ວັນທີ 15 ພະຈິກ 2026 ທີ່ນະຄອນຫຼວງມະນີລາ, ປະເທດຟີລິບປິນ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ນະຄອນຫຼວງມະນີລາ ປະເທດຟີລິບປິນ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ພົບປະຫາລືທະວີພາຄີກັບ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກໄທ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃຫ້ເກີດຜົນເປັນຮູບປະທຳ. ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃຫ້ເກີດຜົນເປັນຮູບປະທຳ.
ໃນການພົບປະຄັ້ງນີ້, ຜູ້ນຳທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນອັນໃກ້ຊິດ ແລະ ເຫັນດີເປັນເອກະພາບໃນການຊຸກຍູ້ວຽກງານບູລິມະສິດສຳຄັນຮ່ວມກັນ ດັ່ງນີ້:
ດ້ານເສດຖະກິດ ແລະ ການຄ້າ: ສອງຝ່າຍຈະຮ່ວມມືກັນອຳນວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງສິນຄ້າຜ່ານແດນ ເພື່ອຊຸກຍູ້ມູນຄ່າການຄ້າສອງຝ່າຍຈາກປັດຈຸບັນປະມານ 9,8 ຕື້ໂດລາສະຫະລັດ ໃຫ້ບັນລຸເປົ້າໝາຍ 12 ຕື້ໂດລາສະຫະລັດ (1,2 ໝື່ນລ້ານໂດລາ) ພາຍໃນປີ 2027 ພ້ອມທັງສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການລົງທຶນຂອງພາກເອກະຊົນ.
ດ້ານການເຊື່ອມໂຍງຄົມມະນາຄົມ ແລະ ໂລຈິສຕິກ: ເຫັນດີເລັ່ງລັດ 3 ໂຄງການສຳຄັນ ເພື່ອສະໜັບສະໜູນຍຸດທະສາດການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ (Land-Linked) ຄື:
1) ການພິຈາລະນາແນວເສັ້ນທາງເຊື່ອມຕໍ່ໃນເບື້ອງ ສປປ ລາວ ຂອງໂຄງການຂົວລົດໄຟຂ້າມແມ່ນ້ຳຂອງ ວຽງຈັນ-ໜອງຄາຍ ແຫ່ງໃໝ່.
2) ການຫາຂໍ້ສະຫຼຸບກ່ຽວກັບການແບ່ງປັນຄ່າໃຊ້ຈ່າຍໃນການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 6 (ສາລະວັນ-ອຸບົນຣາຊະທານີ).
3) ການຊຸກຍູ້ການຈັດຕັ້ງພື້ນທີ່ຄວບຄຸມຮ່ວມກັນ (Common Control Area: CCA) ໂດຍສະເໜີເລີ່ມຕົ້ນຈາກຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄຳມ່ວນ-ນະຄອນພະນົມ) ຫຼື ແຫ່ງທີ 4 (ຫ້ວຍຊາຍ-ຊຽງຂອງ).
ຂໍ້ມູນ: ກະຊວງການຕ່າງປະເທດໄທ


