ວັນທີ 15 ພະຈິກ 2026 ອາຊຽນໄດ້ເປີດເຜີຍກາສັນຍາລັກ (Emblem) ແລະ ທຸງອາຊຽນສະບັບປັບປຸງໃໝ່ ໃນພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມທີ່ກ່ຽວຂ້ອງ ທີ່ນະຄອນມະນິລາ ປະເທດຟິລິບປິນ.
ການປັບປຸງຄັ້ງນີ້ ແມ່ນການເພີ່ມຮວງເຂົ້າຈາກເດີມ 10 ກ້ານ ເປັນ 11 ກ້ານ ຢູ່ພາຍໃນວົງມົນສີແດງ-ຂາວ ເທິງພື້ນສີຟ້າ ເພື່ອເປັນສັນຍາລັກສະແດງເຖິງການຂະຫຍາຍສະມາຊິກອາຊຽນເປັນ 11 ປະເທດ ໂດຍຮວງເຂົ້າກ້ານທີ 11 ເປັນຕົວແທນຂອງປະເທດຕິມໍ ເລສເຕ ທີ່ໄດ້ເຂົ້າຮ່ວມເປັນສະມາຊິກລຳດັບທີ 11 ຂອງອາຊຽນ.
ທັງນີ້, ຕິມໍ ເລສເຕ ໄດ້ຮັບການຮັບຮອງໃຫ້ເຂົ້າເປັນສະມາຊິກລຳດັບທີ 11 ຂອງອາຊຽນຢ່າງເປັນທາງການ ໃນວັນທີ 26 ຕຸລາ 2025 ໃນພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ທີ່ນະຄອນກົວລາລຳເປີ ປະເທດມາເລເຊຍ.
ສຳລັບປະຫວັດຂອງກາສັນຍາລັກອາຊຽນ ໃນເບື້ອງຕົ້ນໄດ້ໃຊ້ຮູບຮວງເຂົ້າ 5 ກ້ານ ເປັນຕົວແທນຂອງ 5 ປະເທດຜູ້ກໍ່ຕັ້ງອາຊຽນ. ຕໍ່ມາ ໃນປີ 1997 ເມື່ອອາຊຽນມີການຂະຫຍາຍສະມາຊິກ ຈຶ່ງໄດ້ປັບປ່ຽນສັນຍາລັກເປັນຮວງເຂົ້າ 10 ກ້ານ ເພື່ອສື່ເຖິງຄວາມເປັນໜຶ່ງດຽວຂອງ 10 ປະເທດໃນອາຊຽນໃນເວລານັ້ນ.
ການເພີ່ມຮວງເຂົ້າກ້ານທີ 11 ໃນຄັ້ງນີ້ ຈຶ່ງບໍ່ພຽງແຕ່ເປັນການປັບປ່ຽນຮູບລັກຂອງສັນຍາລັກເທົ່ານັ້ນ ແຕ່ຍັງສະທ້ອນເຖິງກ້າວໃໝ່ຂອງອາຊຽນ ໃນການກ້າວໄປຂ້າງໜ້າຮ່ວມກັນໃນຖານະປະຊາຄົມ 11 ປະເທດ ທີ່ມີເອກະລັກ ຄວາມສາມັກຄີ ແລະ ເປົ້າໝາຍຮ່ວມກັນ.


