ສະພາແຫ່ງຊາດ ປິດກອງປະຊຸມສະໄໝສາມັນເທື່ອທີ 2 ຊຸດທີ X ຮັບຮອງມະຕິ 17 ສະບັບ ລວມກົດໝາຍ 8 ສະບັບ

ຕອນບ່າຍວັນທີ 21 ຕຸລາ 2026 ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ແລະ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ເຊິ່ງດຳເນີນຕັ້ງແຕ່ວັນທີ 5-21 ຕຸລາ 2026. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງບັນຫາສຳຄັນພື້ນຖານຂອງປະເທດຊາດ ອອກເປັນມະຕິ 17 ສະບັບ.

ຜົນການລົງຄະແນນສຽງ: ສສຊ ໄດ້ລົງຄະແນນສຽງຮັບຮອງມະຕິ 17 ສະບັບ ດ້ວຍຄະແນນເຫັນດີ 90.96% ຂຶ້ນໄປ ເຊິ່ງມີມະຕິຮັບຮອງການເລືອກຕັ້ງປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ດ້ວຍຄະແນນສຽງເປັນເອກະສັນ ແລະ ມະຕິອື່ນໆ

ມະຕິຮັບຮອງບົດລາຍງານ (7 ສະບັບ):

ບົດລາຍງານຂອງລັດຖະບານ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປີ 2026 ແລະ ທິດທາງແຜນປີ 2027: 99.39%

ບົດລາຍງານອົງການກວດສອບແຫ່ງລັດ (ລວມຜົນກວດສອບບົດສະຫຼຸບຂາດຕົວງົບປະມານ ປີ 2025): 96.91%

ບົດລາຍງານອົງການກວດກາແຫ່ງລັດ: 99.38%

ບົດລາຍງານອົງການໄອຍະການປະຊາຊົນສູງສຸດ: 98.78%

ບົດລາຍງານສານປະຊາຊົນສູງສຸດ: 97.56%

ບົດລາຍງານສະພາແຫ່ງຊາດ: 100%

ບົດລາຍງານບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ສານເຄມີທີ່ຖືກຄວບຄຸມ: 97.51%

ມະຕິຮັບຮອງກົດໝາຍ 8 ສະບັບ:

ການປົກປ້ອງເງິນຝາກ (ສ້າງໃໝ່): 96.31%

ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ: 98.17%

ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ: 90.96% (ຕ່ຳສຸດ)

ການຈະລາຈອນທາງບົກ: 97.56%

ນາຍທະຫານກອງທັບປະຊາຊົນລາວ: 97.51%

ກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ: 99.39% (ສູງສຸດໃນກຸ່ມກົດໝາຍ)

ການບິນພົນລະເຮືອນ: 97.56%

ລັດຖະບານ: 98.17%

ຂໍ້ມູນຈາກ: ຂ່າວຜູ້ແທນປະຊາຊົນ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
906,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles