ສຸດຍອດ! ນ້ອງ ນ້ຳຊາ ໄຊຍະລາດ ຄວ້າແຊ້ມຈູຈິດຊູແຫ່ງຊາດ​ປັອກຕຸຍການ​ ​U14 ເປັນສະໄໝທີ 2 ຢ່າງສົມກຽດ!

ນ້ອງ ນ້ຳຊາ ໄຊຍະລາດ (Namxa Xayalath) ນັກກິລາຈູຈິດຊູເຍົາວະຊົນທີມຊາດລາວ ຈາກສະໂມສອນ A.R.C Águias de Alvelos ສ້າງຜົນງານອັນໂດດເດັ່ນ ດ້ວຍການຄວ້າແຊ້ມແຫ່ງຊາດ​ປັອກຕຸຍການ (Portuguese National Fighting System Championship 2026) ໃນຮຸ່ນອາຍຸບໍ່ເກີນ 14 ປີ (U14) ປະເພດ Fighting System ເປັນສະໄໝທີ 2.

ການແຂ່ງຂັນດັ່ງກ່າວຈັດຂຶ້ນໃນວັນທີ 7 ພະຈິກ 2026​ ທີ່ຜ່ານມາ ໂດຍນ້ອງ ນ້ຳຊາ ສາມາດສະແດງທັກສະ, ເຕັກນິກ, ໄຫວພິບ ແລະ ຄວາມສາມາດໃນການແຂ່ງຂັນໄດ້ຢ່າງຍອດຢ້ຽມ ສາມາດເອົາຊະນະຄູ່ແຂ່ງຈາກສະໂມສອນ Arte Lusa Santo Tirso ໄດ້ທັງ 3 ຮອບ ດ້ວຍຄະແນນ 50–0 ໃນແຕ່ລະຮອບ.

ສຳລັບຜົນການແຂ່ງຂັນມີດັ່ງນີ້:

ຮອບ 8 ຄົນສຸດທ້າຍ: ເອົາຊະນະ Diogo Silva ດ້ວຍຄະແນນ 50–0.

ຮອບຮອງຊະນະເລີດ: ເອົາຊະນະ Diana Silva ດ້ວຍຄະແນນ 50–0.

ຮອບຊິງຊະນະເລີດ: ເອົາຊະນະ Leandro Oliveira ດ້ວຍຄະແນນ 50–0.

ຜົນງານດັ່ງກ່າວຖືເປັນອີກໜຶ່ງຄວາມສຳເລັດທີ່ໜ້າພາກພູມໃຈຂອງນັກກິລາເຍົາວະຊົນລາວ ທີ່ສາມາດສ້າງຜົນງານໃນເວທີກິລາຕ່າງປະເທດ ພ້ອມທັງຄວ້າແຊ້ມລາຍການດັ່ງກ່າວເປັນຄັ້ງທີ 2 ນັບເປັນການສ້າງຊື່ສຽງໃຫ້ແກ່ສະໂມສອນ ແລະ ວົງການກິລາລາວ.

ຂໍຊົມເຊີຍນ້ອງ ນ້ຳຊາ ໄຊຍະລາດ ກັບຄວາມສຳເລັດອັນພາກພູມໃຈ ແລະ ຂໍໃຫ້ສືບຕໍ່ສ້າງຜົນງານທີ່ດີເດັ່ນ ເພື່ອນຳຊື່ສຽງມາສູ່ປະເທດລາວຕໍ່ໄປ!

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
2,837FollowersFollow
0SubscribersSubscribe
- Advertisement -spot_img

Latest Articles