ວັນທີ 25 ຕຸລາ 2026 ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຕິດຕາມຄວາມຄືບໜ້າບັນດາໂຄງການສຳຄັນຢູ່ແຂວງຄຳມ່ວນ ເພື່ອຕິດຕາມຜົນການດຳເນີນງານ ແລະ ເລັ່ງແກ້ໄຂບັນດາບັນຫາຄົງຄ້າງ. ໃຫ້ການຕ້ອນຮັບ ແລະ ຮ່ວມຕິດຕາມ ໂດຍທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມຄະນະນຳແຂວງ ແລະ ພາກສ່ວນກ່ຽວຂ້ອງ.
ຄະນະໄດ້ລົງຕິດຕາມໂຄງການ ປັບປຸງທາງຫຼວງແຫ່ງຊາດ ເລກ 12 ແຕ່ເມືອງທ່າແຂກຫາດ່ານສາກົນນາເພົ້າ ມີຄວາມຍາວລວມທາງຫຼວງ ແລະ ທາງເວັ້ນເມືອງປະມານ 147,5 ກິໂລແມັດ, ໃຊ້ທຶນກູ້ຢືມດອກເບ້ຍຕ່ຳ ແລະ ທຶນຊ່ວຍເຫຼືອລ້າຈາກອົງການ NEDA ຂອງຣາຊະອານາຈັກໄທ ລວມມູນຄ່າ 1.833,747 ລ້ານບາດ. ໂຄງການມີກຳນົດກໍ່ສ້າງ ແຕ່ວັນທີ 15 ກໍລະກົດ 2025 ຫາວັນທີ 14 ມັງກອນ 2028. ປັດຈຸບັນ ຜົນການກໍ່ສ້າງສະເລ່ຍບັນລຸ 34,73% ທຽບໃສ່ແຜນການ 35,31%. ໂດຍຍັງປະເຊີນບັນຫາທ້າທາຍປະກອບມີ ລາຄານ້ຳມັນ ແລະ ວັດສະດຸກໍ່ສ້າງສູງຂຶ້ນ, ຝົນຕົກໜັກ ແລະ ລົດບັນທຸກນ້ຳໜັກເກີນທີ່ສັນຈອນປະມານ 1.300-1.500 ຄັນຕໍ່ວັນ ສົ່ງຜົນຕໍ່ສະພາບທາງ ແລະ ກະທົບຕໍ່ການກໍ່ສ້າງ.
ໂອກາດນີ້ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດແຫ່ງສປປລາວ, ໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ໃນການປະຕິບັດງານຂອງບໍລິສັດ, ທັງສະເໜີໃຫ້ການນໍາແຂວງຊ່ວຍຊຸກຍູ້ ປະສານງານ ຢ່າງກົມກຽວ, ລວມເຖິງການຈໍາກັດ ຄຸ້ມຄອງນໍ້າໜັກ ໃນການຂົນສົ່ງ ບໍ່ໃຫ້ສ້າງຄວາມເສຍຫາຍຕື່ມອີກຕໍ່ເສັ້ນທາງເລກ 12 ທີ່ກຳລັງສ້ອມແປງກໍ່ສ້າງ ແລະ ການອໍານວຍຄວາມສະດວກໃນດ້ານ ອື່ນໆທີ່ຕິດພັນກັບຄວາມຮັບຜິດຊອບຂອງອົງການຈັດຕັ້ງລັດ ເພື່ອເຮັດໃຫ້ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວບັນລຸຜົນສໍາເລັດຕາມຄາດໝາຍ.
ຂໍ້ມູນ: ຂ່າວສານແຂວງຄຳມ່ວນ


