ຖືເປັນອີກໜຶ່ງບາດກ້າວສຳຄັນ ໃນການຮັດແໜ້ນຄວາມສຳພັນທາງດ້ານການສຶກສາ ລະຫວ່າງ ລາວ ແລະ ຫວຽດນາມ! ເມື່ອຫຼ້າສຸດ 3 ທ້ອງຖິ່ນຂອງຫວຽດນາມ ຄື: ແຂວງເຊີນລາ (Son La), ນະຄອນເຫ້ວ (Hue) ແລະ ແຂວງກວາງຈິ (Quang Tri) ພວມກະກຽມນຳເອົາ “ພາສາລາວ” ເຂົ້າເປັນໜຶ່ງໃນວິຊາຮຽນ ສຳລັບໂຮງຮຽນລັດຖະບານ ທັງໃນລະດັບປະຖົມ ແລະ ມັດທະຍົມສຶກສາ ທີ່ຕັ້ງຢູ່ເຂດຊາຍແດນ. ການເຄື່ອນໄຫວຄັ້ງນີ້ ຈະຊ່ວຍເປີດໂອກາດໃຫ້ນ້ອງໆນັກຮຽນຫວຽດນາມ ໄດ້ຮຽນຮູ້ພາສາເພື່ອນບ້ານຢ່າງໃກ້ຊິດ.
ອີງຕາມການລາຍງານຈາກ ວາລະສານ ລາວ-ຫວຽດ (Lao-Viet Magazine) ໃຫ້ຮູ້ວ່າ: ແຂວງເຊີນລາ ແລະ ນະຄອນເຫ້ວ ແມ່ນມີແຜນຈະເລີ່ມເປີດໂຄງການທົດລອງສອນພາສາລາວກ່ອນໝູ່ ໃນສົກຮຽນ 2026-2027 ນີ້. ຂະນະທີ່ ແຂວງກວາງຈິ ຈະເລີ່ມຈັດຕັ້ງການຮຽນການສອນພາສາລາວ ໃນສົກຮຽນ 2027-2028 ເປັນລຳດັບຕໍ່ໄປ.
ການລິເລີ່ມໂຄງການດັ່ງກ່າວ ບໍ່ພຽງແຕ່ເປັນການສົ່ງເສີມການຮຽນຮູ້ພາສາລາວ ໃຫ້ແກ່ນັກຮຽນຫວຽດນາມ ໃນຊຸມຊົນລຽບຕາມຊາຍແດນເທົ່ານັ້ນ, ແຕ່ຍັງເປັນຂົວຕໍ່ອັນສຳຄັນ ໃນການຊຸກຍູ້ການໄປມາຫາສູ່ກັນ, ແລກປ່ຽນວັດທະນະທຳ ແລະ ຍັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນຍາວນານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ.


