ຕັ້ງແຕ່ການຄຸ້ມຄອງ, ການບໍລິຫານ ໄປຈົນເຖິງຂະແໜງສາທາລະນະສຸກ, ການສຶກສາ ແລະ ການດຳເນີນງານຂອງທຸລະກິດ, ເຕັກໂນໂລຊີດິຈິຕອນ ກຳລັງເປີດທາງໃຫ້ເກີດຮູບແບບການດຳເນີນງານທີ່ທັນສະໄໝ ແລະ ມີປະສິດທິພາບຫຼາຍຂຶ້ນ. ດ້ວຍລະບົບນິເວດໂຊລູຊັນເຕັກໂນໂລຊີ ທີ່ຄອບຄຸມຫຼາຍຂະແໜງການ, Unitel ກຳລັງຄ່ອຍໆຂະຫຍາຍບົດບາດ ຈາກຜູ້ໃຫ້ບໍລິການໂຄງລ່າງພື້ນຖານໂທລະຄົມ ສູ່ການເປັນຄູ່ຮ່ວມງານດ້ານການຫັນປ່ຽນສູ່ດິຈິຕອນ, ຮ່ວມເດີນໜ້າກັບລັດຖະບານ ແລະ ພາກທຸລະກິດລາວ ໃນຂະບວນການປັບປຸງການຄຸ້ມຄອງ ແລະ ການດຳເນີນທຸລະກິດໃຫ້ທັນສະໄໝ.
ໃນສະພາບການທີ່ການຫັນປ່ຽນສູ່ດິຈິຕອນ ກາຍເປັນໜຶ່ງໃນຂໍ້ກຳນົດສຳຄັນສຳລັບວຽກງານຄຸ້ມຄອງຂອງລັດ, ການນຳໃຊ້ເຕັກໂນໂລຊີ ບໍ່ພຽງແຕ່ຊ່ວຍປ່ຽນຂັ້ນຕອນການເຮັດວຽກ ໃຫ້ເປັນດິຈິຕອນເທົ່ານັ້ນ, ແຕ່ຍັງຊ່ວຍເພີ່ມປະສິດທິພາບໃນການບໍລິຫານ, ເຊື່ອມໂຍງຂໍ້ມູນ ແລະ ຍົກລະດັບການໃຫ້ບໍລິການແກ່ປະຊາຊົນ. ດ້ວຍພື້ນຖານຂອງຄວາມຊ່ຽວຊານດ້ານໂທລະຄົມ ແລະ ເຕັກໂນໂລຊີທີ່ສະສົມມາຕະຫຼອດ 17 ປີ, Unitel ໄດ້ພັດທະນາລະບົບນິເວດໂຊລູຊັນດ້ານການຫັນປ່ຽນສູ່ດິຈິຕອນ ເພື່ອຮອງຮັບວຽກງານຄຸ້ມຄອງ ແລະ ການໃຫ້ບໍລິການພາກລັດໃນຫຼາຍຂະແໜງການ.
ໃນນັ້ນ, LaoOne ແລະ ສູນບັນຊາການອັດສະລິຍະ (IOC) ມຸ່ງເນັ້ນການສະໜັບສະໜູນວຽກງານຄຸ້ມຄອງ, ການລວບລວມຂໍ້ມູນ ແລະ ການບັນຊາການຜ່ານລະບົບດິຈິຕອນ, ເພື່ອຊ່ວຍໃຫ້ໜ່ວຍງານຄຸ້ມຄອງມີເຄື່ອງມືເພີ່ມເຕີມ ໃນການຕິດຕາມຂໍ້ມູນ ແລະ ສະໜັບສະໜູນການຕັດສິນໃຈ. ສວ່ນຂະແໜງການທີ່ຈຳເປັນຕໍ່ຊີວິດປະຊາຊົນ, LaoHealth-HIS ຊ່ວຍປ່ຽນການຄຸ້ມຄອງຂໍ້ມູນ ແລະ ຂັ້ນຕອນວິຊາການ ດ້ານສາທາລະນະສຸກ ໃຫ້ເປັນດິຈິຕອນ, ຂະນະທີ່ LaoEdu ມຸ່ງເນັ້ນການພັດທະນາ ສະພາບແວດລ້ອມການສຶກສາອອນລາຍ ເພື່ອຂະຫຍາຍການນຳໃຊ້ເຕັກໂນໂລຊີໃນການຮຽນ ແລະ ການສອນ.

ນອກຈາກນັ້ນ, ໂຊລູຊັນຫ້ອງການດິຈິຕອນ ຍັງຊ່ວຍໃນການຄຸ້ມຄອງເອກະສານ, ການເຊັນລາຍເຊັນດິຈິຕອນ, ການປະຊຸມແບບບໍ່ໃຊ້ເອກະສານ ແລະ ການຈັດການວຽກງານຜ່ານລະບົບອອນລາຍ. ສິ່ງເຫຼົ່ານີ້ຊ່ວຍຫຼຸດຄວາມຊັບຊ້ອນຂອງຂັ້ນຕອນບໍລິຫານ, ຫຼຸດຜ່ອນການເຮັດວຽກດ້ວຍມື ແລະ ເພີ່ມປະສິດທິພາບໃນການປະສານງານລະຫວ່າງພະແນກຕ່າງໆ. ຜ່ານໂຊລູຊັນເຫຼົ່ານີ້, Unitel ມຸ່ງໝາຍທີ່ຈະນຳເອົາເຕັກໂນໂລຊີເຂົ້າມາປະຍຸກໃຊ້ໃນວຽກງານຄຸ້ມຄອງ ແລະ ການໃຫ້ບໍລິການທີ່ຈຳເປັນ, ຊຶ່ງມີສ່ວນຊ່ວຍຊຸກຍູ້ຂະບວນການສ້າງລັດຖະບານດິຈິຕອນໃນ ສປປ ລາວ.

ຮ່ວມເດີນໜ້າກັບພາກທຸລະກິດ ໃນສະພາບແວດລ້ອມດິຈິຕອນ
ນອກຈາກການຮອງຮັບພາກລັດແລ້ວ, Unitel ຍັງພັດທະນາໂຊລູຊັນເຕັກໂນໂລຊີ ເພື່ອຊ່ວຍໃຫ້ພາກທຸລະກິດຄ່ອຍໆປັບປຸງການຄຸ້ມຄອງ, ການດຳເນີນງານ ແລະ ການປົກປ້ອງຂໍ້ມູນໃຫ້ທັນສະໄໝ. ໂຊລູຊັນຫ້ອງການດິຈິຕອນ ແລະ ໃບບິນອິເລັກໂທຣນິກ ຊ່ວຍປ່ຽນຂັ້ນຕອນວຽກງານໃຫ້ເປັນດິຈິຕອນ, ຄຸ້ມຄອງຂໍ້ມູນ ແລະ ຫຼຸດການເພິ່ງພາວິທີການເຮັດວຽກແບບເດີມທີ່ຕ້ອງດຳເນີນການດ້ວຍມື. ຂະນະດຽວກັນ, ເຕັກໂນໂລຊີ Cloud ຫຼື ລະບົບຄລາວ ຊ່ວຍໃຫ້ທຸລະກິດສາມາດເຂົ້າເຖິງຊັບພະຍາກອນດ້ານເຕັກໂນໂລຊີ, ຈັດເກັບ ແລະ ປະມວນຜົນຂໍ້ມູນໄດ້ຢ່າງຍືດຫຍຸ່ນຕາມຄວາມຕ້ອງການ. ໂດຍສະເພາະ ໃນຂະນະທີ່ກິດຈະກຳທາງທຸລະກິດເພິ່ງພາສະພາບແວດລ້ອມອອນລາຍຫຼາຍຂຶ້ນ, ຄວາມປອດໄພຂອງຂໍ້ມູນກໍກາຍເປັນປັດໄຈສຳຄັນ. Unitel ໄດ້ພັດທະນາບໍລິການຮັກສາຄວາມປອດໄພ ແລະ ຕິດຕາມເຝົ້າລະວັງຄວາມປອດໄພທາງໄຊເບີ (SOC) ໂດຍມຸ່ງເນັ້ນການຊ່ວຍກວດພົບ, ຕິດຕາມ ແລະ ຮັບມືກັບໄພຄຸກຄາມທາງໄຊເບີ, ເພື່ອປົກປ້ອງລະບົບຂໍ້ມູນຂ່າວສານຂອງອົງກອນ.
ການປະສານງານໂຊລູຊັນດ້ານການຄຸ້ມຄອງ, ໂຄງລ່າງພື້ນຖານເຕັກໂນໂລຊີ ແລະ ຄວາມປອດໄພເຂົ້າດ້ວຍກັນ ຊ່ວຍໃຫ້ Unitel ຂະຫຍາຍຂີດຄວາມສາມາດໃນການໃຫ້ບໍລິການ ເພື່ອຕອບສະໜອງຄວາມຕ້ອງການດ້ານການຫັນປ່ຽນສູ່ດິຈິຕອນ ຂອງພາກທຸລະກິດລາວທີ່ມີຄວາມຫຼາກຫຼາຍ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ຈາກໂຄງລ່າງການເຊື່ອມຕໍ່ ສູ່ຄູ່ຮ່ວມງານດ້ານການຫັນປ່ຽນສູ່ດິຈິຕອນ
ການພັດທະນາໂຊລູຊັນສຳລັບພາກລັດ ແລະ ພາກທຸລະກິດ ເປັນໜຶ່ງໃນບາດກ້າວສຳຄັນທີ່ສະທ້ອນໃຫ້ເຫັນເຖິງທິດທາງການຫັນປ່ຽນຂອງ Unitel ຈາກ Telco ສູ່ Techco. ນອກຈາກການໃຫ້ບໍລິການໂຄງລ່າງການເຊື່ອມຕໍ່ແລ້ວ, Unitel ຍັງກຳລັງກ້າວເຂົ້າມາມີສ່ວນຮ່ວມຢ່າງເລິກເຊິ່ງຫຼາຍຂຶ້ນ ໃນຂະບວນການປ່ຽນການຄຸ້ມຄອງ, ການດຳເນີນງານ ແລະ ການໃຫ້ບໍລິການໃຫ້ເປັນດິຈິຕອນ.
ນະຄອນຫຼວງວຽງຈັນ, Unitel ຈະນຳສະເໜີຫຼາຍຂະແໜງການເຕັກໂນໂລຊີ ພາຍໃຕ້ລະບົບນິເວດດິຈິຕອນ, ລວມທັງໂຊລູຊັນ ການຫັນປ່ຽນສູ່ດິຈິຕອນ ສຳລັບພາກລັດ ແລະ ພາກທຸລະກິດ. ນີ້ຈື່ງເປັນໂອກາດໃຫ້ບັນດາໜ່ວຍງານ, ອົງກອນ ແລະ ທຸລະກິດ ໄດ້ສຶກສາຮຽນຮູ້ເພີ່ມເຕີມກ່ຽວກັບຄວາມເປັນໄປໄດ້ ໃນການນຳເອົາເຕັກໂນໂລຊີ ໄປປະຍຸກໃຊ້ໃນການດຳເນີນງານຕົວຈິງ.
ດ້ວຍພື້ນຖານການພັດທະນາຕະຫຼອດ 17 ປີໃນລາວ ຄວບຄູ່ກັບທິດທາງການຂະຫຍາຍຂີດຄວາມສາມາດ ດ້ານເຕັກໂນໂລຊີ, Unitel ຈະສືບຕໍ່ ຈຸດມຸ່ງໝາຍສູ່ການເປັນຄູ່ຮ່ວມງານດ້ານການຫັນປ່ຽນສູ່ດິຈິຕອນ, ນຳສະເໜີໂຊລູຊັນ ທີ່ເໝາະສົມກັບຄວາມຕ້ອງການຂອງແຕ່ລະອົງກອນ, ຮ່ວມເດີນໜ້າໃນຂະບວນການປັບປຸງວຽກງານການຄຸ້ມຄອງ, ການຜະລິດ ແລະ ການດຳເນີນທຸລະກິດໃຫ້ທັນສະໄໝ, ພ້ອມມີສ່ວນຮ່ວມຊຸກຍູ້ການພັດທະນາເສດຖະກິດດິຈິຕອນຂອງ ສປປ ລາວ.


