອົາຄວາມສະດວກດ້ານການເງິນ ເຂົ້າໃກ້ປະຊາຊົນຫຼາຍຂຶ້ນ ພ້ອມທັງມີສ່ວນຊຸກຍູ້ການຊຳລະເງິນແບບບໍ່ໃຊ້ເງິນສົດ ແລະ ການພັດທະນາເສດຖະກິດດິຈິຕອນຂອງລາວ.

Related Articles

0FansLike
12,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles