ຫ້ອງການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກໜັງສືແຈ້ງການສະບັບເລກທີ 3553/ຫກ ລົງວັນທີ 20 ຕຸລາ 2026 ວ່າ: ເມືອງກິມ ຊອນ, ສ. ເກົາຫຼີ ໄດ້ສະແດງເຈດຈຳນົງ ໃນການນໍາໃຊ້ແຮງງານເມືອງໄຊທານີ, ເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ ນະຄອນຫລວງວຽງຈັນ ຈໍານວນ 200 ຄົນ, ຍິງ 22 ຄົນ ເພື່ອໄປເຮັດວຽກຕາມລະດູການ ຢູ່ເມືອງດັ່ງກ່າວ ໃນປີ 2027.
ສໍາລັບສະຖານທີ່, ວັນເວລາໃນການສໍາພາດ ແລະ ຄັດເລືອກແຮງງານດັ່ງລຸ່ມນີ້:
ສໍາພາດຢູ່ ຫ້ອງການ ຮສສ ເມືອງໄຊທານີ, ວັນທີ 10 ພະຈິກ 2026, ເວລາ 08:00-16:00, (ຕ້ອງການແຮງງານທີ່ລົງທະບຽນ ຈໍານວນ 110 ຄົນ, ເພດຍິງ 15 ຄົນ (ຄູ່ຜົວເມຍ 15 ຄູ);
ສໍາພາດຢູ່ ຫ້ອງການ ຮສສ ເມືອງຫາດຊາຍຟອງ, ວັນທີ 11 ພະຈິກ 2026, ເວລາ 08:00-12:00, ( ຕ້ອງການແຮງງານທີ່ລົງທະບຽນ ຈໍານວນ 60 ຄົນ, ເພດຍິງ 7 ຄົນ (ຄູ່ຜົວເມຍ 7 ຄູ);
ສໍາພາດຢູ່ ຫ້ອງການ ຮສສ ເມືອງປາກງື່ມ, ວັນທີ 11 ພະຈິກ 2026, ເວລາ 13:00-16:00, (ຕ້ອງການແຮງ ງານທີ່ລົງທະບຽນ ຈໍານວນ 60 ຄົນ, ເພດຍິງ 7 ຄົນ (ຄູ່ຜົວເມຍ 7 ຄູ).
ສ່ວນແບບຟອມການສະໝັກ ກົມການຈັດຫາງານ ຈະກະກຽມໄປແຈກຈ່າຍໃນມື້ລົງທະບຽນ ແລະ ສໍາລັບ ຄ່າລົງທະບຽນ, ຄ່າສະໝັກ ແລະ ຄັດເລືອກ ແມ່ນຈະບໍ່ໄດ້ເສຍຄ່າໃຊ້ຈ່າຍ.
ເງື່ອນໄຂການສະໝັກ:
1. ເປັນພົນເມືອງລາວ ແລະ ອາໄສຢູ່ເມືອງກ່ຽວຂ້ອງ ຢ່າງໜ້ອຍ 1 ປີ;
2. ເພດຊາຍ ແລະ ຍິງ ອາຍຸ 25-40 ປີ; (ສໍາລັບເພດຍິງ ແມ່ນບໍ່ຢູ່ໃນໄລຍະຖືພາ ແລະ ບໍ່ມີລູກນ້ອຍຕໍ່າ ກວ່າ 1 ປີ);
3. ເປັນຜູ້ທີ່ປະກອບອາຊີບ ໃນຂະແໜງກະສິກຳ ເຊັ່ນ: ເຮັດໄຮ່, ເຮັດນາ, ເຮັດສວນ ເປັນພື້ນຖານ ໃນ ການດໍາລົງຊີວິດ;
4. ມີສຸຂະພາບແຂງແຮງ, ຕາບໍ່ບອດສີ, ບໍ່ເປັນພະຍາດຕ້ອງຫ້າມ ເປັນຕົ້ນ: ໄວຣັດຕັບປີ, ພະຍາດຕິດຕໍ່ (ວັນນະ ໂລກ, ໂຄວິດ-19, ປອດແຫ້ງ) ແລະ ພະຍາດຕິດຕໍ່ທາງເພດສໍາພັນ (ຊີຟີລິສ), ຜູ້ທີ່ໃຊ້ຢາເສບຕິດ;
5. ບໍ່ມີຄະດີ, ບໍ່ມີປະຫວັດຫ້າມເຂົ້າ-ອອກ ສ.ເກົາຫຼີ ຫຼື ບໍ່ຖືກຈຳກັດການເດີນທາງອອກນອກປະເທດ;
6. ລວງສູງ 155 ຊັງຕີແມັດຂື້ນໄປ;
7. ຈົບການສຶກສາຂັ້ນປະຖົມສຶກສາຂຶ້ນໄປ ສາມາດອ່ານ, ຂຽນພາສາລາວໄດ້;
8. ສາມາດຊໍາລະຄ່າໃຊ້ຈ່າຍຕ່າງໆດ້ວຍຕົນເອງ;
9. ຕ້ອງມີໂທລະສັບ ສະມາດໂຟນ ເພື່ອໃຊ້ລົງທະບຽນຢູ່ ສ.ເກົາຫຼີ.
ເອກະສານປະກອບ:
ໃນເວລາມາສໍາພາດຄັດເລືອກແຮງງານ ໃຫ້ແຮງງານຖືເອກະສານຈໍາເປັນມາພ້ອມ ດັ່ງນີ້:
1. ຮູບຂະໜາດ 3,5×4,5 ຟື້ນຂາວ ຈໍານວນ 1 ໃບ;
2. ກອບປີ້ ສໍາມະໂນຄົວ 1 ສະບັບ;
3. ກອບປີ້ບັດປະຈໍາຕົວ 1 ສະບັບ;
4. ກອບປີ້ພາດສປອດ 1 ສະບັບ (ຖ້າບໍ່ມີໃຫ້ໄປດຳເນີນການ ພາຍຫຼັງທີ່ໄດ້ຮັບການຄັດເລືອກ);
5. ໃບຢັ້ງຢືນທີ່ຢູ່ຈາກນາຍບ້ານທີ່ຕົນເອງອາໄສຢູ່;
6. ໃບແຈ້ງໂທດ;
7. ສໍາເນົາໃບຕາດິນຂອບທອງ (ໃບຕາດິນເຮືອນ) ແລະ ຮູບພາບຂອງຕອນດິນ ຫຼື ເຮືອນທີ່ຈະນໍາມາເປັນ ຫຼັກຊັບຄໍ້າປະກັນ, ມາພ້ອມ.
ໝາຍເຫດ:
ເນື່ອງຈາກເວລາໃນການຮັບສະໝັກ, ສໍາພາດ ແລະ ຄັດເລືອກ ສັ້ນ, ແຮງງານຜູ້ທີ່ຄົບເງື່ອນໄຂ ແລະ ມີໜັງສື ຜ່ານແດນ ຈະໄດ້ຮັບການພິຈາລະນາພິເສດ;


