ສ.ເກົາຫຼີ ຕ້ອງການແຮງງານເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈຳນວນຫຼາຍ

ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ​ ເມືອງນາຊາຍທອງ ໄດ້ອອກໜັງສືແຈ້ງການ​ສະບັບເລກທີ​ 308/ຮສສມ.ນທ,​ ລົງວັນທີ​ 2​ ພະຈິກ​ 2026​ ເຖິງ: ຕາແສງ ໂພນທອງ, ຕາແສງອີ່ໄລ, ຕາແສງ ສີເກີດ, ບັນດາບ້ານພາຍໃນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ​ ຊາບວ່າ: ເມືອງຈູງຈຸ, ເມືອງອິມຊອງ, ແຂວງຊຸງຊອງບົກໂດ ແລະ ເມືອງມວນ, ແຂວງ ຈອນລານໍາໂດ ສ.ເກົາຫຼີ ຕ້ອງການໃຊ້ແຮງງານລາວ ຄູ່ຜົວເມຍ, ແຮງງານຍິງດ່ຽວ,​ ແຮງງານຊາຍດ່ຽວ ເປັນຈໍານວນຫຼາຍ ເພື່ອໄປເຮັດວຽກຕາມລະດູການໃນໄລຍະ 5 ເດືອນ ຢູ່ເມືອງດັ່ງກ່າວໃນປີ 2027.​

– ​ສະນັ້ນ,​ ໃຜທີ່ມີຄວາມສົນໃຈທີ່ຢາກໄປເຮັດວຽກຕາມລະດູການ ຢູ່ປະເທດ ສ.ເກົາຫຼີ, ໃຫ້ມາລົງທະບຽນຢູ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງນາຊາຍທອງ ນັບແຕ່ມື້ອອກແຈ້ງການສະບັບນີ້ ຈົນເຖິງ ວັນທີ 1/12/ 2026 ເພື່ອຈະໄດ້ກະກຽມເອກະສານເຂົ້າມາສໍາພາດໃຫ້ທັນຕາມກຳນົດເວລາ, ເຮັດໃຫ້ຂະບວນການຮັບສະໝັກ ແລະ ຄັດເລືອກແຮງງານມີຄວາມສະດວກໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການທີ່ກຳນົດໄວ້ ຫຼີກລ້ຽງບໍ່ໃຫ້ມີນາຍໜ້າເຂົ້າມາມີສ່ວນຮ່ວມໃນການຄັດເລືອກແຮງງານໃນຄັ້ງນີ້ຢ່າງເດັດຂາດ.

– ​ສໍາດັບ ວັນເວລາໃນການສໍາພາດ ແລະ ຄັດເລືອກແຮງານແມ່ນ:

– ​ວັນທີ 1/12/2026 ເວລາ 08:00​ໂມງ-16:00​ ໂມງ ຢູ່ສະໂມສອນປົກຄອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

-​ ແບບຟອມການສະໝັກກົມຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະກະກຽມ ມາແຈກຢາຍໃນມື້ລົງທະບຽນສໍາພາດ.

-​ ຄ່າລົງທະບຽນ, ຄ່າສະໝັກ ແລະ ຄັດເລືອກ ແມ່ນຈະບໍ່ໄດ້ເສຍຄ່າໃຊ້ຈ່າຍ

☑️​ ເງື່ອນໄຂການສະໝັກ:

1​. ເປັນພົນລະເມືອງລາວ ແລະ ອາໄສຢູ່ ເມືອງນາຊາຍທອງ ຢ່າງໜ້ອຍ 1 ປີ;

2. ເພດຊາຍ ແລະ ເພດຍິງ ອາຍຸ 25-40​ປີ; (ສໍາລັບເພດຍິງ ແມ່ນບໍ່ຢູ່ໃນໄລຍະຖືພາ ແລະ ບໍ່ມີລູກນ້ອຍຕໍ່າກວ່າ 1 ປີ);

3. ເປັນຜູ້ທີ່ປະກອບອາຊີບ ໃນຂະແໜງກະສິກຳ ເຊັ່ນ: ເຮັດໄຮ່, ເຮັດນາ, ເຮັດສວນ ເປັນພື້ນຖານໃນການດໍາລົງຊີວິດ;

4.​ ມີສຸຂະພາບແຂງແຮງ, ຕາບໍ່ບອດສີ, ບໍ່ເປັນພະຍາດຕ້ອງຫ້າມ ເປັນຕົ້ນ: ໄວຣັດຕັບບີ, ພະຍາດຕິດຕໍ່ (ວັນນະໂລກ, ໂຄວິດ-19, ປອດແຫ້ງ) ແລະ ພະຍາດຕິດຕໍ່ທາງເພດສຳພັນ (ຊີຟີລິສ; ຜູ້ທີ່ໃຊ້ຢາເສບຕິດ);

5​. ບໍ່ມີຄະດີ, ບໍ່ມີປະຫວັດຫ້າມເຂົ້າ-ອອກ ສ.ເກົາຫຼີ ຫຼື ບໍ່ຖືກການຈຳກັດການເດີນທາງອອກນອກປະເທດ;

6. ລວງສູງ 155 ຊັງຕີແມັດຂຶ້ນໄປ;

📝 ເອກະສານປະກອບມີດັ່ງນີ້:

ໃນເວລາ ມາສໍາພາດຄັດເລືອກແຮງງານ ໃຫ້ແຮງງານຖືເອກະສານຈໍາເປັນມາພ້ອມດັ່ງນີ້:

1. ພາດສປອດ ຂອງແທ້ (ພ້ອມທັງກອບປີ້ 2 ຊຸດ).​

2. ໃບຢັ້ງຢືນທີ່ຢູ່ 1 ສະບັບ.​

3. ກອບປີ້ ສໍາມະໂນຄົວ 2 ສະບັບ.​

4. ກອບປີ້ ບັດປະຈຳຕົວ 1 ສະບັບ.

5. ຮູບຂະໜາດ 3X4 ພື້ນຂາວ ຈໍານວນ 6 ໃບ (ຮູບຖ່າຍບໍ່ເກີນ 3 ເດືອນ ພື້ນຂາວ).​

6. ຮູບຂະໜາດ 3,5X4,5 ຈໍານວນ 6 ໃບ (ຮູບຖ່າຍບໍ່ເກີນ 3 ເດືອນ ພື້ນຂາວ).​

7. ຕ້ອງມີໃບຕາດິນເປັນໃບຂອບທອງ ມາພ້ອມໃນມື້ສໍາພາດ (ພ້ອມທັງກອບປີ້ 02 ຊຸດ).​

8. ຖ່າຍຮູບຕອນດິນທີ່ເອົາມາຄໍ້າປະກັນພ້ອມໃນມື້ສໍາພາດ.​

ສອບຖາມໂທ: ເບີໂທ: 020 54199281, 020 55333665.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
538,500FollowersFollow
0SubscribersSubscribe
- Advertisement -spot_img

Latest Articles