ສະພາແຫ່ງຊາດ ຮັບຮອງກົດໝາຍ 8 ສະບັບ ລວມກົດໝາຍວ່າດ້ວຍການປົກປ້ອງເງິນຝາກ ແລະ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ)

ວັນທີ 21 ຕຸລາ 2026 ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນການພິຈາລະນາຮັບຮອງກົດໝາຍ 8 ສະບັບ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນນັ້ນເປັນກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ. ຄະນະຮັບຜິດຊອບໄດ້ປັບປຸງເນື້ອໃນຕາມຄຳເຫັນຂອງ ສສຊ ແລະ ລາຍງານຄືນໃນຕອນບ່າຍວັນທີ 20 ຕຸລາ ກ່ອນທີ່ ສສຊ ລົງຄະແນນສຽງຮັບຮອງແຕ່ລະສະບັບດ້ວຍສຽງສ່ວນຫຼາຍ.

ກົດໝາຍສ້າງໃໝ່ 1 ສະບັບ:

ກົດໝາຍວ່າດ້ວຍການປົກປ້ອງເງິນຝາກ: ເຫັນດີ 157 ຈາກ 163 ທ່ານ (96.31%), ບໍ່ເຫັນດີ 6 ທ່ານ (3.68%)

ກົດໝາຍປັບປຸງ 7 ສະບັບ:

ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ: ເຫັນດີ 157 ຈາກ 161 ທ່ານ (97.51%)

ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ: ເຫັນດີ 164 ຈາກ 165 ທ່ານ (99.39%) ເຊິ່ງເປັນສະບັບທີ່ໄດ້ຮັບສຽງເຫັນດີສູງສຸດ

ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ: ເຫັນດີ 151 ຈາກ 166 ທ່ານ (90.69%), ບໍ່ເຫັນດີ 14 ທ່ານ (8.43%) ເຊິ່ງເປັນສະບັບທີ່ໄດ້ຮັບສຽງເຫັນດີຕ່ຳສຸດ

ວ່າດ້ວຍການບິນພົນລະເຮືອນ: ເຫັນດີ 160 ຈາກ 164 ທ່ານ (97.56%)

ວ່າດ້ວຍການຈະລາຈອນທາງບົກ: ເຫັນດີ 160 ຈາກ 164 ທ່ານ (97.56%)

ວ່າດ້ວຍລັດຖະບານ: ເຫັນດີ 161 ຈາກ 164 ທ່ານ (98.17%)

ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ: ເຫັນດີ 161 ຈາກ 164 ທ່ານ (98.71%)

ທ່ານ ກອງແກ້ວ ໄຊສົງຄາມ ກ່າວວ່າ ການຮັບຮອງກົດໝາຍ 8 ສະບັບນີ້ ສະທ້ອນຄວາມຮັບຜິດຊອບສູງຂອງ ສສຊ ໃນຖານະຕົວແທນສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ເປັນຜົນສຳເລັດສຳຄັນຂອງແຜນສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ແລະ ແຜນປີ 2026 ຊ່ວຍເຮັດໃຫ້ການຄຸ້ມຄອງລັດ ແລະ ເສດຖະກິດ-ສັງຄົມເປັນລະບົບຄົບຊຸດຂຶ້ນ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນ, ສະກັດກັ້ນປະກົດການຫຍໍ້ທໍ້ ແລະ ສ້າງລັດໃຫ້ປົກຄອງດ້ວຍກົດໝາຍຢ່າງເຂັ້ມງວດຂຶ້ນ.

ຂໍ້ມູນ: ໜັງສືພິມປະຊາຊົນ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
906,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles