ລາວ – ຫວຽດນາມ ຮັດແໜ້ນຮ່ວມມືຮອບດ້ານ ກຽມສະຫຼອງຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນການທູດ ໃນປີ 2027

ວັນທີ 15 ພະຈິກ 2026 ທີ່ ນະຄອນຫລວງພະນົມເປັນ, ລາຊະອານາຈັກ ກໍາປູເຈຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ທີ່ນະຄອນຫລວງພະນົມເປັນ, ລາຊະອານາຈັກກໍາປູເຈຍ.

ໃນໂອກາດນີ້, ສອງຝ່າຍ ຕ່າງກໍໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັບກັນອີກຄັ້ງ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ໂດຍຫຍໍ້ ກ່ຽວກັບສະພາບການການພັດທະນາເສດຖະກິດ-ສັງຄົມໃນປະເທດຂອງຕົນ, ພ້ອມທັງໄດ້ຮ່ວມກັນປຶກສາຫາລື ແລະ ຕີລາຄາກ່ຽວກັບ ການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ກໍຄືທິດທາງແຜນການຮ່ວມມືໃນຕໍ່ໜ້າ. ນອກຈາກນັ້ນ, ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບ ບາງສະພາບການທີ່ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ.

ສອງຝ່າຍໄດ້ເຫັນດີເປັນເອກະພາບ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລາວ-ຫວຽດນາມ, ຫວຽດນາມ-ລາວທີ່ສືບຕໍ່ໄດ້ຮັບການຂະຫຍາຍຕົວ, ມີຄວາມເລິກເຊິ່ງ, ກ້າວສູ່ລະດັບສູງໃໝ່ແລະມີຄຸນນະພາບກວ່າເກົ່າ. ພ້ອມນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ໃນການເພີ່ມທະວີ ແລະ ຮັດແໜ້ນປະສານສົມທົບກັນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍການຮ່ວມມືຮອບດ້ານ ໃນທຸກຂົງເຂດວຽກງານເປັນຕົ້ນການຮ່ວມມືທາງດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນແລະອື່ນໆ; ສືບຕໍ່ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງຜັນຂະຫຍາຍບັນດາບົດບັນທຶກ, ຂໍ້ຕົກລົງ, ສົນທິສັນຍາ ແລະ ຖະແຫລງການຕ່າງໆ ຂອງສອງພັກ-ສອງລັດ, ລວມທັງບັນດາຂໍ້ຕົກລົງຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດໃຫ້ມີຜົນສໍາເລັດເປັນຮູບປະທໍາຍິ່ງໆຂຶ້ນ; ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຍຸດທະສາດສອງປະ ເທດ ໃຫ້ມີຄວາມຄືບໜ້າເປັນກ້າວໆ ແລະ ສະໜັບສະໜູນກັນໃນການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຂອງແຕ່ລະພັກ.

ພິເສດ, ສອງຝ່າຍເຫັນດີໃຫ້ມີການເພີ່ມທະວີການໂຄສະນາເຜີຍແຜ່-ສຶກສາອົບຮົມກ່ຽວກັບມູນເຊື້ອ ແລະ ຄວາມໝາຍສໍາຄັນຂອງສາຍພົວພັນພິເສດລາວ-ຫວຽດນາມ ເພື່ອເປັນການກະກຽມຄວາມພ້ອມດ້ານຕ່າງໆ ໃນການສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດ ນາມ ກໍຄື ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 65 ປີ ແລະ ວັນເຊັນສົນທິ ສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມຄົບຮອບ 50 ປີໃນປີ 2027 ທີ່ຈະມາເຖິງນີ້.

ທີ່ມາ: ຂ່າວສານປະເທດລາວ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
2,806FollowersFollow
0SubscribersSubscribe
- Advertisement -spot_img

Latest Articles