ຫຼາຍຄົນມັກຈະຈົ່ມວ່າເນັດບ້ານເຮົາໝົດໄວ ຫຼື ລາຄາແພງ, ແຕ່ຮູ້ບໍ່ວ່າເມື່ອທຽບໃສ່ລະດັບໂລກແລ້ວ, ຄ່າອິນເຕີເນັດມືຖື (Mobile Data) ຢູ່ ສປປ ລາວ ແມ່ນຈັດຢູ່ໃນເກນທີ່ຖືກຫຼາຍ!
ອີງຕາມຕາຕະລາງການຈັດອັນດັບ “World’s Cheapest and Most Expensive Mobile Internet”, ສປປ ລາວ ໄດ້ຖືກຈັດຢູ່ໃນອັນດັບທີ 10 ຂອງໂລກ ສຳລັບປະເທດທີ່ມີຄ່າອິນເຕີເນັດມືຖືຖືກທີ່ສຸດ.
ຄ່າອິນເຕີເນັດ 1 GB ຢູ່ລາວ ມີລາຄາສະເລ່ຍພຽງແຕ່ 0.08 ໂດລາສະຫະລັດ ເທົ່ານັ້ນ! ຖ້າທຽບກັບປະເທດເພື່ອນບ້ານ, ລາວເຮົາມີລາຄາສະເລ່ຍເທົ່າກັບ ຫວຽດນາມ ທີ່ຕິດອັນດັບທີ 9 (0.08 ໂດລາສະຫະລັດ).
ສຳລັບປະເທດທີ່ຄ່າອິນເຕີເນັດຖືກທີ່ສຸດໃນໂລກ ອັນດັບ 1 ແມ່ນ ຊີເຣຍ (Syria) ໃນລາຄາພຽງ 0.01 ໂດລາສະຫະລັດ ຕໍ່ 1 GB. ໃນທາງກົງກັນຂ້າມ, ປະເທດທີ່ຄ່າອິນເຕີເນັດແພງທີ່ສຸດໃນໂລກ ແມ່ນ ຕວກເມນິດສະຖານ (Turkmenistan) ເຊິ່ງມີລາຄາສູງເຖິງ 9.28 ໂດລາສະຫະລັດ ຕໍ່ 1 GB.
ແລ້ວລູກເພຈທຸກຄົນເດ ປັດຈຸບັນໃຊ້ເນັດຂອງເຄືອຂ່າຍໃດຢູ່? ໃຊ້ໂປຣໂມຊັນໃດ ແລະ ຄິດວ່າລາຄາອິນເຕີເນັດໃນບ້ານເຮົາໃນຕອນນີ້ ຖືກໃຈແລ້ວ ຫຼື ຍັງ?
ຂໍ້ມູນອ້າງອີງ: Broadband Genie


