ໂອກາດດີມາຮອດແລ້ວ! ສຳລັບຊາວໜຸ່ມຍິງທີ່ຕ້ອງການຮຽນວິຊາຊີບ ເພື່ອສ້າງອາຊີບ ແລະ ສ້າງລາຍຮັບໃຫ້ຕົນເອງ ໂດຍມີການເປີດຮັບຄັດເລືອກຊາວໜຸ່ມເຂົ້າຝຶກອົບຮົມວິຊາຊີບ ປະຈຳປີ 2026 ຈຳນວນ 3 ສາຂາ ໄດ້ແກ່: ຊ່າງເສີມຄວາມງາມ, ຊ່າງຕັດຫຍິບ ແລະ ຊ່າງປຸງແຕ່ງອາຫານ ໃຊ້ເວລາຮຽນ 6 ເດືອນ.
ໄລຍະການຝຶກອົບຮົມ: ວັນທີ 26 ຕຸລາ 2026 ຫາ ວັນທີ 9 ເມສາ 2027 ທີ່ສູນຝຶກອົບຮົມວິຊາຊີບຊາວໜຸ່ມ ເຂດບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
ເງື່ອນໄຂຜູ້ສະໝັກ:
ມີອາຍຸແຕ່ 17-30 ປີ.
ເປັນເພດຍິງ.
ມີສຸຂະພາບແຂງແຮງດີ ແລະ ບໍ່ມີພະຍາດປະຈຳຕົວ.
ສາມາດອ່ານ ແລະ ຂຽນພາສາລາວໄດ້.
ສິດທິປະໂຫຍດທີ່ໄດ້ຮັບ:
ບໍ່ເສຍຄ່າຮຽນ.
ມີອາຫານ 3 ຄາບຕໍ່ມື້.
ມີທີ່ພັກອາໄສຟຣີ.
ເອກະສານທີ່ຕ້ອງກຽມ:
1. ໃບຄຳຮ້ອງສະໝັກຈາກສູນຝຶກອົບຮົມ.
2. ໃບຢັ້ງຢືນສຸຂະພາບ.
3. ໃບທະບຽນຄອບຄົວ ຫຼື ເອກະສານປະຈຳຕົວຕາມທີ່ກຳນົດ.
4. ໃບປະກາດຈົບການສຶກສາ.
5. ໃບຢັ້ງຢືນຈາກອຳນາດການປົກຄອງບ້ານ.
ກຳນົດການ:
– ວັນທີ 23-25 ຕຸລາ 2026: ເປີດຮັບສະໝັກ.
– ວັນທີ 23 ຕຸລາ 2026: ນັດໝາຍຜູ້ສະໝັກຕາມການປະສານງານ.
– ວັນທີ 23-25 ຕຸລາ 2026: ດຳເນີນການຄັດເລືອກ.
– ວັນທີ 26 ຕຸລາ 2026: ເລີ່ມເປີດຮຽນ.
ສອບຖາມຂໍ້ມູນເພີ່ມເຕີມ ຕິດຕໍ່: 020 59888336
ສຳລັບຊາວໜຸ່ມຍິງທີ່ສົນໃຈ ຄວນກະກຽມເອກະສານໃຫ້ຄົບຖ້ວນ ແລະ ຕິດຕໍ່ສອບຖາມກັບສູນຝຶກອົບຮົມໂດຍກົງ ກ່ອນເດີນທາງໄປສະໝັກ.




